ຊາວໜຸ່ມລາວແລະ ວັທນະທັມຕ່າງຊາດ

ເຈົ້າໜ້າທີ່ ທາງການລາວ ເປັນຫ່ວງວ່າ ການປ່ຽນແປງ ທາງສັງຄົມ ຈະເຮັດໃຫ້ ຊາວໜຸ່ມລາວ ນິຍົມວັທນະທັມ ຕ່າງຊາດ.

ເຈົ້າໜ້າທີ່ຈາກ ກະຊວງຖແລງຂ່າວ ແລະວັທນະທັມລາວ ຢ້ານວ່າ ສະພາບສັງຄົມລາວ ທີ່ຂຍາຍໂຕ ປ່ຽນແປງຢ່າງວ່ອງໄວ ຍ້ອນຄວາມຈະເຣີນ ທາງເສຖກິດ ຈະເຮັດ ໃຫ້ຍຸວະຊົນລາວ ປ່ຽນແປງໄປໂດຍ ຍຶດຖືໃຫ້ຄຸນຄ່າ ກັບວັດຖຸຫລາຍຂື້ນ ຊຶ່ງອາດຈະເຮັດ ໃຫ້ພວກຂະເຈົ້າ ໃຊ້ຊີວິດແບບ ຟູມເຟືອຍຫລາຍຂື້ນ ໂດຍບໍ່ຮູ້ສຶກໂຕ. ເຈົ້າໜ້າທີ່ໃຫ້ ຂໍ້ສັງເກດວ່າ:

"ປັດຈຸບັນ ສັງຄົມ ກໍມີຄວາມຈະເຣີນ ຂື້ນເລື້ອຍໆ ຣ້ານເທັກ ຮ້ານບາຣ ຮ້ານເຫລົ້າ ຮ້ານເບັຍ ກໍຂຍາຍໂຕອອກ ເຮັດໃຫ້ຊາວໜຸ່ມ ວັຍລຸ້ນ ມີການຫລິ້ນກິນ ຟູມເຟືອຍ ແຜ່ຫລາຍ ແລະມີລັກສະນະ ເພີ້ມຂື້ນ ກໍເປັນສາເຫດນຶ່ງ ທີ່ພາໃຫ້ເກີດ ປາກົດການຍໍ້ທໍ້ ຢູ່ໃນສັງຄົມ ຖ້າພວກເຮົາຄຸ້ມຄອງ ບໍໄດ້ດີ ມັນກໍຈະກາຍ ເປັນບັນຫາການເມືອງ".

ທ່ານເວົ້າຕໍ່ໄປວ່າ ສະພາບສັງຄົມລາວ ໃນປັດຈຸບັນ ໂດຍສະເພາະ ໃນເຂດໂຕເມືອງ ໄດ້ຮັບອິດທິພົນ ຈາກປະເທດເພື່ອນບ້ານ ໃນການພັທນາ ສັງຄົມແລະເສຖກິດ. ເຈົ້າໜ້າທີ່ທາງ ການລາວເປັນຫ່ວງ ວ່າຄວາມຈະເຣີນ ກ້າວໜ້າຂອງ ສປປລາວ ທາງດ້ານການຂຍາຍ ຕົວຂອງເສຖກິດ ຈະເປັນໄປໃນ ທິດທາງດຽວກັບ ປະເທດຕາເວັນຕົກ ຫລືປະເທດເພື່ອນ ບ້ານນັ້ນ ຈະກະທົບກະເທືອນ ຕໍ່ວັທນະທັມ ຊຶ່ງອາດຈະບໍ່ເໝາະ ກັບສັງຄົມລາວ ທີ່ມີຄວາມລຽບງ່າຍ ແລະຍຶດຖືເອົາ ຮີດຄອງປະເພນີ ອັນດີງາມເປັນ ສິ່ງສຳຄັນ.

ຫາກສັງຄົມລາວ ຈະເຣີນເຕີບໃຫຍ່ ວ່ອງໄວເກີນໄປ ອາດສ້າງຄວາມເສື່ອມເສັຍ ຕໍ່ວັທນະທັມ ທີ່ເກົ່າແກ່ຊຶ່ງ ບັນພະບຸຣຸດ ໄດ້ປະຕິບັດມາ ໂດຍສະເພາະຢ່າງຍິ່ງ ແມ່ນ ຍຸວະຊົນຮຸ່ນໃໝ່ ທີ່ອາດຈະນິຍົມ ຊົມຊອບ ຄວາມຈະເຣີນກ້າວໜ້າ ທາງດ້ານ ເທັກໂນໂລຢີ ແລະ ວັດຖຸພາຍນອກ ຈົນບໍ່ຫົວຊາ ກັບຄວາມດີງາມ ທາງດ້ານຈິດໃຈ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org