ວັຍໜຸ່ມລາວ ເລິ່ມສະແດງ ການເປັນ ອັນຕະພານ ຫລາຍຂຶ້ນ
ປັດຈຸບັນ ສະພາບ ຂອງວັຍໜຸ່ມລາວ ປາກົດວ່າ ພວມມີ ພຶດຕິກຳ ເປັນອັນຕະລາຍ ຕໍ່ສັງຄົມ ຫລາຍຂື້ນ. ພ້ອມທັງ ສ້າງຄວາມໜັກໃຈ ບໍ່ໜ້ອຍ ໃຫ້ແກ່ໜ່ວຍງານ ປ້ອງກັນ ຄວາມສງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ.
-
ຈໍາປາທອງ ຣາຍງານ
2008-12-08 -
-
-
Your browser doesn’t support HTML5 audio
ສະພາບການ ພາຍໃນ ຂອງລາວ ມີປາກົດການ ທີ່ເປັນພັຍ ຕໍ່ສັງຄົມຫລາຍຂື້ນ ໂດຍສະເພາະ ແມ່ນກຸ່ມວັຍໜຸ່ມສ່ວນໃຫຍ່ ມີພຶດຕິກຳ ສ້າງຄວາມວຸ້ນວາຍ ສັບສົນ. ມີການຈັດຕັ້ງ ກຸ່ມອາລະວາດ, ລະເມີດ ທ້າທາຍລະບຽບ ກົດໝາຍ, ຂີ້ລັກ ງັດເງາະ, ປູ້ນຈີ້, ຄາດຕະກຳ ຊິງຊັບ. ເວົ້າສະເພາະ ຢູ່ນະຄອນຫລວງວຽງຈັນ ໃນແຕ່ລະວັນ ມີລົດຈັກ ເສັຍ 2 ຄັນ ແລະ ອື່ນໆ.
ປາກົດການ ແບບນີ້ ແລະ ມີຈຳນວນເດັກນ້ອຍ ຂ້າງຖນົນ ຢູ່ ສ.ປ.ປ.ລາວ ຢູ່ໃນທ່າອ່ຽງເພີ້ມຂື້ນ ເລື້ອຍໆ ດັ່ງທີ່ ຍານາງ ສຸລິພັນ ຈັນທະມິດ ຮອງຫົວໜ້າ ສູນວັຍໜຸ່ມ ກ່າວວ່າ ປັດຈຸບັນນີ້ ຊາວໜຸ່ມລາວ ມີທ່າອ່ຽງ ເປັນຄົນຮຸນແຮງ ຕໍ່ສັງຄົມຫລາຍຂື້ນ ຍ້ອນການໄດ້ຮັບ ຜົນກະທົບ ຈາກການຫວ່າງງານ ແລະ ຈາກສະພາບແວດລ້ອມ ທັງພາຍໃນ ແລະ ນອນປະເທດ ໂດຍຜ່ານ ທາງໂທລະທັດ, ວິທະຍຸ, ໜັງສືພີມ, ວາລະສານ, ອິນເຕີເນັດ ແລະ ອື່ນໆ.
ນອກນັ້ນ ຍັງມີສາເຫດ ມາຈາກ ເຈົ້າຂອງຮ້ານອາຫານ ແລະ ແຫລ່ງບັນເທີງ ຕ່າງໆ ທີ່ຍັງບໍ່ ເອົາໃຈໃສ່ ຕໍ່ລະບຽບໃນການ ກຳນົດສິດ ຂອງຜູ້ໄປຊົມໃຊ້ ບໍລິການ ໃນສະຖານທີ່ ຂອງຕົນ ອັນເປັນສາເຫດ ສຳຄັນອັນນຶ່ງ ທີ່ມີສ່ວນ ເບື່ອເມົາໄວໜຸ່ມ ໃຫ້ຕິດພັຍສັງຄົມ ທີ່ຮ້າຍແຮງຂື້ນ ນັບມື້ນັບຫລາຍ. ໄດ້ມີການນຳເຂົ້າ ພ້ອມທັງຜລິດ ແລະ ຈຳໜ່າຍ ຢາເສບຕິດຫລາຍ ຢູ່ລາວ ເປັນຕົ້ນ ຢູ່ບັນດາ ແຂວງພາກເໜືອ ຂອງລາວ ໄດ້ມີການລັກລອບ ປູກຝິ່ນ ຢ່າງກວ້າງຂວາງ.
ຄາດກັນວ່າ ສະເພາະ ຢູ່ແຂວງອູດົມໄຊ ແຫ່ງດຽວ ກໍມີເນື້ອທີ່ ປູກຝິ່ນຫລາຍຮ້ອຍເຮັກຕາ. ໃນສົກປີ 2007–2008 ນີ້ ເຈົ້າໜ້າທີ່ ປາບປາມຢາເສບຕິດ ຂອງລາວ ໄດ້ພົບເຫັນເນື້ອທີ່ ປູກຝິ່ນ ຈຳນວນ 268 ຕອນ ມີເນື້ອທີ່ 400 ກວ່າເຮັກຕາ ຢູ່ຫລາຍເຂດ ໃນ 7 ຕົວເມືອງ ຂອງແຂວງນີ້.