ກາຣຕັດສິນຄະດີ ທີ່ດິນໃນລາວ
ທາງກາຣສາລ ປະຊາຊົນລາວ ວ່າກາຣຕັດສິນ ຄະດີທີ່ດິນ ໃນຣະຍະ ຜ່ານມາ ກໍອາຈມີ ຂໍ້ບົກພ່ອງ ເພາະໄດ້ແບ່ງ ຄວາມຮັບຜິດຊອບ ໃນຫລາຍພາຄສ່ວນ.
-
ຫວາດ ສີມູນ
2010-06-23 -
-
-
Your browser doesn’t support HTML5 audio
ກາຣພິຈາຣະນາ ຕັດສິນຄະດີ ທີ່ດິນ ໃນຣະຍະທີ່ ຜ່ານມານັ້ນ ໄດ້ມີກາຣ ວິພາກວິຈານ ວ່າບໍ່ເດັດດ່ຽວ ແລະ ຂາດຄວາມຍຸຕິທັມ ເພາະຕ້ອງໄດ້ແບ່ງ ຄວາມຮັບຜິດຊອບ ໃຫ້ຫລາຍພາຄສ່ວນ ສະນັ້ນຈຶ່ງອາຈ ມີຂໍ້ບົດພ່ອງ ຈາກບາງສ່ວນ ກໍເປັນໄດ້ ແຕ່ທາງກາຣສາລ ຢືນຢັນວ່າ ໄດ້ມີກາຣ ປະຕິບັຕຕາມ ຂໍ້ມູລຫລັກຖານ ທີ່ທາງອົງກາຣ ທະບຽນສາລ ເປັນຜູ້ຮັບຮອງ ດັ່ງທ່ານຄຳມີ ໄຊຍະວົງສ໌ ປະທານສາລ ປະຊາຊົນສູງສຸດ ໄດ້ໃຫ້ກາຣ ອະທິບາຍ ຢູ່ທີ່ກອງປະຊຸມ ສະພາສມັຍສາມັນ ຄັ້ງທີ່ 9 ຂອງສະພາແຫ່ງຊາຕ ສຸດທີ່ 6 ໃນມື້ວັນທີ່ 22 ມີຖຸນາ 2010 ນີ້ວ່າ:
“ຄືຜ່ານມາຂະເຈົ້າ ອອກແລ້ວ ເຮົາເພີ່ງ ໄປຊອກເອງໃໝ່ ໄປແລ້ວມັນ ຫລົງທາງກັນ ສວນທາງກັນ ເມື່ອເປັນແນວນັ້ນ ມັນຕ້ອງໄດ້ແບ່ງ ຂໍ້ຮັບຜິດຊອບວ່າ ຖ້າມັນຜິດຢູ່ ໃນອົງກາຣບ້ານ ກໍຕ້ອງ (ແມ່ນ) ບ້ານຮັບຜິດຊອບ ຄັນມັນຜິດຢູ່ ນຳອົງກາຣ ທີ່ດິນກໍຕ້ອງ (ແມ່ນ) ອົງກາຣທີ່ດິນ ຮັບຜິດຊອບ ຖ້າຜິດຢູ່ນຳສາລ ສາລກໍຕ້ອງມີ ຄວາມຮັບຜິດຊອບ”.
ສຳຫລັບເຣື່ອງບັນຫາ ຂອງກາຣອອກ ໃບຕຣາດິນ ຊ້ຳຊ້ອນກັນນັ້ນ ທ່ານກໍວ່າ ໃນເມື່ອທາງ ອົງກາຣອຳນາຈ ແຫ່ງຣັຖ ໄດ້ຮັບຮອງເອົາແລ້ວ ກໍຖືວ່າສາມາດ ນຳໃຊ້ໄດ້ ທາງດ້ານກົດໝາຍ ແຕ່ຖ້າຫາກວ່າ ໃບຕຣາດິນ ຍັງບໍ່ທັນໄດ້ ຮັບຮອງຈາກທາງ ອົງກາຣຂອງຣັຖ ແນ່ນອນກໍຈະ ຕ້ອງໄດ້ເອົາໄປ ຂຶ້ນທະບຽນ ຢູ່ສາລ ແຕ່ກໍອາຈມີ ພນັກງານບາງສ່ວນ ບໍ່ປະຕິບັຕ ຕາມກົດຣະບຽບ ກົດໝາຍ ຂອງໃບຕຣາດິນ ກໍເປັນໄດ້ ດັ່ງທີ່ເກີດເປັນ ບັນຫາ ໃນຣະຍະທີ່ ຜ່ານມານັ້ນ. ກ່ຽວກັບບັນຫາ ດັ່ງກ່າວນີ້ ທາງປະທານ ສາລສູງສຸດແຫ່ງຊາຕ ສປປລາວ ກໍວ່າ:
“ອົງກາຣ ທະບຽນສາລ ຕ້ອງເປັນຜູ້ ຮັບຮອງວ່າ ໃບຊື້ຂາຍ ໃບຕຣາດິນ ໃບທີ່ສັ່ງຂອງຂະເຈົ້າ ນີ້ແມ່ນຖືກຕ້ອງ ພວກເຮົາກໍຈະ ອີງໃສ່ໃບຂໍ້ມູລ ຫລັກຖານຕົວນີ້ ຄືໄດ້ເວົ້າວ່າ ມັນຕ້ອງມີສ່ວນຮ່ວມ ຂອງຫລາຍພາກສ່ວນ”.
ພ້ອມດຽວກັນນີ້ ທ່ານກໍໃຫ້ກາຣ ຊີ້ແຈງເພີ່ມວ່າ ກາຣພິຈາຣະນາ ຄະດີກ່ຽວກັບ ທີ່ດິນຕ່າງໆນັ້ນ ທາງສາລກໍໄດ້ ພິຈາຣະນາໄປ ຕາມຣະບຽບ ແຕ່ລະຂັ້ນຕອນ ແລະ ກໍມີຫລາຍພາກສ່ວນ ເຂົ້າຮ່ວມໃນກາຣ ຮວບຮວມຂໍ້ມູລ ຊຶ່ງກໍອາຈມີ ກາຣຜິດພາດ ແລະກໍຕ້ອງໃຫ້ມີ ກາຣປັບປຸງ ໃນແຕ່ລະພາກ ສ່ວນນັ້ນໆ ເພື່ອບໍ່ໃຫ້ມີ ບັນຫາ ໃນຂັ້ນຕໍ່ໆໄປ.