ທະນາຄານ ແຈ້ງໃຫ້ລາວ ໃຊ້ເງິນກີບແທນ ເງິນຕ່າງປະເທດ

ທະນາຄານ ແຫ່ງ ສ.ປ.ປ.ລາວ ປະກາດແຈ້ງການ ໃຫ້ປະຊາຊົນລາວ ຫັນມາໃຊ້ເງິນກີບ ແທນເງິນຕຣາຕ່າງປະເທດ
ຈຳປາທອງ
2009.01.27

ເນື່ອງຈາກວ່າ ໃນຂະນະນີ້ ມີເງິນບາດ ຂອງໄທປອມ ແລະແພ່ຣະບາດ ຢ່າງໜັກນ່ວງ ຢູ່ປະເທດໄທ ໂດຍສະເພາະ ໃນພື້ນທີ່ ທີ່ຕິດກັບ ຊາຍແດນ ເພື່ອນບ້ານຊຶ່ງ ອາດຈະແຜ່ລາມ ເຂົ້າມາໃນ ສ.ປ.ປ.ລາວ ດັ່ງນັ້ນ ທະນາຄານ ແຫ່ງ ສ.ປ.ປ.ລາວ ຈຶ່ງໄດ້ອອກ ແຈ້ງການໃຫ້ ປະຊາຊົນພົນ ລະເມືອງລາວ ຮວມທັງຊາວ ຕ່າງປະເທດ ທີ່ອາໃສ ແລະດຳລົງ ຊີວິດຢູ່ລາວ ໃຊ້ເງິນກີບ ຢ່າງກວ້າງຂວາງ ແທນການໃຊ້ ເງິນຕຣາຕ່າງປະເທດ, ໃຫ້ການຊຳ ລະຄ່າສິນຄ້າ ແລະຄ່າບໍລິ ການຕ່າງໆ ຢູ່ ສ.ປ.ປ.ລາວ ເປັນເງິນ ກີບເທົ່ານັ້ນ. ພ້ອມກັນນັ້ນ ກໍໃຫ້ລຸດ ຜ່ອນການນຳ ໃຊ້ເງິນສົດ ໃນການຊຳລະ ຜ່ານທະນາຄານ ໃຫ້ຫລາຍຂື້ນ ເປັນຕົ້ນແມ່ນ ໃຫ້ຊຳລະ ດ້ວຍເງິນໂອນ, ດ້ວຍ Cheques ຫລືດ້ວຍບັດ electronics ຕ່າງໆ.

ຕາມການເປີດເຜີຍ ຂອງຊາວນະ ຄອນຫລວງວຽງຈັນ ທ່ານນຶ່ງ ຕໍ່ຜູ້ຊື່ຂ່າວ ວິທະຍຸ ເອເຊັຍເສຣີ ເມື່ອທ້າຍ ສັບປະດາ ທີ່ຜ່ານມາ.ພ້ອມກັນນັ້ນ ທ່ານ ຍັງກ່າວຕື່ມອີກ ວ່າການທີ່ ຈະໃຫ້ຄົນຫັນ ມາໃຊ້ເງິນກີບ ຫລາຍຂື້ນນັ້ນ ຄົງຈະເປັນ ໄປໄດ້ຍາກ ຍ້ອນຄວາມເຄີຍ ຊິນຜ່ານມາ ຂອງຜູ້ຄົນ ທົ່ວໄປແລະ ການພົກພາ ເງິນກີບຈຳນວນ ຫລາຍບາງຄັ້ງ ກໍບໍ່ສະດວກ. ນອກຈາກນັ້ນ ສິນຄ້າສ່ວນ ໃຫຍ່ໃນທ້ອງ ຕະຫລາດກໍ ເປັນສິນຄ້າ ທີ່ຖືກນຳເຂົ້າ ໂດຍໃຊ້ເງິນຕຣາ ຕ່າງປະເທດ ເຊັ່ນ ເງິນບາດແລະ ເງິນໂດລາ ສະຫະຣັດ ເປັນພື້ນຖານ ຄິດໄລ່. ແລະທີ່ສຳຄັນ ອີກອັນນຶ່ງ ແມ່ນຜູ້ຄົນ ທົ່ວໄປບໍ່ ວ່າຈະເປັນ ຄົນຊັ້ນໃດ ຢູ່ ສ.ປ.ປ.ລາວ ກໍລ້ວນແລ້ວ ແຕ່ນິຍົມ ເກັບທ້ອນ ເງິນຕຣາຕ່າງ ປະເທດເອົາ ໄວ້ນັ້ນເອງ.
   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.