ຄຳຮ້ອງຂໍເພື່ອຄວາມ ເປັນທັມຈາກພັຄ-ຣັຖ
2009.01.12
ເຈົ້າໜ້າທີ່ເກັບກຳ ຂໍ້ມູລແລະຮວບຮວມ ຄະດີຄວາມຂັດແຍ່ງຕ່າງໆ ທີ່ນຳສເນີຕໍ່ທາງສະພາເພື່ອພິຈາຣະນາ ຫວ່າງມໍ່ໆມານີ້ນັ້ນວ່າ: ສ່ວນຫລາຍຈະເປັນ ຄຳຮ້ອງຂໍເພື່ອຄວາມເປັນທັມກ່ຽວກັບ ຂໍ້ຂັດແຍ່ງເຣື່ອງທີ່ດິນ ດັ່ງຈະເຫັນໄດ້ຕລອດປີ 2008 ຜ່ານມາທີ່ມີທັງໝົດ 266 ຄະດີທຽບໃສ່ປີ 2007 ທີ່ມີທັງໝົດ 189 ເຣື່ອງ.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງເພີ່ມວ່າ: ຄຳຮ້ອງຂໍເຫລົ່ານີ້ ສ່ວນໃຫຍ່ແມ່ນໄດ້ກ່າວເຖີງຄຳຕັດສິນຫລື ຄຳພິພາກສາຂອງສາລ ທີ່ວ່າຍັງບໍ່ທັນແຈ່ມແຈ້ງ ພ້ອມກັບຂາດຄວາມໜັກແໜ້ນທາງກົດກໝາຍ ຈື່ງມີກາຣຊັກຊ້າ ໃນດ້ານກາຣຕັດສິນ ຊື່ງກໍຍີ່ງເຮັດໃຫ້ຄຳຮ້ອງຂໍເພື່ອພິຈາ ຣະນາດັ່ງກ່າວຍັງຄ້າງ ຢູ່ສະພາຢ່າງຫລວງຫລາຍ ໂດຽສະເພາະດ້ານຂໍ້ຂັດແຍ່ງກ່ຽວກັບສິທ ທິນຳໃຊ້ແລະຄຸ້ມຄອງ ທີ່ດິນທີ່ຍັງຄ້າງຢູ່ບໍ່ຕໍ່າກວ່າ 271 ເຣື່ອງຈົນເທົ້າປັຈຈຸບັນນີ້.
ໃນຂະນະດຽວກັນນີ້ ດຣ.ເຈຣີນ ເຢັຽປາວເຮີ ຣັຖມົນຕຣີວ່າກາຣ ກະຊວງຍຸຕິທັມກໍຍອມ ຮັບວ່າ: ກາຣປະຕິບັຕຕາມຄຳ ຕັດສິນຂອງທາງສາລນັ້ນ ຍັງມີກາຣຊັກຊ້າ ແລະຫຍຸ້ງຍາກທີ່ສຸດ ຊື່ງກໍຍີ່ງເຮັດໃຫ້ ປະຊາຊົນຂາດຄວາມ ເຊື່ອໝັ້ນນຳອຳນາຈ ດ້ານຕຸລາກາຣທີ່ຍັງຂາດຄວາມເປັນທັມ ໃນກາຣແກ້ໄຂຄະດີ ຄວາມຕ່າງໆຕລອດມາ.
ຢ່າງໃດກໍຕາມ ປະຊາຊົນທີ່ໄດ້ຮັບ ຄວາມເສັຽຫາຍຫລາຍ ທີ່ສຸດນັ້ນ ກໍຄືຊາວກະສິກອນທີ່ ເສັຽທີ່ດິນໃຫ້ແກ່ພວກ ນາຍທຶນໃນໂຄງກາຣ ປູກຕົ້ນຢາງພາຣາຣາຍ ໃຫຍ່ໃນເຂຕເມືອງບາຈຽງ ເຈຣີນສຸຂ ແຂວງຈຳປາສັກບໍ່ ຕໍ່າກວ່າ 30,200 ເຮັກຕ໊າຣ໌ ແລະເຂົາເຈົ້າໄດ້ຮັບຄ່າທົດແທນພຽງ ເຮັກຕ໊າຣ໌ລະ 1.5 ລ້ານກີບເທົ່ານັ້ນ. ໃນເມື່ອກ່ອນຊາວ ກະສິກອນດັ່ງກ່າວຈະມີຣາຍຮັບໃນ ຣະຫວ່າງ 30-80 ລ້ານກີບຕໍ່ປີຕໍ່ໜື່ງ ເຮັກຕ໊າຣ໌ຈາກກາຣ ປູກກາເຟຫລືພືຊພັນອື່ນໆ ແຕ່ດຽວນີ້ ເຂົາເຈົ້າຈະມີ ຣາຍໄດ້ພຽງປະມານ 8 ແສນຫາ ລ້ານກີບເທົ່ານັ້ນຕໍ່ເດືອນຈາກກາຣ ເປັນກັມມະກອນຂອງ ໂຄງກາຣດັ່ງກ່າວນີ້!!!