ຍັງມີ ຊາກກະດູກ ໂຕ ໄດນາຊໍຣ ທີ່ຖືກປ່ອຍຖິ້ມຮ້າງ ຢູ່ຕາມທັມມະຊາດ ເປັນຈໍານວນຫລວງຫລາຍ ໃນພື້ນທີ່ ແຂວງສວັນນະເຂດ
2008.01.25
ພື້ນທີ່ ແຂວງສວັນນະເຂດ ຖືເປັນບໍຣິເວນ ທີ່ມີການຄົ້ນພົບ ຊາກກະດູກ ໄດນາຊໍ ມາຢ່າງຕໍ່ເນື່ອງ ແລະ ໃນລະຍະຜ່ານມາ ກໍໄດ້ມີການຊີ້ນໍາ ໃຫ້ຂຸດຄົ້ນບາງສ່ວນ ເພື່ອໄປເກັບຮັກສາໄວ້ ໃນຫໍພິພິທພັນ. ເຖິງປານນັ້ນ ກໍຕາມ, ປັດຈຸບັນ ຍັງມີການພົບເຫັນ ຊິ້ນສ່ວນ ກະດູກຖືກປ່ອຍຖິ້ມ ຮ້າງຢູ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ.
ທ່ານ ສີນວນ ສີຫາຣາຊ, ຫົວໜ້າ ຫ້ອງການ ວິທະຍາສາດ, ເທັກໂນໂລຈີ ແລະ ສິ່ງແວດລ້ອມ ແຂວງສວັນນະເຂດ ກ່າວວ່າ:
(ສຽງ) “ເອີ… ດຽວນີ້ ປະຊາຊົນນັ້ນແຫລະເຫັນແລ້ວ ຂະເຈົ້າ ກໍໄດ້ແຈ້ງມາ, ທາງເຮົາ ກໍໄດ້ລົງໄປເບິ່ງໂຕຈິງ, ຖືວ່າ ເຫັນມີ ມັນມີຮອດ 7-8 ຂຸມ ພຸ້ນນະ. ສໍາລັບຂຸມ ໄດນາຊໍ ທີ່ບໍ່ທັນຂຸດຄົ້ນ ຢູ່ແຖບບ້ານຕັ່ງຫວາຍ ແຕ່ວາ ຍັງບໍ່ມີທຶນ ສໍາຣັບ ການຂຸດຄົ້ນ.”
ການຄົ້ນພົບ ຊາກກະດູກ ໄດນາຊໍ ໃນລາວນັ້ນເຣີ້ມຂຶ້ນ ຕັ້ງແຕ່ປີ 1936, ໂດຍນັກທໍຣະນີສາດ ຊາວຝຣັ່ງເສດ ທີ່ມີຊື່ວ່າ ໂຣເຟ, ໄດ້ໄປເຮັດແຜນທີ່ ທາງທໍຣະນີສາດ ທາງພາກໃຕ້ ຂອງລາວ ແລະ ໃນຣະຫວ່າງນັ້ນ ທ່ານ ໄດ້ພົບຊາກກະດູກ ໄດນາຊໍ ທີ່ບ້ານຕັ່ງຫວາຍ, ເມືອງຊົນບູຣີ, ແຂວງສວັນນະເຂດ. (ໄດນາຊໍ ທີ່ທ່ານ ໂຣເຟ ຄົ້ນພົບ ໄດ້ໃສ່ຊື່ວ່າ Tangvayosaurus Hoffeti)
ຈາກນັ້ນ ກໍມີການຂຸດຄົ້ນ ເພີ້ມຕື່ມອີກ ໃນບໍຣິເວນ ໃກ້ຄຽງກັນນັ້ນ ເມື່ອປີ 1991, ຊຶ່ງກໍໄດ້ມີການຄົ້ນພົບ ຊາກກະດູກ ໄດນາຊໍ ຊະນິດ 4 ຂາ, ໂດຍກະດູກ ທີ່ພົບນີ້ ເປັນກະດູກຂາຫລັງ ແລະ ກະດູກ ຫາງ 39 ທ່ອນ. ຫລັງຈາກນັ້ນ, ກໍບໍ່ມີການຂຸດຄົ້ນ ຂຶ້ນອີກເລີຍ ເນື່ອງຈາກວ່າ ຂາດແຄນງົປມານ, ເຖິງແມ່ນວ່າ ປະຊາຊົນ ຈະແຈ້ງ ການພົບເຫັນ ຢູ່ເລື້ອຍກໍຕາມ. ແລະ ໃນປັດຈຸບັນ ກໍມີພຽງແຕ່ ແຜນການພັທນາ ເທົ່ານັ້ນ.
