ການຂຍາຍທາງຣົຖໄຟ ທີ່ວຽງຈັນຈະເລີ້ມແລ້ວ

ໂຄງການຂຍາຍເສັ້ນທາງຣົຖໄຟ ຣະຍະສອງ ທີ່ນະຄອນຫລວງວຽງຈັນ ຈະເລີ້ມຂຶ້ນໃນໄວໆນີ້.

ໂຄງການຂຍາຍ ເສັ້ນທາງຣົຖໄຟ ຈາກທ່ານາແລ້ງ ຫານະຄອນຫລວງ ວຽງຈັນ ທີ່ມີຣະຍະທາງ ປະມານ ເກົ້າກິໂລແມດ ມີຄວາມຄືບຫນ້າດີ ຫລັງຈາກ ບໍຣິສັດເອກຊົນໄທ ໄດ້ທຳການສຳຣວດ ແລະ ອອກແບບໂຄງການ ໃນຫລາຍພາກສ່ວນ ໄປແລ້ວ ຄາດວ່າ ຈະສຳເຣັດການ ສຳຣວດໃນໄວໆນີ້. ຖ້າສຳເຣັດການ ສຳຣວດອອກແບບ ທາງຝ່າຍລາວ ກໍ່ຈະເດີນຫນ້າ ໃນການຂໍກູ້ເງິນ ຈາກໄທ ແລະ ກໍ່ຈະເລີ້ມລົງມື້ ກໍ່ສ້າງ ທັນທີທັນໃດ ຖ້າໄດ້ຮັບເງີນກູ້ ຈາກຣັຖບານໄທ ຫລືຈາກປະເທດອຶ່ນໆ ດັ່ງເຈົ້າຫນ້າທີ່ ກ້ຽວຂ້ອງທ່ານນຶ່ງ ເວົ້າວ່າ:

"ບໍຣິສັດທິມ ຂອງໄທ ເຂົາກຳລັງເຮັດ preliminary design, interim report ເຮັດມານີ້ ຄືຊີ່ແມ່ນ3-4 ເດືອນແລ້ວໃດ ຫລັງຈາກ8ເດືອນ ກໍ່ຈະທຳການ ກໍ່ສ້າງ".

ທ່ານວ່າ ໂຄງການສຳຣວດ ແລະອອກແບບ ໃນການຂຍາຍ ເສັ້ນທາງຣົຖໄຟ ຣະຍະສອງນີ້ ໄດ້ຮັບທຶນຊ່ອຍເຫລືອ ຈາກອົງການພັທນາ ເສຖກິດປະເທດ ເພື່ອນບ້ານ ຂອງໄທຫລື NEDA ທີ່ໄດ້ຈ້າງທິມ ງານຈາກ ບໍຣິສັດທີ່ປຶກສາ ວິສວະກັມ ມາອອກແບບ ແລະສຳຣວດ ເສັ້ນທາງດັ່ງກ່າວ ເປັນເວລາ8ເດືອນ. ບໍຣິສັດດັ່ງກ່າວ ໄດ້ປະຕິບັດງານ ມາແຕ່ເດືອນ ຕຸລາປີ2009. ໃນເວລານີ້ ກໍ່ສຳຣວດ ແລະ ອອກແບບມາ ເກຶອບຫມົດແລ້ວ ຄາດວ່າ ຈະສຳເຣັດລົງ ໃນໂອກາດອັນໃກ້ໆນີ້ ແລະທາງຝ່າຍໄທ ກໍ່ມີແນວໂນ້ມວ່າ ຈະໃຫ້ເງິນກູ້ແກ່ລາວ ທ່ານກ່າວເພີ້ມອີກວ່າ:

"ທາງຝ່າຍລາວ ໄດ້ຕົກລົງກັບ ຝ່າຍໄທແລ້ວ ໃນການຈະໃຫ້ເງີນ ກູ້ຢຶມນີ້ຫນາ ເພີ່ນເຫັນດີຢາກ ໃຫ້ກູ້ແລ້ວນຳ NEDA ຕອນນີ້ພວມຄຳນວນ ຣາຄາກັນ ຈະຢືມຫລາຍປານໃດ ຍັງບໍ່ຮູ້".

ທ່ານວ່າ ຮູບແບບຂອງການ ກູ້ຢຶມເງິນ ສຳລັບໂຄງການ ດ່ັງກ່າວນີ້ ທາງການລາວຄາດວ່າ ຈະເປັນແບບດຽວ ກັນກັບການ ກູ້ຢຶມເງິນ ໃນໂຄງການສ້າງ ທາງຣົຖໄຟສາຍກ່ອນ ຈາກຫນອງຄາຍ ຫາທ່ານາແລ້ງ ທີ່ວ່າ ເປັນເງີນໃຫ້ລ້າ 30% ແລະເປັນເງີນກູ້ 70%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org