ຄ່າຄອງຊີພ ໃນລາວນັບມື້ ແພງສູງຂື້ນ
2009.02.13
ວິກິຕກາຣດ້ານເສຖກິຈ ຕົກຕໍ່າໃນທົ່ວໂລກ ດັ່ງປັຈຈຸບັນນີ້ນັ້ນ ກໍໄດ້ສ້າງຜົລ ກະທົບຕໍ່ປະຊາຊົນ ຊາວລາວຜູ້ຍາກຈົນ ຢ່າງຫລວງຫລາຍເຊັ່ນກັນ ດັ່ງຍານາງ ຄຳເພັງ ບຸນເກີດ ຣາສດອນ ແຂວງບໍຣິຄຳໄຊ ໄດ້ໃຫ້ຄຳເຫັນວ່າ:
ຕົນໄດ້ຮັບຄວາມລຳບາກ ຕໍ່ກາຣດຳຣົງຊີວີຕ ແຕ່ລະມື້ໃນປັຈຈຸບັນ ຫລາຍກວ່າແຕ່ກ່ອນ ຍ້ອນສິນຄ້າແລະ ເຄື່ອງຂອງຕ່າງໆ ພ້ອມກັບນ້ຳມັນ ກໍມີຣາຄາແພງ ສູງຂື້ນເລື້ອຍໆ ເປັນກາຣສ້າງຜົລ ກະທົບຕໍ່ຊາວໄຮ່ ກະສິກອນຕລອດມາ. ຍານາງໄດ້ໃຫ້ຄຳເຫັນ ກ່ຽວກັບເຣື່ອງນີ້ ໃນຕອນໜື່ງວ່າ:
“ຮູ້ສຶກຢູ່ແຕ່ວ່າ ເຂົາເຈົ້າຄັນຜູ້ ໃດມີໄຮ່ມີນາ ກໍບໍ່ເດືອດຮ້ອນປານໃດ ທີ່ທຳນາກ່ຽວເຂົ້ານາ ບໍ່ມີນ້ຳມັນ ນ້ຳມັນແພງ ເຂົ້າກໍຂື້ນຄ່າ (ຣາຄາ) ກໍຄືນໄປຫາ ຄວາຍມາທຳ (ເຮັດ) ນາຄື່ເກົ່າ”
ຍານາງໄດ້ກ່າວ ເນັ້ນເພີ່ມວ່າ: ໃນເມື່ອຣາຄາສິນຄ້າ ເພີ່ມຂື້ນເຊັ່ນນີ້ ກໍເຮັດໃຫ້ປະຊາຊົນ ຊາວລາວຕ້ອງ ອາສັຍກາຣເຮັດນາ ລ້ຽງສັຕເພີ່ມເຕີມ ຕໍ່ໆໄປແລະວ່າສ່ວນ ປະຊາຊົນໃນເຂຕ ອື່ນໂດຽສະເພາະພວກ ທີ່ອາສັຍຢູ່ໃນ ເມືອງກໍອາຈວ່າ ກາຣທີ່ມີສິນຄ້າ ຂື້ນຣາຄານັ້ນ ກໍອາຈຖືວ່າ ເປັນຂອງທັມດາ ແລະໃນຂະນະດຽວກັນ ກໍອາຈເປັນກາຣສ້າງ ຄວາມລຳບາກຢ່າງຫລວງ ຫລາຍໃຫ້ແກ່ພວກ ແມ່ຄ້າຊາວຂາຍ ຣາຍຫຍ່ອຍ ຍ້ອນຣາຄານ້ຳມັນແພງ ແລະໂດຽສະເພາະ ສິນຄ້າສ່ວນຫລາຍ ກໍຕ້ອງໄດ້ນຳເຂົ້າ ໄປຈາກປະເທສ ເພື່ອນບ້ານ!!!