ຣາຍໄດ້ປະຈໍາປີເມືອງເຟືອງ ແຂວງວຽງຈັນໜ້ອຍລົງ
2009.12.09
ຣາຍຮັບປະຈໍາປີ ຂອງເມືອງເຟືອງ ແຂວງວຽງຈັນ ບໍ່ເປັນໄປຕາມແຜນ ທີ່ວາງໄວ້ຍ້ອນວ່າ ການປະຕິບັດງານ ຂອງຫ້ອງການການເງິນ ຂັ້ນເມືອງແລະຂັ້ນບ້ານ ຍັງບໍ່ມີ ປະສິດທິພາບດີພໍ. ໃນນັ້ນມີທັງເລື່ອງ ການເຮັດວຽກທີ່ລ້າຊ້າ ແລະການເກັບພາສີ ທີ່ບໍ່ຖືກຕ້ອງ ຕາມຣະບຽບກົດໝາຍ. ທ່ານແກ້ວໃຈ ພຣົມມີ ຫົວໜ້າຫ້ອງການ ການເງິນເມືອງເຟືອງ ກ່າວຕໍ່ທີ່ປະຊຸມ ວຽກງານແຜນການ-ການເງິນ ທົ່ວເມືອງວ່າ:
"ການຂຍາຍ ຣະບຽບກົດໝາຍ ນິຕິກັມກ່ຽວກັບ ການເງິນຢູ່ຂັ້ນເມືອງ ແລະບ້ານຍັງບໍ່ທັນ ກວ້າງຂວາງ ເຮັດໃຫ້ການປະສານ ສົມທົບກັບຫ້ອງການຕ່າງໆ ທີ່ກ່ຽວຂ້ອງ ພາຍໃນເມືອງ ບໍ່ທັນໄດ້ໄປຕາມ ແຜນທີ່ວາງໄວ້ ບາງເຂດເກັບບໍ່ຖືກ ນິຕິກັມ".
ທ່ານວ່າຈະມີການກວດກາ ວຽກງານຣາຍໄດ້ຣາຍຈ່າຍ ຊຶ່ງຣາຍໄດ້ສ່ວນໃຫຍ່ ໄດ້ມາຈາກການ ເກັບພາສີອາກອນທີ່ດິນ ແລະຊັພສິນຂອງຣັຖ. ສໍາລັບເລື່ອງການ ກວດກາຣາຍຈ່າຍ ທີ່ເປັນບູຣິມະສິດຂອງ ຣັຖບານເປັນຕົ້ນ ແມ່ນເງິນເດືອນພນັກງານ ເງິນບໍຣິຫານ ແລະຄ່າໃຊ້ຈ່າຍຕ່າງໆ ທີ່ຈໍາເປັນພາຍໃນເມືອງ.
ໃນລະຍະທີ່ຜ່ານມາ ຍັງມີຈຸດອ່ອນ ແລະຄວາມບໍ່ມີ ປະສິດທິພາບ ຂອງວຽກງານການເງິນ ຊຶ່ງເຮັດໃຫ້ແຜນງົບປະມານ ບໍ່ກົງກັບເປົ້າໝາຍ ທ່ານກ່າວຕໍ່ໄປວ່າ:
"ການເກັບພາສີ ທີ່ດິນຊັກຊ້າ ມີຄວາມຫຍູ້ງຍາກ ເນື່ອງຈາກວ່າມີການ ໝົກໝຸ້ນຕົວເລກ ໃຫ້ແກ່ອົງການ ຄຸ້ມຄອງເມືອງ ທີ່ດິນ ຜູ້ປະກອບການ ແລະປະຊາຊົນ ຈໍານວນນຶ່ງຍັງບໍ່ທັນຈິງໃຈ ເປັນເຈົ້າການ ປະກອບສວ່ນ ເສັຽພັນທະອາກອນໃຫ້ຣັຖ ການມອບພັນທະຕ່າງໆ ໃຫ້ຣັຖຍັງຊັກຊ້າ ແລະບໍ່ຄົບຖ້ວນ ຕາມຈໍານວນ".
ສໍາລັບງົບປະມານ ສົກປີ 2009-2010ນີ້ ຈະມີການປັບປຸງ ການຈັດຕັ້ງຫ້ອງການ ການເງິນເມືອງເຟືອງ ໃຫ້ມີຄວາມໜັກແໜ້ນ ຕິດຕາມ-ກວດກາ ສົມທົບກັບໜ່ວຍງານ ການເງິນ ໃຫ້ມີຄວາມເປັນ ເອກກະພາບໃນການປະຕິບັດ ແລະຈໍາກັດຊ່ອງວ່າງ ການຮົ່ວໄຫລ ຂອງຣາຍໄດ້ຣາຍຈ່າຍ ດ້ວຍຣະບຽບ ການ ຂອງສູນງົປບະມານ ແຫ່ງຣັຖຢ່າງເຂັ້ມງວດ -ທ່ານ ແກ້ວໃຈ ກ່າວໃນຕອນທ້າຍ.