ເສຖກິດ ລາວ ທຸ່ນທ່ຽງ, ແຕ່ພາວະເງິນເຝີ້ ອາດກໍ່ໃຫ້ ເກີດບັນຫາ
2008.06.07
ລາຍງານ ຂອງ ທະນາຄານໂລກ ຈາກນະຄອນຫຼວງ ວຽງຈັນ ໃນເດືອນ ເມສາ ຜ່ານມານີ້ ວ່າ ເສຖກິດ ຂອງລາວ ໂດຍທົ່ວໄປ ຢູ່ໃນສະພາບ ທີ່ດີ ມີການຂຍາຍໂຕຂື້ນ. ຜົນຮວມຍອດການຜລິດຜົນພາຍໃນປະເທດ ຂື້ນສູງກ່ວາ 7 ສ່ວນຮ້ອຍ ໃນປີ 2007. ໄດ້ມີການເພີ້ມຂື້ນ ດ້ານການຜລິດຜົນ ຂອງອຸດສາຫະກັມ ຂຸດຄົ້ນບໍ່ແຮ່, ອຸດສາຫະກັມ ການຜລິດ ທົ່ວໄປ, ການກະເສດ, ການໄຟຟ້ານ້ຳຕົກ, ການທ່ອງທ່ຽວ ແລະ ການບໍຣິການ ອື່ນໆ. ສປປລາວ ໂຊກດີ ທີ່ເປັນປະເທດ ທີ່ອ້ອມລ້ອມ ດ້ວຍປະເທດ ທີ່ມີເສຖກິດ ທີ່ຂຍາຍໂຕຂື້ນໄວ ຂອງໂລກ. ສປປລາວ ພອຍໄດ້ຮັບ ຜົນກຳໄລ ຈາກຄວາມຕ້ອງການ ສິນຄ້າ ແລະ ການລົງທຶນ ໃຫຍ່ໆ ໂດຍກົງ ຈາກຕ່າງປະເທດ ໃກ້ຄຽງ ເຊັ່ນ ຈີນ, ວຽດນາມ ແລະ ໄທ.
ເສຖກິດ ໂດຍທົ່ວໄປ ຂອງລາວ ກໍຍັງຢູ່ໃນຂັ້ນ ປົກກະຕິ ດີ, ມີແຕ່ ການສ່ຽງ ອັນຕະລາຍ ຂອງການ ເພີ້ມຂື້ນ ຂອງພາວະ ເງິນເຝີ້. ໃນປີ 2007 ພາວະ ເງິນເຝີ້ ກໍຕົກຢູ່ ໃນລະດັບ 4.5 ສ່ວນຮ້ອຍ ແຕ່ໄດ້ ຍູ້ຂື້ນຮອດ 6.4 ສ່ວນຮ້ອຍ ໃນເດືອນ ກຸມພາ 2008. ໂດຍມີ ຄ່ານ້ຳມັນແພງຂື້ນ ບັງຄັບໃຫ້ ຄ່າຂົນສົ່ງ ຄ່າກໍ່ສ້າງ ຄ່າອຸບປະກອນ ນຳເຂົ້າ ແລະ ຄ່າກະສິກັມ ສູງຂື້ນ. ເງິນກີບ ຫຼຸດຣາຄາ ຮອດ 9 ສ່ວນຮ້ອຍ ປຽບໃສ່ເງິນ ໂດລາ ສະຫາຣັດ ແລະ ຍັງຄົງຕົວຢູ່ ປຽບໃສ່ ເງິນບາດໄທ ໃນລະຫວ່າງ 6 ເດືອນ ຈາກ ເດືອນຕຸລາ ປີກາຍ ຮອດ ເດືອນມີນາ 2008.
ເຖິງວ່າ ໂຄງຫ່າງກົດໝາຍ ຈະຊຸກຍູ້ ເພີ້ມພູນ ການຄ້າ ຕ່າງປະເທດ ແລະ ຜແນກ ເອກກະຊົນ ແຕ່ພາກປະຕິບັດ ຍັງບໍ່ໄດ້ເປັນໄປ ຕາມທີ່ຂໍ້ບັງຄັບ ໄດ້ລະບຸໄວ້ ເທື່ອ. ຄວາມກ້າວໜ້າ ໃນການໃຊ້ກົດໝາຍການຄ້າ ນີ້ ກໍມີ ແນ່ແລ້ວ ຍ້ອນວ່າ ກົດໝາຍ ວິສາຫະກິດ, ກົດໝາຍ ກ່ຽວກັບການຂຸດຄົ້ນ ບໍ່ແຮ່, ກົດໝາຍ ກ່ຽວກັບ ການທ່ອງທ່ຽວ ໄດ້ເປັນ ອົງປະກອບໃຫ້.
ກົດໝາຍໃໝ່ ກ່ຽວກັບ ທະນາຄານ ການຄ້າ, ການແລກປ່ຽນ ເງິນຕຣາຕ່າງປະເທດ, ການຕີຣາຄາ ທາດຫີນ ທີ່ມີຄ່າ ກໍໄດ້ເລີ້ມ ນຳເອົາມາໃຊ້ ໃນປີ 2007. ແມ່ນແຕ່ ການຄວບຄຸມ ທາງດ້ານ ທະນາຄານ ຂອງຣັຖ ກໍໄດ້ຮັບການປັບປຸງ ເຊັ່ນດຽວກັນ.