(ສຽງ) “ພວກເຮົາ ກໍມີແຜນການ ໃນຕໍ່ໜ້າ ທີ່ເວົ້າເຣື້ອງ ບ່ອນທ່ອງທ່ຽວຊົມ ໄດນາຊໍ ການແຈ້ງ ຢູ່ບ່ອນຈຸດກໍາເນີດ ທີ່ບ້ານຕັ່ງຫວາຍ, ແຕ່ດຽວນີ້ ກໍຍັງບໍ່ໄດ້ລົງມື, ແຕ່ວ່າ ຖ້າເຮັດໄດ້ໂຕນີ້ ກໍຈະມີຜົນດີ ກັບການທ່ອງທ່ຽວ ຂອງແຂວງ.”
ຢ່າງໃດ ກໍດີ, ພາຍຫລັງ ເປີດຂົວມິຕພາບ ແຫ່ງທີ 2, ຈໍານວນນັກທ່ອງທ່ຽວ ໄປຢ້ຽມຢາມ ພິພິທະພັນ ໄດນາຊໍ ກໍມີເພີ້ມສູງຂຶ້ນ ເຖິງ 4,000 ຄົນ, ເຮັດໃຫ້ ຣາຍໄດ້ເມື່ອປີຜ່ານມາ ມີເຖິງ 20 ລ້ານກີບ. ດັ່ງນັ້ນ, ທາງແຂວງ ແລະ ພິພິທະພັນ ເຫັນໂອກາດ ທີ່ຈະພັທນາ ຂຶ້ນຕື່ມ, ຈຶ່ງໄດ້ຂໍງົປມານ ຈາກພາກສ່ວນກ່ຽວຂ້ອງ ເພື່ອໄປປັບປຸງ, ແຕ່ກໍຍັງບໍ່ໄດ້ຮັບການສນອງຕອບ ຢ່າງໃດ.
ຈະເຣີນສຸກ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ການໄຟຟ້າ ແຂວງຫລວງພຣະບາງ ຂາດທຶນ ມາໂດຍຕລອດ ເນື່ອງຈາກວ່າ ຊື້ໄຟຟ້າ ໃນຣາຄາແພງ ແລະ ຂາຍ ໃນຣາຄາຖືກ
- ແຂວງໄຊຍະບູຣີ ຍັງມີກຸ່ມຄົນ ຈໍານວນນຶ່ງ ທີ່ເສບ ແລະ ຂາຍຢາບ້າ ຫລົງເຫລືອຢູ່
- ແຂວງອັຕປື ຕ້ອງການໃຫ້ມີນັກທຸຣະກິດ ເຂົ້າໄປລົງທຶນພັທນາ ຫລັງຈາກ ເປີດດ່ານສາກົນ ຣະຫວ່າງ ລາວ-ວຽດນາມ ຢ່າງເປັນທາງການ ເມື່ອມໍ່ໆມານີ້
- ລາວ ຂໍຄວາມຊ່ອຍເຫລືອ ຈາກຣັຖບານຊຸດໃໝ່ ຂອງໄທ ໂດຍຜ່ານ ຄະນະກັມມະການ ໂອແລັມປິກໄທ ໃນການກຽມໂຕ ເປັນເຈົ້າພາບກິລາ ຊີແກມຊ໌ ຄັ້ງທີ 25 ໃນປີ 2009
- ເຈົ້າຂອງຜູ້ລົງທຶນ ສ້າງເຂື່ອນໄຟຟ້ານ້ຳເຊືອງ ສນັບສນູນ ດ້ານງົບປະມານ ເພື່ອກາຣພັທນາເມືອງປາກເຊືອງ ແຂວງຫລວງພຣະບາງ
- ນັກທ່ອງທ່ຽວ ຈາກວຽດນາມ ບໍ່ນິຍົມໃຊ້ເສັ້ນທາງ ຜ່ານສວັນນະເຂຕ ໄປຍັງມຸກດາຫາຣ ເພາະວ່າໄກລ ແລະຍຸ້ງຍາກ
- ຜູ້ຕາງໜ້າຈາກ 5 ປະເທດ ເຂຕລຸ່ມແມ່ນ້ຳຂອງຕອນເທີງ ຮ່ວມປະຊຸມ ເພື່ອຄວບຄຸມ ໂຣຄປາກເປື່ອຽລົງເລັບ
- ຊາວເຜົ່າມົ້ງ ທີ່ຍັງຕໍ່ຕ້ານຣັຖບານລາວ ຢາກຍອມຈຳນົນ ແຕ່ບໍ່ກ້າ ເພາະຢ້ານຖືກຂ້າ ແລະທໍຣະມານ
- ບໍຣິສັດໂອຊີອານາ ຂຸດຄົ້ນແລະຜລິດທອງແດງຈາກບໍ່ຄຳເຊໂປນ ໄດ້ເພີ້ມຜົລຜລິດ ຂື້ນຢ່າງມະຫາສານ
- ການທີ່ເງິນບາດ ຂອງໄທມີຄ່າສູງຂື້ນເລື້ອຍໆ ໄດ້ສົ່ງຜົນກະທົບ ຕໍ່ຄົນລາວ ແລະ ເສຖກິດຂອງລາວ