ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
2008.02.27
ໃນປັຈຈຸບັນ ທາງກາຣແຂວງຫົວພັນ ກຳລັງປະສົບກັບບັນຫາ ກາຣແພ່ຂຍາຍຂອງ ຢາເສພຕິດ ໂດຽສະເພາະຢາບ້າ ແລະເຮໂຣອິນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ຂອງຄະນະກັມ ມະກາຣ ຄວບຄຸມຢາເສພຕິດ ພາຍໃນແຂວງຜູ້ໜື່ງໄດ້ກ່າວວ່າ:
(ສຽງ) “ກ່ຽວກັບບັນຫາ ຢາເສພຕິດ ຢູ່ແຂວງຫົວພັນ ປັຈຈຸບັນ ມັນກຳລັງມີກາຣແພ່ຂຍາຍ ກ່ຽວກັບເຣື່ອງບັນຫາ ຢາບ້າ ແລະກໍມີບັນຫາເຣື່ອງເຮໂຣ ອິນ ມີປະຊາຊົນ ຈຳນວນໜື່ງ ທີ່ເຂົາເຈົ້າ ເຣີ່ມຕິດຢາເຮໂຣອິນ”
ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ຢາເຮໂຣອິນ ແລະຢາບ້າດັ່ງກ່າວ ມີແຫລ່ງທີ່ມາຈາກ ທາງພາຄເໜືອ ຂອງຊາຍແດນລາວ ໃນເຂຕແຂວງບໍ່ແກ້ວ ຊື່ງມີຊາຍແດນ ຕິດກັບ ພະມ້າ ໂດຽມີກາຣເຣີ່ມຈາກ ເຂຕຊາຍແດນພະມ້າ ເຂົ້າເຖີງແຂວງອຸດົມໄຊ ແລ້ວຕໍ່ລົງມາ ຍັງແຂວງຫົວພັນ.
ບັນຫາດັ່ງກ່າວ ກໍເຮັດໃຫ້ປະຊາຊົນລາວ ຈຳນວນໜື່ງໃກ້ເຂຕຊາຍ ແດນວຽດນາມ ກາຍເປັນຄົນຕິດຢາ ເສພຕິດ ໄປຕາມໆກັນ ຍ້ອນມີກາຣລັກລອບສົ່ງຢາ ບ້າຈາກແຂວງຫົວພັນ ເຂົ້າໄປຍັງວຽດນາມຕລອດມາ ດັ່ງເຈົ້າໜ້າທີ່ຄົນດັ່ງກ່າວ ໄດ້ໃຫ້ ກາຣຊີ້ແຈງອີກວ່າ:
(ສຽງ) “ພວກປະຊາຊົນ ຢູ່ຕິດຊາຍແດນຫັ້ນ ແຕ່ກ່ອນນັ້ນເຂົາເຈົ້າ ຕິດຝິ່ນເນາະ ດຽວນີ້ນີ໊ ເຂົາເຈົ້າ ບໍ່ໄດ້ປູກຝິ່ນ ແລ້ວເຂົາເຈົ້າ ບໍ່ມີຝິ່ນເສພແລ້ວ ເຂົາເຈົ້າກັບມາຊື້ເຮໂຣອິນ ນີ້ມາເສພ.”
ເຈົ້າໜ້າທີ່ລາວ ໄດ້ກ່າວເນັ້ນຕື່ມວ່າ: ໃນຣະຍະຜ່ານມາ ກໍມີກາຣປາບປາມ ແລະທາງ ເຈົ້າໜ້າທີ່ ກໍສາມາດຈັບກຸມ ຕົວຜູ້ຕ້ອງຫາລັກລອບ ຄ້າຢາເສພຕິດ ໄດ້ເຖີງຂັ້ນປັບໃໝ ຕັດສິນລົງໂທດ ຕາມມາຕກາຣເຊັ່ນ: ຖ້າພົບເຫັນ ມີຢາເຮໂຣອິນ ໃນຄອບຄອງແຕ່ 1-100 ກຣາມໃຫ້ຈຳຄຸກ 15 ປີ, ແຕ່ 101-300 ກຣາມໃຫ້ຈຳຄຸກ 20 ປີ, ແຕ່ 301 – 500 ກຣາມໃຫ້ຈຳຄຸກຕລອດຊີວີຕ ແລະຫລາຍກວ່າ 500 ກຣາມຂື້ນໄປ ກໍວ່າໃຫ້ ມີກາຣລົງໂທດ ປະຫານຊີວີຕ ແລະມີກາຣຕັດສິນລົງໂທດ ໄປແລ້ວບໍ່ຕໍ່າກວ່າ 2 ຄົນ. ສະເພາະຜູ້ເສພຢາເຮໂຣອິນ ນັ້ນທາງເຈົ້າໜ້າທີ່ກໍຈະຈັດສົ່ງ ໄປຍັງສູນບຳບັຕຈົນກວ່າ ຈະມີກາຣເລີກຢາ ກັບຄືນເປັນຄົນດີແລ້ວ ກໍສົ່ງກັບຄືນບ້ານເດີມ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ
- ສາຍການບິນ ລາວແອລາຍສັ່ງຈອງຍົນ ATR ອີກນຶ່ງລຳ ຈາກບໍຣິສັດ ATR
- ກາຣທີ່ໄທຽຈະອອກພັນທະບັຕຫລື”ບອນດ໌”ໃຫ້ແກ່ ສປປລາວ ສຳຫລັບໂຄງກາຣ ກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 2 ຍັງບໍ່ມີຄວາມຄືບໜ້າ ເທື່ອໃນປັຈຈຸບັນ.
- ສານພິດ ທໍາລາຍໃບໄມ້ ທີ່ເປັນອັນຕະລາຍ ຍັງມີຫລົງເຫລືອ ແລະ ປະປົນ ຢູ່ໃນສະພາບແວດລ້ອມ ໃນແຂວງສວັນນະເຂດຢູ່
- ນັກ ທຸຣະກິດໄທ ທີ່ສົ່ງສິນຄ້າ ໄປລາວ ມີຄວາມເປັນຫ່ວງ ໃນຂະນະທີ່ ສິນຄ້າຈີນ ກໍາລັງຕີຕລາດ ໃນສປປລາວ
- ການສົ່ງ ຊາວເຜົ່າມົ້ງ ບ້ານຫ້ວຍ ນໍ້າຂາວ ກັບຄືນ ສປປລາວ ຍັງຈະຖືກນໍາຂຶ້ນ ປຶກສາຫາລື ທີ່ກອງປະຊຸມ ໃນເດືອນມີນາ ຈະມາເຖິງນີ້