ລາວຕ້ອງການງົປ ໃນແຜນພັທນາ 5 ປີ

ທາງກາຣ ສປປລາວ ຕ້ອງກາຣເງິນທຶນ ທັງໝົດ 15 ຕື້ ດອລລາຣ໌ ສໍາລັບແຜນ ພັທນາ 5 ປີ ຂ້າງໜ້ານີ້.


ກົດຟັງສຽງ

ທາງກາຣ ສປປລາວ ຕ້ອງກາຣເງິນທຶນ ທັງໝົດເຖິງ 15 ຕື້ ດອລລາຣ໌ ສະຫະຣັຖ ສຳລັບແຜນພັທນາ ຣະຍະ 5 ປີ ຂ້າງໜ້າ ໃນສົກປີ 2012-2016 ນີ້ ຊຶ່ງໃນນັ້ນ ບໍ່ຕໍ່າກວ່າ 26% ຈະຕ້ອງໄດ້ມາຈາກ ພາຄສ່ວນກາຣຊ່ວຍເຫລືອ ຈາກຕ່າງປະເທສ. ອີງຕາມກາຣຣາຍ ງານຂອງໜັງສືພີມ ວຽງຈັນໄທມ໌ ໃນມື້ວັນທີ່ 12 ຕຸລານີ້.

ພ້ອມດຽວກັນ ທ່ານ ສິນລາວົງ ຂຸຕໄພທູນ ຣັຖມົນຕຣີກະຊວງ ແຜນກາຣ ແລະກາຣລົງທຶນຂອງລາວ ກໍວ່າ ເປົ້າໝາຍ ຂອງແຜນພັທນາຕ່າງໆ ຈະໄດ້ນໍາຂຶ້ນ ພິຈາຣະນາ ຢູ່ກອງປະຊຸມ ໃນສັປດາໜ້ານີ້ ຣະຫວ່າງເຈົ້າໜ້າທີ່ ຣັຖບາລລາວ 300 ຄົນ ຮ່ວມກັບ ເຈົ້າໜ້າທີ່ຜູ້ຕາງໜ້າ ອົງກາຣໆຊ່ວຍເຫລືອ ສາກົລຕ່າງໆ 80 ກວ່າຄົນ ພາຍໃຕ້ກາຣເປັນ ປະທານຮ່ວມ ຂອງທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ແລະ Mme Helen Clark ຫົວ ໜ້າອົງກາຣ UNDP.

ທ່ານ Sonam Yangchen Rana ຜູ້ຕາງໜ້າອົງກາຣ UNDP ປະຈຳລາວ ໄດ້ໃຫ້ ກາຣຊີ້ແຈງເພີ່ມວ່າ ນອກຈາກພາຄສ່ວນ 26% ທີ່ທາງກາຣລາວ ມີຄວາມຫວັງ ທີ່ຈະໄດ້ຮັບ ເປັນກາຣຊ່ວຍເຫລືອ ຈາກຕ່າງປະເທສ ແລ້ວນັ້ນ ທາງກາຣ ສປປລາວ ຍັງຄາດວ່າຄົງ ຈະໄດ້ຮັບຈາກກາຣ ລົງທຶນໂດຽກົງ ຂອງຊາວຕ່າງປະເທສ ອີກ ປະມານ 50-60% ພ້ອມກັບປະມານ 10% ຈາກເງິນສິນເຊື່ອ ຫລືເຄຣດິຕພາຍໃນ ແລະອີກ 10% ຈາກພາຄສ່ວນຂອງ ຣັຖບາລເອງ.

ຢ່າງໃດກໍຕາມ ທາງກາຣ ສປປລາວ ຍັງຕ້ອງໄດ້ອາສັຍທຶນ ກາຣຊ່ວຍເຫລືອຈາກ ຕ່າງປະເທສກວ່າ 50% ຂອງງົບປະມານ ແຫ່ງຊາຕ ໃນແຕ່ລະປີ ຕລອດມາ ຊຶ່ງທາງ ກະຊວງແຜນກາຣ ແລະ ກາຣລົງທຶນກໍຣາຍງານ ວ່າ ແຕ່ປີ 2006-2010 ນີ້ ທາງກາຣ ສປປລາວ ໄດ້ຮັບທຶນກາຣ ຊ່ວຍເຫລືອ ເພື່ອກາຣພັທນາ ຕ່າງໆກວ່າ 2,250 ໂຄງກາຣ ທີ່ຕົກເປັນມູລຄ່າ ເຖິງ 2.4 ຕື້ (2 ຕື້ 4 ແສນລ້ານ) ດອລລາຣ໌ ສະຫະຣັຖ ດ້ວຍກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org