ເສຖກິດລາວ ຍັງຈະບໍ່ຂຍາຍໂຕ

ທະນາຄານ ພັທນາເອເຊັຍ ຄາດວ່າສະພາບ ເສຖກິດຂອງລາວ ຈະບໍ່ຂຍາຍໂຕ ໃນເວລາ ອັນໃກ້ນີ້.
ໂພໄຊສວັດ
2009.06.24

ການເຕີບໃຫຍ່ຂອງ ເສຖກິດ ພາຍໃນປີ 2009–2010 ຈະຊ້າລົງຍ້ອນ ການຊ້າລົງຂອງ ເສຖກິດໂລກ ຊຶ່ງຈະຖ່ວງດຶງ ການສົ່ງອອກສິນຄ້າ ປະເພດເຄື່ອງນຸ່ງ ແລະ ທອງແດງພ້ອມທັງ ການ ທ່ອງທ່ຽວນຳອີກ.

ລາຍການສັ່ງ ສິນຄ້າປະເພດ ເຄື່ອງນຸ່ງຫລຸດລົງ 15ຫາ20ສ່ວນຮ້ອຍ ພາຍໃນປີ2009 ການຄ້າ ແລະການລົງທຶນ ໂດຍກົງຄາດວ່າ ຈະຄ່ອຍໆຫລຸດ ໜ້ອຍລົງຍ້ອນ ຣາຄາໂລຫະທາດ ຕ່າງໆ ໃນຕລາດໂລກ ຕົກຕໍ່າໂດຍສະເພາະ ຣາຄາທອງແດງ ພ້ອມດຽວກັນນີ້ ການຊ່ອຍເຫລືອທຶນ ຈາກນາໆຊາດ ກໍຈະຫາ ຍາກຂື້ນ.

ໂຄງການກໍ່ສ້າງ ແລະ ຂຸດຄົ້ນບໍ່ແຮ່ ຕ່າງໆກໍມີ ການເລື່ອນ ຮວມທັງການຂຍາຍ ເໝືອງທອງ ແດງແລະບໍ່ຄຳ ພ້ອມທັງໂຄງການ ສ້າງພະລັງ ໄຟຟ້າສາມແຫ່ງ ການ ຊ້າລົງຫລື ຫລຸດລົງຂອງການ ສົ່ງອອກຈະເຮັດ ໃຫ້ລາຍຮັບ ຕໍ່າລົງແລະການ ໃຊ້ຈ່າຍກໍຫລຸດລົງແລະຈະ ກະທົບກະເທືອນ ຕໍ່ຄວາມໝັ້ນໃຈ ທາງການຄ້າ ແລະການ ລົງທຶນ.

ເຖິງຢ່າງໃດ ກໍຕາມ ສິ່ງດີສຳລັບ ເສຖກິດ ກໍອາຈມີຢູ່ ເຊັ່ນລາຍຈ່າຍທີ່ ໃຫຍ່ໆຂອງ ຣັຖບານໃນການກໍ່ສ້າງ ໂຄງຮ່າງຈັດງານ ມະຫະກັມ ອາຈສົ່ງເສີມໃຫ້ ເສຖກິດເຕີບ ໃຫຍ່ໄດ້ເປັນ ບາງສ່ວນ ເຊັ່ນການຈັດການ ແຂ່ງຂັນກິລາ ຊີເກມຄັ້ງທີ 25ຢູ່ນະຄອນ ຫລວງວຽງຈັນ ໃນທ້າຍປີນີ້ ແລະ ງານສເລີມສລອງ ມື້ກໍ່ຕັ້ງ 450ປີຂອງວຽງຈັນ ເປັນເມືອງເອກ ຊຶ່ງຈະຈັດຂື້ນ ໃນເດືອນ ມົກກະຣາ ປີໜ້າ.

ນອກຈາກນີ້ແລ້ວ ການຜລິດທາງດ້ານ ການກະເສດ ຄາດໄວ້ວ່າຈະ ຂຍາຍໄດ້ໄວ ກວ່າປີທີ່ຜ່ານມາ ພ້ອມກັນນີ້ພາກ ຣັຖບານ ຍັງໄດ້ວາງແຜນ ຮອງຮັບການຊ້າ ລົງ ຂອງເສຖກິດໂລກ ໂດຍ ການປ່ອຍສິນເຊື່ອ ເພື່ອສົ່ງເສີມການ ຄ້າຂນາດນ້ອຍແລະ ຂນາດກາງແລະ ຫລຸດຜ່ອນຄ່າ ພະ ລັງໄຟຟ້າ ສຳລັບ ບໍລິສັດ ຂຸດຄົ້ນບໍ່ແຮ່ ທີ່ໄດ້ຮັບຄວາມ ລຳບາກ. ເຖິງຢ່າງໃດ ກໍຕາມ ຣັຖບານ ຍັງຈະເພີ້ມລາຍ ຈ່າຍອີກປະມານ 10ສ່ວນຮ້ອຍ ພາຍໃນ ງົບປະມານ ປີ2009 ເພື່ອຊ່ອຍກະຕຸ້ນ ເສຖກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.