ທາງກາຣແຂວງ ສາຣະວັນ ຈ່າຍຄ່າ ຊົດເຊີຽ ໃຫ້ຊາວບ້ານ

ທາງກາຣແຂວງ ສາຣະວັນຈ່າຍຄ່າຊົດເຊີຽ ໃຫ້ຊາວບ້ານ ຈຳນວນໜື່ງທີ່ໄດ້ ຮັບຜົລກະທົບ ຈາກໂຄງກາຣ ສົ່ງສາຍໄຟຟ້າ ຄວາມແຮງສູງຈາກ ເຂື່ອນເຊເຊດ 1

ຫວ່າງມໍ່ໆມານີ້ ທາງກາຣ ແຂວງສາຣະວັນ ໄດ້ຈ່າຍຄ່າຊົດເຊີຽ ໃຫ້ຊາວບ້ານຈຳນວນໜື່ງ ທີ່ເສັຽ ດີນໄຮ່ດິນນາ ຈາກໂຄງກາຣ ສົ່ງສາຍໄຟຟ້າ ແຮງສູງ 115 ກິໂລໂວລຕ໌ ຈາກເຂື່ອນເຊເຊດ 1 ຊື່ງກຳລັງສ້າງຢູ່ ໃນປັຈຈຸບັນ ຢູ່ເຂຕ ເມືອງເຫລົ່າງາມ ແລະຈະສາມາດ ຜລິຕກະແສໄຟຟ້າໄດ້ 40 ເມກະວັຕເພື່ອສົ່ງ ໄປຍັງເມືອງ ສາຣະວັນ ໃນຣະຍະທາງ ທັງໝົດ 25 ຫລັກກິໂລແມຕນັ້ນ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານໜື່ງ ໃຫ້ກາຣ ອະທິບາຍວ່າ:

ໂຄງກາຣ ກໍ່ສ້າງສາຍສົ່ງ 115 ຈາກເຊເຊດ ຖືວ່າ ບໍ່ໄດ້ໂຍກຍ້າຍ ມີແຕ່ຜົລກະທົບ ເຣື່ອງທີ່ດິນ ຖືວ່າ ໄປຕັ້ງຫລັກໄຟຟ້າ ໄປຕັ້ງໃນດິນນາ ດີນສວນຂອງເຂົາເຈົ້າ ໃນນັ້ນໂຄງກາຣກໍມີ ແຜນຕົກລົງຊົດເຊີຽ ໄປແລ້ວ ກໍເກີດຜົລດີເຮັດ ໃຫ້ເຂົາເຈົ້າຍອມຮັບ ຕໍ່ໂຄງກາຣດັ່ງກ່າວ ປັຈຈຸບັນໂຄງກາຣ ກໍກຳລັງຫ້າງຫາ ກະກຽມວັສດຸອຸປກອນ ໃນກາຣກໍ່ສ້າງ.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ໃນໂຄງກາຣສ້າງສາຍ ເພື່ອສົ່ງໄຟຟ້າ ດັ່ງກ່າວ ກໍມີກາຣຝັງເສົາ ໄປຕາມທາງໂດຽມີ ບາງບ່ອນ ກໍຖືກດິນນາ ດີນສວນປ່າໄມ້ ສັກແລະປ່າໝາກໄມ້ ຂອງປະຊາຊົນ ສະນັ້ນ ທາງກາຣກ່ຽວຂ້ອງ ຈື່ງໄດ້ຈັດຫາ ງົບປະມານເພື່ອ ຈ່າຍຄ່າຊົດເຊີຽ ແກ່ຊາວບ້ານຫລາຍ ຄອບຄົວ ທີ່ໄດ້ຮັບຜົລກະທົບ ນັ້ນ.

ຢ່າງໃດກໍຕາມ ໂຄງກາຣຕິດຕັ້ງ ສາຍໄຟຣະບົບ ແຮງສູງ ດັ່ງກ່າວມີກຳໜົດ ຈະເຣີ່ມຕົ້ນ ໃນເດືອນ ມີນາ ທີ່ຈະມາເຖີງນີ້ ແລະຄາດວ່າຈະ ໃຫ້ແລ້ວເປັນທີ່ ຮຽບຮ້ອຍໃນ ກາງປີ 2010 ໂດຽແມ່ນ ທາງຣັຖບາລໄດ້ ຫາເງີນທຶນຈາກ ຕ່າງປະເທສມາ ຊ່ວຍໃນມູລຄ່າ ປະມານ 5.6 ລ້ານດອລລາຣ໌ ສະຫະຣັຖ ຊື່ງກໍເປັນກາຣ ປະຕິບັຕຕາມ ແຜນພັທນາ ຕາມເຂຕແຂວງທີ່ ຢູ່ຫ່າງໄກຊອກຫລີກ ໃຫ້ມີກາຣໃຊ້ ໄຟຟ້າ ຫລາຍຂື້ນກວ່າເກົ່າ ທີ່ປັຈຈຸບັນມີ ກາຣໃຊ້ໄຟຟ້າ ຕາມໝູ່ບ້ານຕ່າງໆ ພຽງປະມານ 50% ເທົ່ານັ້ນ!!!

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org