ລາວປ່ຽນອັດຕຣາ ສັມປະທານທີ່ດິນ

ອົງການທີ່ດິນ ແຫ່ງຊາດ ປ່ຽນແປງຂຶ້ນ ອັດຕຣາຄ່າ ສັມປະທານ ທີ່ດິນ ຂອງນັກລົງທຶນ ເນື່ອງຈາກວ່າ ຣາຄາເກົ່ານັ້ນ ຕໍ່າເກີນໄປ.

ການປັບປຸງປ່ຽນແປງ ອັດຕຣາດັ່ງກ່າວ ໄດ້ທຽບໃສ່ ການຈ່າຍພາສີ ທີ່ດິນຕໍ່ປີ ຂອງຊາວລາວ ທີ່ປະກອບອາຊີບ ກະເສຕກັມ ທີ່ສູງກວ່າ ການເຊົ່າທີ່ດິນ ຕໍ່ປີ ຂອງນັກລົງທຶນ. ທ່ານ ບຸນຕີ ເດດວົງສອນ ຫົວໜ້າຫ້ອງການ ອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ໃນນະຄອນຫລວງ ວຽງຈັນ ກ່າວກ່ຽວກັບ ເລື້ອງນີ້ວ່າ:

"ຕອນທີແລກ ຄ່າເຊົ່າ ສັມປະທານດິນ ເອັກຕາຣນຶ່ງ ທີ່ນຶ່ງໄດ້ພຽງແຕ່ 1 ໂດລາ ມັນຕໍ່າເກີນໄປ ປະຊາຊົນ ເຂົາທໍານາປີນຶ່ງ ເອັກຕາຣນຶ່ງເຂົາເສັຽ 45 ພັນກີບ ຕົກຢູ່ 4-5 ໂດລາ ມັນເອົາຕົວນີ້ມາ ສົມທຽບແລ້ວກໍ ຈໍາເປັນຕ້ອງໄດ້ ຍົກຣາຄາເຊົ່າ ສັມປະທານຂຶ້ນ ດຽວນີ້ໃນເອັກຕາຣ ນຶ່ງ 7 ໂດລາ".

ທ່ານ ບຸນຕີ ກ່າວຕໍ່ໄປວ່າ ມີການປ່ຽນແປງ ດໍາຣັດ ອັດຕຣາຄ່າ ສັມປະທານ ທີ່ດິນ ຍ້ອນວ່າທີ່ຜ່ານມາ ໃນລາວ ມີການເກັບຄ່າ ສັມປະທານ ທີ່ດິນ ຈາກນັກລົງທຶນ ໃນອັຕຣາທີ່ ຕໍ່າເກີນໄປ ຄື 1 ໂດລາຕໍ່ເອັກຕາຣ ຂະນະທີ່ ລະຍະເວລາ ໃຫ້ສັມປະທານ ຍາວນານເຖິງ 25 ຫາ 30 ປີ  ຊຶ່ງເຮັດໃຫ້ລາວ ເສັຽຜົລປະໂຫຍດຫລາຍ.  ອີກຢ່າງນຶ່ງ ການເກັບຄ່າ ສັມປະທານທີ່ດິນ ຈາກນັກລົງທຶນ ກໍບໍ່ກົງກັບມູນຄ່າ ທີ່ແທ້ຈິງຂອງ ທີ່ດິນ ຊຶ່ງໃນການຄິດຄ່າ ເຊົ່ານັ້ນ ຈະອິງຕາມສະພາບ ແລະເຂດທີ່ຕັ້ງ ຂອງເນື້ອທີ່ດິນນັ້ນໆ ເປັນສິ່ງກໍານົດ ຄ່າເຊົ່າ.

ທ່ານບຸນຕີ ກ່າວສລຸບວ່າ ການປັບປ່ຽນອັດຕຣາ ຄ່າສັມປະທານ ທີ່ດິນ ໄດ້ປະຕິບັດຕາມ ດໍາຣັດສັມປະທານ ເລື້ອງອັດຕຣາຄ່າເຊົ່າ ແລະສັມປະທານ ສະບັບປັບປຸງ ທີ່ຫາກໍເລີ້ມ ໃຊ້ປະຕິບັດ ເມື່ອປີກາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org