ຊາວວຽງຈັນດີໃຈໃນ ການສ້າງກັ້ນຕາຝັ່ງເຈື່ອນ
ຊາວນະຄອນຫລວງວຽງຈັນ ດີໃຈທີ່ມີການແກ້ໄຂ ບັນຫາຕາຝັ່ງເຈື່ອນ ໃນເຂດນະຄອນຫລວງ
-
ໂພໄຊສວັດ
2010-10-29 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໂຄງການກໍ່ສ້າງ ແນວປ້ອງກັນ ຕາຝັ່ງເຈື່ອນ ຕາມທ່າແຄມແມ່ນ້ຳຂອງ ເຂດນະຄອນຫລວງ ວຽງຈັນ ທີ່ທາງການລາວ ໄດ້ເລັ່ງສຸມໃສ່ ດຳເນີນງານ ຫວັງໃຫ້ຂັ້ນ 1 ແລ້ວພາຍໃນເດືອນ ພຶສຈິກາ 2010.
ເຖິງວ່າຈະມີການ ຫລ້າຊ້າກວ່າກຳນົດ ແດ່ເລັກນ້ອຍ ແຕ່ປະຊາຊົນທີ່ ອາສັຍຢູ່ຕາມແຄມ ຝັ່ງແມ່ນ້ຳຂອງ ກໍມີຄວາມດີໃຈ ທີ່ໂຄງການດັ່ງກ່າວ ໃກ້ຈະສຳເຣັດແລ້ວ. ຊາວນະຄອນ ຫລວງວຽງຈັນ ຜູ້ນຶ່ງກ່າວວ່າ:
"ອັນນີ້ເປັນສິ່ງທີ່ ພວກເຮົາພູມໃຈທີ່ສຸດ ບໍ່ເຄີຍມີມາກ່ອນ ຕລອດລະຍະ ເວລາເກືອບ 400 ກວ່າປີທີ່ຜ່ານມາ ເຮັດປາກົດການ ປີນີ້ ຖືເປັນສິ່ງໃໝ່ ສຳລັບປະເທດລາວ ເປັນແນວນັ້ນແຫລ໋ະ ບ້ານເມືອງເຮົາ ກໍຈະສວຍງາມຂຶ້ນ ເຖິງວ່າຜ່ານລະຍະ ທີນຶ່ງຍັງບໍ່ທັນ ເສັດສິ້ນຮຽບຮ້ອຍ ແຕ່ຕໍ່ໄປກໍຊິງາມ ແຕ່ນີ້ໄປຫາ ແຄມຂອງ".
ຊາວບ້ານຜູ້ເກົ່າ ເວົ້າຕໍ່ໄປວ່າ ໃນຖານະທີ່ເປັນ ຊາວນະຄອນຫລວງວຽງຈັນ ໄດ້ເຫັນໂຄງການ ດັ່ງກ່າວ ຕັ້ງແຕ່ເລີ້ມຕົ້ນ ກໍສັງເກດວ່າ ການກໍ່ສ້າງມີ ຄວາມຫລ້າຊ້າ, ເຖິງຢ່າງໃດກໍຕາມ ມາຮອດຕອນນີ້ ປະຊາຊົນ ສ່ວນຫລາຍ ກໍດີໃຈທີ່ເຫັນວ່າ ເປົ້າໝາຍຂອງໂຄງການ ດັ່ງກ່າວ ຈະສຳເຣັດຂັ້ນທຳອິດ ໃນໄວໆນີ້. ໂຄງການກໍ່ສ້າງ ກັນຕາລິ່ງເຈື່ອນ ແຄມແມ່ນຳຂອງ ກຳລັງເລັ່ງມື ກົງກັບເຂດ ຫາດດອນຈັນ ໂດຍຫວັງຈະໃຫ້ແລ້ວ ທັນມື້ສເລີມສລອງ ນະຄອນຫລວງວຽງຈັນ 450 ປີ.
ໂຄງການກໍ່ສ້າງ ແນວປ້ອງກັນ ຕາຝັ່ງເຈື່ອນ ແລະຄັນຄູປ້ອງກັນ ນຳຖ້ວມ ຊຶ່ງມີຄວາມຍາວ 12.2 ກິໂລແມັດ ໄດ້ເລີ້ມກໍ່ສ້າງ ພ້ອມກັນກັບທາງ ປູຢາງ ຕັ້ງແຕ່ສາມແຍກ ປາກປ່າສັກໄປຫາ ທາງໂຄ້ງທາດຂາວ, ຊຶ່ງຮວມທັງການ ກໍ່ສ້າງສວນເຈົ້າອານຸ. ໃນເວລາດຽວກັນນັ້ນ ກໍມີການສ້າງ ປະຕູນ້ຳອີກ 2 ບ່ອນຢູ່ໃກ້ຫໍຄຳ ແລະຂົວຂາວ, ຊຶ່ງການກໍ່ສ້າງ ໄດ້ເລີ້ມມາຕັ້ງແຕ່ ກາງປີ 2009 ແລະມີກຳນົດ ໃຫ້ແລ້ວຂັ້ນທີ 1 ພາຍໃນເດືອນ 11 ປີ 2010 ນີ້, ແລະໂຄງການທັງໝົດ ໃຫ້ແລ້ວພາຍ ໃນປີ 2015.