ລະບຽບໃໝ່ໃນການ ເຊົ່າທີ່ດິນຢູ່ລາວ
ທາງການລາວ ມີແຜນການໃໝ່ ກ່ຽວກັບລະບຽບ ການເຊົ່າທີ່ດິນ ໃນເຂດ ເສຖກິດພິເສດ ແລະ ເຂດເສຖກິດ ສະເພາະ.
-
ໂພໄຊສວັດ
2010-10-12 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ຣັຖບານລາວ ມີແຜນການໃໝ່ ສຳລັບກຳນົດ ລະບຽບການ ເກັບຄ່າເຊົ່າ ໃນເຂດພື້ນທີ່ ເສຖກິດພິເສດ ແລະ ເຂດເສຖກິດ ສະເພາະ ຊຶ່ງເຂດເສຖກິດ ພິເສດ ຈະມີການ ຍົກເວັ້ນດ້ານພາສີ ຫລາຍໆຢ່າງ ແລະ ເຂດເສຖກິດສະເພາະ ຈະມີອຸດສາຫະກັມ ສະເພາະ ຂອງເຂດນັ້ນ. ການຈັດຕັ້ງ ນະໂຍບາຍໃໝ່ກໍເພື່ອ “ຫັນເອົາພື້ນທີ່ດິນ ມາເປັນຕົ້ນທຶນ” ຊຶ່ງທາງການລາວ ເຫັນວ່າເປັນບ່ອນ ລົງທຶນທີ່ດີ ເພາະມີສັກກາຍພາບ ແລະ ຄວາມເປັນໄປໄດ້ສູງ.
ອີກເຫດຜົນນຶ່ງ ກໍເພາະວ່າ ໃນລະຍະທີ່ຜ່ານມາ ອັດຕຣາຄ່າເຊົ່າ ພື້ນທີ່ດິນ ບໍ່ສອດຄ່ອງກັບ ສະພາບເສຖກິດ. ເຈົ້າໜ້າທີ່ກ່ຽວຂ້ອງ ຈາກອົງການຄຸ້ມຄອງ ທີ່ດິນແຫ່ງຊາດ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບເຣື້ອງນີ້ວ່າ:
"ພວກເຮົາກໍຍັງ ເບິ່ງກ່ອນວ່າ ການສ້າງເຂດ ເສຖກິດພິເສດ ເສຖກິດສະເພາະ ໝາຍຄວາມວ່າເຮົາ ຈະເຮັດເປັນການ ໃຫ້ເຊົ່າລະຍະຍາວບໍ່ ຫລືວ່າເຮົາຈະຂາຍ ແບບມີ ກຳນົດ".
ນາງເວົ້າຕໍ່ໄປວ່າ ຈຸດປະສົງ ໃນການຈັດຕັ້ງ ເຂດເສຖກິດພິເສດ ແລະ ເຂດເສຖກິດສະເພາະ ກໍເພື່ອສົ່ງເສີມ ພັທນາຄຸນນະພາບ ຊີວິດຂອງ ປະຊາຊົນລາວ. ທີ່ຜ່ານມາ ທາງການລາວ ໄດ້ເນັ້ນຢ້ຳໃຫ້ພາກ ເອກກະຊົນແລະ ຣັຖວິສາຫະກິດ ທີ່ລົງທຶນໃນລາວ ໃຫ້ມີຄວາມຮັບຜິດຊອບ ຕໍ່ສະພາບການເປັນຢູ່ ຂອງ ປະຊາຊົນລາວ ໂດຍຂໍໃຫ້ ຊ່ວຍກັນພັທນາ ບຸຄລາກອນລາວ ເບິ່ງແຍງຊຸມຊົນທ້ອງຖິ່ນ ແລະປົກປັກຮັກສາ ສິ່ງແວວລ້ອມ ໄປພ້ອມໆກັນ.
ປັດຈຸບັນນີ້ ເຂດເສຖກິດພິເສດ ທີ່ຈັດຕັ້ງຂຶ້ນມາແລ້ວ ໃນລາວ ກໍມີເຊັ່ນເຂດ ເສຖກິດພິເສດ ສວັນເຊໂນ ຊຶ່ງຕັ້ງຢູ່ແຂວງ ສວັນນະເຂດ, ເຂດເສຖກິດພິເສດ ບໍ່ເຕັນແດນຄຳ ແຂວງຫລວງນ້ຳທາ ແລະເຂດເສຖກິດພິເສດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.