ແຂວງວຽງຈັນໄດ້ສຳເຣັດການປັກດຳເຂົ້ານາແຊງໄປແລ້ວ 30% ຂອງພື້ນທີ່ ປູກເຂົ້ານາແຊງ 12,000 ເຮັກຕາ້


2008.01.09

ຕາມການເປີດເຜີຽ ຂອງທ່ານ ເວີນສວັນ ແສນທະວີສຸກ ຫົວໜ້າຂະແໜງ ການປູກຝັງ ປະຈຳຜະແນກ ກະສິກັມ ແລະປ່າໄມ້ ແຂວງວຽງຈັນ. ທ່ານວ່າປີນີ້ ແຂວງວຽງຈັນ ຈະສາມາດ ບຸກເບີກພື້ນທີ່ ສຳລັບປູກເຂົ້ານາແຊງ ໄດ້ເຖິງ 12,000 ເຮັກຕາ ຫລັງຈາກຊ່ອມແຊມ ລະບົບຊົນລະປະທານ ຫາກສຳເຣັດແລ້ວ.

(ສຽງ) "ດຽວນີ້ພວກເຮົາ ໄດ້ຫ່າງກະຕຽມ ໃນພື້ນທີ່ 12,000 ເຮັກຕາ ມາຮອດປັດຈຸບັນ ພວກ ເຮົາ ໄດ້ປັກດຳໄປແລ້ວ ປະມານ 30% ຂອງເນື້ອທີ່ແຜນການ. ຕົວນີ້ມັນມີທ່າແຮງ ເຣື້ອງນ້ຳ ເພາະວ່າກຳລັງສ້ອມແປງ ຊົນລະປະທານ."

ທ່ານວ່າ ເວລານ້ ຊາວນາ ໃນເຂດເມືອງທຸຣະຄົມ ເມືອງໂພນໂຮງ ແລະແກ້ວອຸດົມ ສໍາເຣັດປັກດຳ ເຂົ້ານາແຊງໄປແລ້ວ ໃນພື້ນທີ່ 3,600 ເຮັກຕາ ໃນຈຳນວນເນື້ອທີ່ນາແຊງ 12,000 ເຮັກຕາ. ຫລັງຈາກເກັບກູ້ ເຂົ້າໃນເນື້ອທີ່ທັງໝົດນີ້ ຈະສາມາດໄດ້ເຂົ້າເປືອກ ປະມານ 48,000 ໂຕນ. ການຜລິດເຂົ້ານາແຊງ ຂອງແຂວງວຽງຈັນ ໃນປີນີ້ ເຫັນວ່າເພີ້ມຂື້ນກ່ວາ ປີທີ່ແລ້ວ ຊຶ່ງມີເນື້ອທີ່ນາແຊງ 7,300 ເຣັກຕາ ຍ້ອນວ່າ ໃນປີທີ່ຜ່ານມາ ທາງແຂວງມີລະບົບ ຊົນລະປະທານ ພຽງແຕ່ 21 ໂຄງການເທົ່ານັ້ນ. ທາງແຂວງຢາກສົ່ງເສີມ ໃຫ້ປະຊາຊົນ ຜລິດເຂົ້າ ໃຫ້ໄດ້ຫລາຍກ່ວານີ້ ແຕ່ກໍຍັງມີ ເງື່ອນໄຂຈຳກັດຫລາຍຢ່າງ.

(ສຽງ) "ພວກເຮົາ ຢາກສົ່ງເສີມ ໃຫ້ຊາວນາຜລິດສູງ ແຕ່ວ່າຊາວນາ ສ່ວນຫລາຍ ຍັງບໍ່ທັນມີທຶນຊືປູຍ ແນວພັນທີ່ດີໆ ດັ່ງນັ້ນພວກເຮົາ ຈຶ່ງຈະຂື້ນແຜນ ໄປຫາທາງທະນາຄານ ນະໂຍບາຍ ເພື່ອໃຫ້ເຂົາປ່ອຍສິນເຊື່ອ."

ແຂວງວຽງຈັນ ເປັນແຂວງສຳຄັນ ໃນການຜລິດອາຫານ ເພື່ອມາປ້ອນຕະລາດ ໃນນະຄອນຫລວງ ເພາະວ່າແຂວງວຽງຈັນ ມີທົ່ງຮາບພຽງ ແລະມີຄວາມ ສະດວກເຣື້ອງນ້ຳ ແຕ່ວ່າຊາວນາ ຍັງຂາດທຶນຮອນ ໃນການສົ່ງເສີມ ການຜລິດຂອງເຂົາເຈົ້າ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.