ໂຮງງານອະລູມີນຽມ ເມືອງສນາມໄຊ

ສະຖານທີ່ ກໍ່ສ້າງ ໂຮງງານ ອະລູມີນຽມ ຈະຢູ່ນອກ ເມືອງ ສນາມໄຊ ໃນແຂວງ ອັດຕະປື.
ໂພໄຊສວັດ
2010.09.23

ກົດຟັງສຽງ

ໂຮງງານຜລິດ ອະລູມີນຽມ ຂອງ ບໍຣິສັດ Sino Lao Aluminium Corporation ຫລື (Salco Bauxite) ໃນເຂດເມືອງ ສນາມໄຊ ແຂວງ ອັດຕະປື ຈະຕັ້ງຢູ່ນອກ ເຂດໂຕເມືອງ ເພື່ອໃຫ້ຫລຸດຜ່ອນ ບັນຫາ ຜົນກະທົບ ຕໍ່ສະພາບແວດລ້ອມ ໃນເຂດ ຊຸມຊົນ. ຫາກໂຄງການ ດັ່ງກ່າວ ໄດ້ຖືກກໍ່ສ້າງ ຂຶ້ນມາແທ້ ໜ່ວຍງານກ່ຽວຂ້ອງ ກໍຕ້ອງ ໄດ້ເບິ່ງແຍງ ເອົາໃຈໃສ່ ກ່ຽວກັບຜົນ ກະທົບຕໍ່ ສິ່ງແວດລ້ອມ ຢ່າງໃກ້ຊິດ. ດັ່ງເຈົ້າໜ້າທີ່ ຜແນກ ພະລັງງານ ແລະບໍ່ແຮ່ ແຂວງ ອັດຕະປື ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ເນື້ອທີ່ຊິສ້າງ ຕັ້ງໂຮງງານຫັ້ນ ແຕ່ກ່ອນມັນ ໃກ້ກັບໂຕເມືອງ ປັດຈຸບັນນີ້ ເພິ່ນກໍສຶກສາ ໄປເຂດໃໝ່ຕື່ມ ຍ້າຍອອກຈາກ ເຂດຊຸມຊົນ (ແຕ່ກໍມີຊາວບ້ານ) ເປັນບາງສ່ວນ ບາງຄອບຄົວ ຈຳເປັນທີ່ ຈະຕ້ອງເອົາອອກ ເບື້ອງຕົ້ນ ກໍປະມານ 20 ກວ່າຄອບຄົວ ນີ້ແຫລ໋ະ".

ແຜນການກໍ່ສ້າງ ໂຮງງານຜລິດ ອະລູມີນຽມ ຂອງ ບໍຣິສັດ Salco Bauxite ບ່ອນເກົ່າແມ່ນຢູ່ໃກ້ ໂຮງການເມືອງ ສນາມໄຊ ຊຶ່ງຢູ່ໃນເຂດ ໂຕເມືອງທີ່ມີ ປະຊາຊົນ ອາສັຍ ຢູ່ໜາແໜ້ນ. ຫລັງຈາກທີ່ໄດ້ ສຶກສາວິໄຈ ທາງບໍຣິສັດ ແລະ ໜ່ວຍງານກ່ຽວຂ້ອງ ເຫັນວ່າໂຄງການ ດັ່ງກ່າວ ຈະສົ່ງຜົນ ກະທົບ ຕໍ່ຊຸມຊົນ ແລະ ໂຮງການຂອງ ພາກຣັຖ ຊຶ່ງຈະຕ້ອງໄດ້ ໂຍກຍ້າຍ ອອກຈາກເຂດ ໂຕເມືອງ ຢ່າງຫລວງຫລາຍ. ດັ່ງນັ້ນທາງ ບໍຣິສັດ ແລະ ໜ່ວຍງານກ່ຽວຂ້ອງ ຈຶ່ງໄດ້ຊອກຫາ ພື້ນທີ່ດິນໃໝ່ ເພື່ອກໍ່ສ້າງ ໂຮງງານ ທີ່ໄກອອກໄປ ຈາກໂຕເມືອງ ພໍສົມຄວນ ແຕ່ກໍຍັງມີ ຊາວບ້ານ ຈຳນວນນຶ່ງ ທີ່ຈະຕ້ອງ ໂຍກຍ້າຍ ເພື່ອຄວາມປອດພັຍ ຂອງພວກຂະເຈົ້າ. ດັ່ງເຈົ້າໜ້າທີ່ ເວົ້າອີກ ວ່າ:

"ຝຸ່ນຄວັນກໍບໍ່ ເປັນບັນຫາ ປານໃດ ກໍບໍ່ຖືວ່າເປັນ ບັນຫາ ຕົ້ນຕໍ ພໍປານໃດ ສຳຄັນແມ່ນ ເສດຫາງແຮ່ເນ໋າະ ໂຕນັ້ນຈະເປັນ ບັນຫາ ຫລາຍກ່ອນ ຖ້າເຮົາ ຄຸ້ມຄອງບໍ່ດີ".

ເຖິງຢ່າງໃດ ກໍຕາມ ປັດຈຸບັນນີ້ ໂຄງການກໍ່ສ້າງ ໂຮງງານ ອະລູມີນຽມ ແລະຂຸດຄົ້ນ ບ໋ອກໄຊ ຂອງບໍລິສັດ Salco Bauxite ຍັງບໍ່ທັນໄດ້ຮັບ ອະນຸຍາດ ໃຫ້ຂຸດຄົ້ນຢ່າງ ເປັນທາງການ ຈາກຣັຖບານເທື່ອ ແຕ່ທາງ ບໍຣິສັດ ກໍຫວັງວ່າ ຈະສາມາດເລີ້ມ ໂຄງການໄດ້ ພາຍໃນປີ 2012 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.