ກົດໝາຍ ໃຫ້ສອດຄ່ອງ ສະພາບການ
2009.03.30
ກົດໝາຍສບັບໃໝ່ ຂອງລາວ ທີ່ມີຢູ່ໃນ ປັຈຈຸບັນ ບໍ່ສາມາດ ຄວບຄຸມໄດ້ໝົດ ເຮັດໃຫ້ເກີດຊ່ອງ ຫວ່າງໃນການ ສວຍໄຊ້ເອົາປຽບ ຫລືລັກລອບ ກະທໍາຜິດຕ່າງໆ ໂດຍ ທີ່ກົດໝາຍ ບໍ່ສາມາດເອົາ ຜິດເອົາແມ່ນໄດ້ ຊຶ່ງຕ້ອງມີການ ກວດແກ້ປັບປຸງ ກົດໝາຍນັ້ນໆ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຝ່າຍ ກົດໝາຍ ສະພາແຫ່ງຊາດ ໃນນະຄອນ ຫລວງວຽງຈັນ. ທ່ານກ່າວ ກ່ຽວກັບ ເລື່ອງນີ້ວ່າ:
ມັນກໍມີຫລາຍ ກົດໝາຍກ່ຽວກັບ ປ່າໄມ້ເຮົາ ກໍປັບປຸງ ແລະກໍກົດໝາຍ ກ່ຽວກັບໄຟຟ້າ ກົດໝາຍວ່າດ້ວຍ ແຮ່ທາດ ທຸກກົດໝາຍ ຖ້າຫາກວ່າ ມັນບໍ່ເໝາະ ກັບສພາບ ເສຖກິດ ໃນປັຈຈຸບັນ ແລ້ວເຮົາອາຈມີ ການປັບປຸງມັນ ໝາຍຄວາມວ່າເຮັດ ໃຫ້ມັນສອດຄ່ອງ ກັບສພາບ ເສຖກິດສັງຄົມ ໃນປັຈຈຸບັນ.
ກົດໝາຍຂອງລາວ ໃນປັຈຈຸບັນ ມີບາງສບັບທີ່ ຍັງບໍ່ທັນໄດ້ ຮັບການປັບປຸງ ເຊັ່ນກົດໝາຍ ສະເພາະກ່ຽວກັບ ການນໍາສານ ເຄມີຕ້ອງຫ້າມ ເຂົ້າມາລາວ ຊຶ່ງສົ່ງຜົນໃຫ້ ມີການລັກລອບ ນໍາສານນັ້ນເຂົ້າ ມາໄຊ້ໃນ ການກະສິກັມ ຢູ່ບາງພື້ນທີ່ ຂອງລາວໂດຍທີ່ ທາງການບໍ່ ສາມາດເອົາເລື່ອງ ກັບຜູ້ກະທໍາ ຜິດໄດ້ ເພາະວ່າກົດໝາຍ ທີ່ມີ ຢູ່ນັ້ນບໍ່ຮັດ ກຸມພໍ. ນອກຈາກນັ້ນແລ້ວ ຍັງມີກົດໝາຍ ບາງສບັບທີ່ ຕ້ອງໄດ້ມີການ ປັບປຸງຢ່າງຮີບດ່ວນ.
ພ້ອມດຽວກັນນີ້ ເຈົ້າໜ້າທີ່ຫ້ອງ ການສູນສີ່ງແວດລ້ອມ ແຂວງຊຽງຂວາງ ກໍໄດ້ເຜີຍເຖິງ ບັນຫາທີ່ຍັງ ເກີດຂຶ້ນ ໃນຂະນະທີ່ ໄດ້ມີການ ປັບປຸງກົດໝາຍ ສີ່ງແວດລ້ອມ ແລ້ວນັ້ນ:
ກົດໝາຍ ສີ່ງແວດລ້ອມ ຕົວເກົ່າ ແຕ່ວ່າປັບປຸງ ໃໝ່ດີຂຶ້ນແລ້ວ ແຕ່ວ່າສີ່ງທີ່ ຍັງຄ້າງຄາ ອັນນຶ່ງມີແຕ່ ການທີ່ ປະຊາຊົນ ຍັງຖາງປ່າ ຈໍານວນນຶ່ງ.
ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ຝ່າຍ ກົດໝາຍ ສພາແຫ່ງຊາດ ໃນນະຄອນ ຫລວງວຽງຈັນ ໄດ້ສລຸບໂດຍ ເນັ້ນເຖິງຄວາມ ສໍາຄັນໃນ ການປັບປຸງ ກົດໝາຍເກົ່າ ເພື່ອໃຫ້ມີ ການພັທນາ ອົງການແລະຣະບົບ ບໍຣິຫານ ໃຫ້ມີ ປະສິດທິພາບ ຫລາຍຂຶ້ນ, ມີຄວາມກ້າຕັດ ສີນໃຈໃນສີ່ງ ທີ່ຖືກຕ້ອງແລະ ເສີມສ້າງການເປັນ ນັກບໍຣິຫານ ທີ່ມີວິໃສ ທັດ, ມີຄວາມຮູ້ ຄວາມສາມາດ ເທົ່າທັນຕາມຍຸກ ເທັກໂນໂລຊີ ທີ່ມີ ການປ່ຽນແປງ ຕ່າງໆຢ່າງໄວວາ ຢູ່ນີ້.