ໂຄງການສ້າງທາງຕໍ່ໃສ່ ຂົວມິຕພາບແຫ່ງທີສີ່

ແຂວງອຸດົມໄຊ ຈະຂຍາຍ ຫົນທາງ ເຊື່ອມຕໍ່ກັບ ຂົວມິຕພາບ ລາວ-ໄທ ແຫ່ງທີສີ່.

ແຂວງອຸດົມໄຊ ມີໂຄງການ ຂຍາຍຫົນທາງ ຫລາຍເສັ້ນ ເຊື່ອມຕໍ່ກັບຂົວ ມິຕພາບລາວ-ໄທ ແຫ່ງທີ 4 ບໍ່ແກ້ວ-ຊຽງຮາຍ ເພື່ອຕຽມພ້ອມໃສ່ ການຈະເຣີນເຕີບໃຫຍ່ ຂອງຂັ້ນເມືອງ ແລະຂັ້ນແຂວງ ໂດຍສະເພາະຢ່າງຍິ່ງ ເພື່ອຮອງຮັບນັກ ທ່ອງທ່ຽວທາງບົກ ຈາກຕ່າງປະເທດ ທີ່ຈະຕໍ່ໄປ ຫລວງພຣະບາງແລະ ທັງຊາວຈີນ ໃນທາງ ພາກເໜືອອີກດ້ວຍ. ທ່ານແສງເພັດ ວົງຄຳຫລ້າ ເຈົ້າໜ້າທີ່ຈາກ ແຂວງ ອຸດົມໄຊ ເວົ້າວ່າ:

"ເປັນທາງທີ່ລຽບ ແຄມຂອງ ມັນເປັນເສັ້ນນຶ່ງ ທີ່ວ່າພວກເຮົາ ຫາເຮັດແລ້ວ ປີກາຍມານີ້ ເປັນທາງເຊື່ອມຕໍ່ ປາກແບງ ອຸດົມໄຊ ມາຕໍ່ຂົວຂ້າມນ້ຳ ຂອງອອກມາ R3 ແຜນໃນຕອນໜ້າ ກໍຈະຂຍາຍເພີ້ມ ອີກຕື່ມ ໃຫ້ມັນກວ້າງ".

ຫລັງຈາກທີ່ຂົວ ມິຕພາບ ແຂວງບໍ່ແກ້ວ ກັບແຂວງຊຽງຮາຍ ມີກຳນົດກໍ່ສ້າງ ເຮັດໃຫ້ຫລາຍແຂວງ ທີ່ມີເຂດແດນ ຕິດກັບແຂວງ ບໍ່ແກ້ວ ພຍາຍາມຫາ ຊ່ອງທາງຂຍາຍ ຖນົນໃນແຂວງຂອງຕົນ ເພື່ອມາເຊື່ອມຕໍ່ກັບ ຂົວມິຕພາບ ເພື່ອສົ່ງເສີມການ ຄົມມະນາຄົມໃນ ຂັ້ນຕໍ່ໆໄປ.

ໃນຈຳນວນແຂວງ ເຫລົ່ານີ້ ແຂວງອຸດົມໄຊ ກໍເປັນແຂວງນຶ່ງ ທີ່ໃຫ້ຄວາມສຳຄັນ ແລະຫລິງເຫັນໂອກາດ ການຈເຣີນເຕີບໃຫຍ່ ດ້ານທຸຣະກິດ ການຄ້າ ແລະການທ່ອງ ທ່ຽວ ຍ້ອນວ່າເປັນແຂວງ ນຶ່ງທີ່ມີຊາວຈີນ ເຂົ້າມາເຮັດ ທຸຣະກິດ ເປັນຈຳນວນຫລາຍ ອີກທັງຍັງເປັນ ສູນກາງພາກເໜືອ ແລະເປັນ ແຂວງທີ່ມີ ສັກກະຍະພາບ ທາງດ້ານ ການທ່ອງທ່ຽວ ສູງອີກດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org