ງົບປະມານ 2009-2010 ຂອງຣັຖບານລາວ

ແຜນການພັທນາເສຖກິດ ແລະ ງົບປະມານ 2009-2010 ຂອງຣັຖບານລາວ ຄາດວ່າຈະບັນລຸ ເປົ້າໝາຍໄດ້ຍາກ.
ໂພໄຊສວັດ
2009.08.19

ແຜນການພັທນາເສຖກິດ ຂອງປີ 2008-2009 ທີ່ຈະສິ້ນສຸດລົງ ໃນເດືອນໜ້ານີ້ ມີຄວາມຫຍຸ້ງຍາກ ຫລາຍຢ່າງ ເປັນຕົ້ນວ່າໄດ້ ຮັບຜົນກະທົບ ຈາກວິກິດການ ທາງການເງິນຂອງໂລກ ສະພາບເສຖກິດ ຕົກຕໍ່າ ເກີດເຫດອຸທະກະພັຍ ໃນຫລາຍໆແຂວງ ພາຍໃນປະເທດ ແລະການເກີດ ໂຣກໄຂ້ຫວັດໝູ ສາຍພັນ A/H1N1. ດັ່ງທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ໄດ້ກ່າວວ່າ:

"ເວົ້າແຈ້ງແມ່ນສົກປີ 2009-2010 ທີ່ຈະມານີ້ ຈະຍາກກວ່າປີ 2008-2009 ອັນນີ້ຍ້ອນວ່າ ການເກັບລາຍຮັບ ຈະບໍ່ໄດ້ຕາມຄາດໝາຍ ຮອດວັນທີ5 ສິງຫາ 2009 ການເກັບລາຍຮັບ ງົບປະມານປັດຈຸບັນ ໄດ້ພຽງແຕ່ 6,337ຕື້ກີບ ຫລື75.98ສ່ວນຮ້ອຍ."

ນອກຈາກນີ້ທ່ານ ຍັງໄດ້ກ່າວຕື່ມວ່າ ໃນປີ2008-2009ນີ້ ທາງຣັຖບານ ຍັງບໍ່ສາມາດ ປະຕິບັດຕາມ ຄວາມຄາດໝາຍ ໃນຫລາຍໆດ້ານໄດ້ ໂດຍສະເພາະດ້ານ ງົບປະມານ ຈຶ່ງເຮັດໃຫ້ມີ ການຫລຸດໂຕເລກ ຂອງການລົງທຶນ ຂອງພາກຣັຖລົງ ຊຶ່ງເມື່ອທຽບໃສ່ ຈຳນວນລາຍຮັບ ຂອງປີ 2007-2008 ຍັງໄດ້ຫລາຍກວ່າປີ 2008-2009 ເກືອບ10ສ່ວນຮ້ອຍ ຫລືກວ່າ622ຕື້ກີບ.

ໃນຂນະດຽວກັນ ກໍມີບັນຫາອື່ນ ທີ່ຈະເຮັດໃຫ້ມີ ຄວາມຍຸ້ງຍາກຕໍ່ ແຜນການພັທນາເສຖກິດ ອີກເຊັ່ນກັນ ຫາກບໍ່ມີການ ເອົາໃຈໃສ່ຢ່າງຄັກແນ່ ດັ່ງທ່ານ ບົວສອນ ໄດ້ກ່າວອີກວ່າ:

"ການຄຸ້ມຄອງແລະ ດັກສົມຂອງຣັຖ ເຮົາກໍຍັງມີ ຫລາຍບັນຫາທີ່ ຈະຕ້ອງໄດ້ເອົາ ໃຈໃສ່ແກ້ໄຂອີກ ເປັນຕົ້ນແມ່ນການ ຄຸ້ມຄອງດ້ານເສຖກິດ ມະຫາພາກ ແລະດ້ານ ອື່ນໆອີກທີ່ອາຈເຮັດ ໃຫ້ເກີດສະພາບ ປັ່ນປ່ວນຂື້ນໄດ້ ຖ້າຫາກບໍ່ມີການ ປະສານກັນຢ່າງ ເປັນເອກກະພາບ."

ນອກຈາກນີ້ທ່ານ ຍັງໄດ້ກ່າວວ່າ ນອກຈາກບັນຫາ ພື້ນຖານທີ່ສຳຄັນແລ້ວ ຍັງມີບັນຫາ ຮີບດ່ວນທີ່ຍັງ ຄ້າງຄາຢູ່ໃນແຜນການ ເຊັ່ນວຽກປະຈຳປີ ຂອງຣັຖບານແລະ ອົງການປົກຄອງ ທ້ອງຖິ່ນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.