ການລົງທຶນຕ່າງປະເທດ ໃນວິກິຕການເສຖກິດໂລກ

ສະຫະປະຊາຊາດ ເວົ້າວ່າ ວິກິຕການ ເສຖກິດ ສົ່ງກະທົບ ການລົງທຶນ ຕ່າງປະເທດ ໂດຍກົງ ໜ້ອຍກ່ວາ ທີ່ ເປັນຫ່ວງ.
ຈະເຣີນສຸກ
2010.09.07

ວິກິຕການ ເສຖກິດໂລກ ສົ່ງຜົນກະທົບ ຕໍ່ການລົງທຶນ ຕ່າງປະເທດ ໂດຍກົງ ໜ້ອຍກ່ວາ ຫລາຍໆຄົນ ມີຄວາມເປັນຫ່ວງ, ອີງຕາມ ຄໍາເວົ້າ ຂອງນັກຊ່ຽວຊານ ສະຫະ ປະຊາຊາດ ໃນມື້ວັນຈັນ, ໂດຍໃຫ້ຂໍ້ ສັງເກດວ່າ ໜ້ອຍກ່ວາ 1 ສ່ວນ 5 ຂອງ ບໍຣິສັດ ທີ່ໄດ້ຮັບ ຜົນກະທົບ ຈາກ ວິກິຕການ ເສຖກິດ, ອີງຕາມ ຣາຍງານ ຂອງແຫລ່ງຂ່າວ ເອ ແອັຟ ພີ ໃນມື້ວັນ ອັງຄານນີ້.

ກອງປະຊຸມ ສະຫະ ປະຊາຊາດ ວ່າດ້ວຍ ການຄ້າ ແລະ ການພັທນາ ໄດ້ສໍາຣວດ ບໍຣິສັດ ຣະຫວ່າງຊາດ 236 ບໍຣິສັດ ແລະ ພົບວ່າ 18 ສ່ວນຮ້ອຍ ເວົ້າວ່າ ໄດ້ຮັບ ຜົນກະທົບ ຈາກວິກິຕການ ດັ່ງກ່າວ ຫລື ໄດ້ເຮັດໃຫ້ ບໍຣິສັດ ສາຂາ ຕ້ອງໄດ້ປິດລົງ.

ຣາຍງານ ສະຫະ ປະຊາຊາດ ອະທິບາຍວ່າ ວິກິຕການ ເສຖກິດ ມີຜົນກະທົບ ຕໍ່ການລົງທຶນ ຕ່າງປະເທດ ໂດຍກົງ ໜ້ອຍກ່ວາ ຫລາຍໆຄົນ ເປັນຫ່ວງ. ໃນຂນະທີ່ ງົປມານ ການລົງທຶນ, ຮ່ວມທັງ ການລົງທຶນ ໂດຍກົງ ຈາກຕ່າງປະເທດ, ມີໜ້ອຍລົງ ໃນຣະຫວ່າງ ເກີດວິກິຕການ, ປະເທດ ອຸດສາຫະກັມ ໃໝ່ ບໍ່ໄດ້ເຮັດ ການຄ້າ ແບບຂາຍສົ່ງ ກັບຕ່າງປະເທດ. ແທນທີ່ ຈະໃຊ້ຈ່າຍ ຄ່າຊັບສິນ ໃນຕ່າງປະເທດ, ຫລາຍບໍຣິສັດ ເຣີ້ມຫລຸດຜ່ອນ ການດໍາເນີນ ທຸຣະກິດ ທີ່ໃຊ້ງົປມານ ຫລາຍ ຢູ່ຕ່າງປະເທດ.

ປັດຈຸບັນ ຈີນ, ອິນເດັຍ ແລະ ບເຣຊີລ ເປັນປະເທດ ທີ່ໄດ້ຮັບ ຄວາມນິຍົມ ທີ່ສຸດ ສໍາລັບ ການລົງທຶນ ໂດຍກົງ ຂອງຕ່າງປະເທດ ສໍາລັບ ປີ 2010 ຫາ 2012, ຊຶ່ງຊີງຕໍາແໜ່ງ ຈາກ ສະຫະຣັຖ ທີ່ຢູ່ໃນອັນດັບ ທີ 2 ເມື່ອປີ 2009 ແລະ ຕົກມາຢູ່ ອັນດັບ ທີ 4 ໃນປີນີ້.

ສະຫະປະຊາຊາດ ໄດ້ກ່າວ ກ່ອນໜ້ານັ້ນ ວ່າ ການລົງທຶນ ໂດຍກົງ ຈາກຕ່າງປະເທດ ຈະດີຂຶ້ນ ແລະ ອາດກັບຄືນມາ ເກືອບເທົ່າເດີມ ໃນປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.