ສະພາທີ່ປຶກສາ ເສຖກິຈ ແລະສັງຄົມແຫ່ງຊາຕ ຂອງໄທຽວ່າຣັຖບາລໄທຽ ຄວນຈະເຈຣະ ຈາກັບທາງຣັຖບາລລາວ ເສັຽກ່ອນກ່ຽວກັບ ໂຄງກາຣທີ່ວ່າ ຈະສູບນ້ຳຂອງ ຂື້ນໄປໃຊ້
2008.03.06
ທ່ານວິຣະວັທ ທີຣະປຣະສາທ ປະທານຄະນະວິທຍາສາຕເທຄໂນໂລຈີ ຊັພຍາ ກອນທັມມະຊາຕແລະສີ່ງແວດລ້ອມ ຂອງສະພາທີ່ປຶກສາເສຖກິຈແລະສັງຄົມຂອງ ໄທຽໄດ້ເປີດເຜີຽວ່າ: ກາຣທີ່ຣັຖບາລໄທຽ ມີໂຄງກາຣ ທີ່ຈະສູບນ້ຳຈາກແມ່ນ້ຳຂອງຂື້ນ ໄປໃຊ້ສຳຫລັບກາຣກະສິກັມ ໃນເຂຕພາຄອີສານ ຂອງໄທຽນັ້ນ ກໍຕ້ອງຄວນຄຳນືງເຖີງ ນະໂຍບາຍ ຂອງກາຣໃຊ້ນ້ຳ ຮ່ວມກັບທາງຣັຖບາລ ສປປລາວ ເສັຽກ່ອນດັ່ງທີ່ທ່ານໄດ້ ກ່າວວ່າ:
(ສຽງ) “ຕ້ອງເບີ່ງໄປເຖີງອະນາຄົດດ້ວຍວ່າ ກາຣໃຊ້ນ້ຳໃນແມ່ນ້ຳຂອງ ເພື່ອກາຣກະເສຕ ແລະກາຣໃຊ້ນ້ຳ ເພື່ອປັ່ນກະແສໄຟຟ້າ ນັ້ນແມ່ນໂຕໃດຈະດີກວ່າກັນ ຖ້າວ່ານະໂຍບາຍ ຂອງທາງກາຣລາວທີ່ ຈະເປັນປະເທດ ທີ່ຂາຍໄຟຟ້າ ຈາກພລັງນ້ຳນັ້ນ ຈະຕ້ອງມີກາຣເຈຣະຈາ ກັນວ່າຖ້າໄທຽ ຫາກປ້ານນ້ຳແລ້ວສູບ ເອົານ້ຳຂື້ນມາໃຊ້ນັ້ນ ທາງກາຣລາວຈະເຫັນດີນຳບໍ?”
ເຈົ້າໜ້າທີ່ໄທຽ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ຖ້າໂຄງກາຣດູດ ເອົານ້ຳຂອງ ໄປໃຊ້ຈະ ສ້າງຜົລກະທົບກະເທືອນ ຕໍ່ໂຄງກາຣພັທນາ ເຂື່ອນແມ່ນ້ຳຂອງ ທີ່ທາງກາຣລາວມີເປົ້າ ໝາຍໄວ້ຫລາຍແຫ່ງນັ້ນ ແນ່ນອນທີ່ສຸດ ກໍຕ້ອງມີກາຣພິຈາຣະນາ ຮ່ວມກັນ ດັ່ງທີ່ທ່ານ ວິຣະວັທ ໃຫ້ຄຳເຫັນອີກວ່າ:
(ສຽງ) “ຖ້າວ່າຂໍ້ຕົກລົງຣະຫວ່າງກາຣໃຊ້ນ້ຳ ວ່າປະເທດໃດ ມີ ສິທກວ່ານັ້ນ ກໍບໍ່ຕ້ອງໄປສົນໃຈ ແລະຄິດວ່າ ອາຈຈະມີວິທີກາຣແກ້ໄຂ ບໍ່ວ່າແຕ່ສະເພາະ ພາຍໃນຫລືຣະຫວ່າງ ປະເທດກໍຕາມ ຂໍໃຫ້ຢູ່ໃນຫລັກກາຣ ທີ່ເປັນທັມ ແລະໃຫ້ສາມາດຍືນຍົງຕໍ່ໆໄປ.”
ເຖີງຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຽ ໄດ້ເນັ້ນອີກວ່າ: ກາຣພັທນາຕ່າງໆ ໃນແມ່ນ້ຳ ຂອງ ຕ້ອງໄດ້ໃຊ້ຄວາມ ຣະມັດຣະວັງ ເພາະເປັນແມ່ນນ້ຳນາໆຊາຕ ທີ່ມີຄວາມສຳຄັນໃນ ພູມີພາຄ ແລະກໍບໍ່ຢາກໃຫ ້ເກີດມີບັນຫາດ້ານກາຣຂັດແຍ່ງ ຫລືສ້າງຜົລກະທົບຕໍ່ປະເທດ ໃດໜື່ງເຊັ່ນກັນ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຄົນງານຊາວລາວ ທີ່ກັບຈາກກາຣລັກລອບ ໄປຫາເຮັດວຽກ ຢູ່ໄທຽຖືກຕຳຣວຈ ມຸກດາຫາຣຈັບໄດ້ 25 ຄົນ ກ່ອນພາກັນກັບບ້ານ
- ກົມພລະສືກສາຂອງລາວ ກຳລັງດຳເນີນໂຄງການສົ່ງເສີມກິລາ ເພືອ່ຕ້ານຢາເສບ ຕິດຕາມ ສຖາບັນ ແລະໂຮງຮຽນ ຕ່າງໆໃນລາວ
- ຕລາດສົດ ທີ່ແຂວງສັວນນະເຂດ ມີຄວາມສົກກະປົກ ເປື້ອນເປີະ ເປັນພິເສດ ຕຣອດຮອດ ມີມົນລະພິດປະປົນ ເພາະຂາດ ການວາງແຜນ ໃນການກໍສ້າງ ທີ່ຣັຖຄວບ ຄຸມມາແຕ່ຕົ້ນ
- ສະພາບແວດລ້ອມປ່າໄມ້ ໃນແຂວງຊຽງຂວາງຍັງຄົງຄວາມສວຍງາມຢູ່ ແຕ່ຫາກຍັງມີຜູ້ລັກລອບຕັດໄມ້ ທໍາລາຍປ່າຢູ່ຕໍ່ໄປ
- ປາກົດການ-ຄົນຂໍທານແລະເດັກນ້ອຍ ເລ້ລ້ອນຈອນຈັດ ເລີ່ມມີໃຫ້ເຫັນໃນໃຈກາງນະຄອນຫລວງວຽງຈັນ ອີກແລ້ວ ຫລັງຈາກ ທີ່ຖືກກວດລ້າງໃຫ້ໝົດໄປ ເມື່ອປີສອງປີກ່ອນ
- ຕໍາຣວດໄທ ຕັ້ງດ່ານລັດຈັບແຮງງານຊາວລາວ ທີ່ລັກລອບເຂົ້າເມືອງ ຢູ່ທີ່ດ່ານຊາຍແດນຂອງໄທ
- ເຈົ້າໜ້າທີ່ຂັ້ນສູງ ຂອງອົງການ ໄອຍະການ ປະຊາຊົນ ສູງສຸດແຫ່ງ ສປປລາວ ແລະໄອຍະການ ປະຊາຊົນສູງສຸດ ຂອງວຽດນາມ ໄດ້ພົປະກັນ ຢູ່ທີ່ນະຄອນຫລວງວຽງຈັນ
- ຊາວລາວ ເຜົ້າມົ້ງ ຈຳນວນ 11 ຄົນ ທີ່ລາວຮັບມອບ ຈາກທາງການໄທ ເພື່ອກັບຄືນປະເທດນັ້ນ ຈະຕ້ອງໄດ້ເຂົ້າໃຈ ຂັ້ນຕອນ ແລະ ລະບຽບການ ໃນການຮັບຕ້ອນ
- ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນ ວັດສີສະເກດ ຢ່າງເປັນທາງການ
- ທາງກາຣກ່ຽວຂ້ອງ ຈາກ 4 ຊາຕ ເຂຕລຸ່ມແມ່ນ້ຳຂອງ ຕອນເທີງ ຕຣຽມລົງນາມ ໃນຂໍ້ສັນຍາ ຄວາມຮ່ວມມື ທີ່ມີກຳໜົດຈັດຂື້ນ ໃນມື້ວັນອັງຄາຣ ນີ້