ລາວຍັງຕ້ອງແກ້ໄຂ ຣະບົບຣາຊການ

ທາງການລາວວ່າ ເຖິງແມ່ນວ່າ ໃນປັດຈຸບັນນີ້ ເສຖກິດ ຢູ່ສປປລາວ ຈະດີຂຶ້ນ 7.8% ແຕ່ກໍຍັງ ມີບັນຫາໃຫຍ່ ທີ່ຈະຕ້ອງ ໄດ້ຮັບການ ແກ້ໄຂ ໂດຍສະເພາະ ການເຮັດວຽກ ຂອງຣະບົບ ຣາຊການ ຍັງບໍ່ເປັນ ເອກກະພາບ ຊັກຊ້າ ບໍ່ທົ່ວເຖິງ ແລະທັງບໍ່ ເຂັ້ມແຂງ.
ຈໍາປາທອງ
2010.06.16

ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ໄດ້ເວົ້າຢູ່ໃນ ກອງປະຊຸມສໄມ ສາມັນຄັ້ງທີ 9 ຂອງສະພາ ແຫ່ງຊາດຊຸດທີ 6 ເມື່ອວັນທີ 14 ມິຖຸນາ 2010 ວ່າ:

"ຍັງມີສິ່ງທ້າທາຍ ແລະບັນຫາ ຈຳນວນນຶ່ງ ທີ່ຕ້ອງໄດ້ຜ່ານ ຜ່າແກ້ໄຂ ເປັນຕົ້ນແມ່ນ ຖານການເຕີບໂຕ ຍັງບໍ່ກວ້າງ ແລະບໍ່ທັນເຂັ້ມແຂງ ການຊຸກຍູ້ ການຜລິດ ແລະ ການບໍຣິການ ຍັງບໍ່ເຂັ້ມແຂງ ແລະບໍ່ທັນເປັນຣະບົບ ເອກກະພາບ ການເກັບລາຍຮັບ ເຂົ້າງົບປະມານ ຍັງມີຊ່ອງຫວ່າງ ຮົ່ວໃຫລ".

ພ້ອມກັນນັ້ນ ທ່ານກໍເວົ້າວ່າ ການສ້າງໜີ້ສິນ ນອກຣະບົບການ ມີຈຳນວນເພີ້ມຂຶ້ນ ຍ້ອນການຂາດ ຣະບຽບແບບ ແຜນການເງິນ ການຄຸ້ມຄອງ ການລົງທຶນຂອງຣັດ ຍັງບໍ່ມີຄວາມ ສັກສິດ ບໍ່ເຂັ້ມງວດ ການພັທນາ ສັງຄົມວັທນທັມ ການສຶກສາ ສາທາຣະນະສຸຂ ຕລອດຮອດການ ພັທນາສີມືແຮງງານ ຍັງມີບາງດ້ານ ບໍ່ເປັນໄປຕາມ ແຜນ ທີ່ໄດ້ກຳນົດ ເອົາໄວ້.

ເວົ້າເຖິງບັນຫາ ອັນບໍ່ດີ ທີ່ເກີດຂຶ້ນໃນ ສັງຄົມລາວ ປັດຈຸບັນ ຮວມທັງການສວຍ ໂອກາດ ສໍ້ຣາສບັງຫຼວງ ທີ່ມີຢ່າງ ແຜ່ຫລາຍ ຊຶ່ງທາງການລາວ ຍັງບໍ່ສາມາດ ປາບປາມໄດ້ ແລະບໍ່ໄດ້ຮັບ ການຮ່ວມມືຈາກ ທຸກພາກສ່ວນນັ້ນ ທ່ານ ບົວສອນວ່າ:

"ການແກ້ໄຂຄວາມ ຫຍຸ້ງເຫຍີງ ຊ້ຳຊ້ອນ ໃນຣະບຽບການ ແລະກົນໄກການ ບໍຣິຫານ ຮວມທັງການສວຍ ໂອກາດ ສໍ້ຣາສບັງຫລວງ ການຟຸມເຟືອຍ ແລະປາກົດການ ຫຍໍ້ທໍ້ໃນກົງຈັກ ແລະໃນຖັນແຖວ ພນັກງານຈຳນວນ ນຶ່ງຍັງບໍ່ທັນ ເດັດຂາດ ເຂັ້ມງວດແທ້".

ແຕ່ເຖິງແນວໃດ ກໍຕາມ ທ່ານກໍວ່າ ຣັຖບານ ຈະພຍາຍາມ ແກ້ໄຂບັນຫາ ດັ່ງກ່າວ ເພື່ອເຮັດໃຫ້ ປະຕິບັດໄດ້ ຕາມແຜນການ ທີ່ໄດ້ວາງເອົາໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.