ທະນາຄາຣໂລກຈະບໍ່ ອອກເງິນກູ້ສ້າງເຂື່ອນ
ທະນາຄາຣໂລກ ຈະບໍ່ໃຫ້ກາຣ ສນັບສນູນ ໂຄງກາຣສ້າງ ເຂື່ອນໄຟຟ້າ ໃສ່ແມ່ນໍ້າຂອງ.
-
ຫວາດ ສີມູນ
2010-10-27 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທາງທະນາຄາຣໂລກ ໄດ້ແຈ້ງການ ໃນມື້ວັນສຸກ ຜ່ານມານີ້ວ່າ ຈະໃຫ້ກາຣຊ່ວຍເຫລືອ ບັນດາປະເທສ ໃນເຂຕ ລຸ່ມແມ່ນ້ຳຂອງ ເພື່ອໃຫ້ສາມາດ ນຳໃຊ້ນ້ຳຂອງ ໃຫ້ເປັນຜົລປໂຍຊນ໌ດີ ທີ່ສຸດແກ່ ປະຊາຊົນ ພ້ອມກັບໃຫ້ມີກາຣ ປົກປັກຮັກສາ ສະພາບແວດລ້ອມ ໄວ້ໄດ້.
ໃນຂະນະດຽວກັນ ກໍຢືນຢັນຈະບໍ່ ໃຫ້ກາຣ ສນັບສນູນ ຫລືສົ່ງເສີມ ກາຣລົງທຶນ ໃນໂຄງກາຣສ້າງ ເຂື່ອນໃສ່ແມ່ນ້ຳຂອງ ແຕ່ຢ່າງໃດ. ກາຣສໍາຣວຈວິຈັຍ ຂອງຄນະເຈົ້າໜ້າທີ່ ກ່ຽວຂ້ອງ ດ້ານຍຸທສາຕ ແລະ ກາຣປະເມີນຜົລ ກາຣເສັຽຫາຍ ຈາກໂຄງກາຣສ້າງ ເຂື່ອນໃສ່ແມ່ນ້ຳຂອງ ໃນເຂຕຊາຍແດນ ຂອງລາວ-ໄທ ແລະ ກັມພູຊານັ້ນ ມີກາຣສເນີ ແລະເຫັນພ້ອມວ່າ ຄວນຈະເລື່ອນ ໂຄງກາຣພັທນາ ຕ່າງໆ ອອກໄປຕື່ມອີກເຖິງ 10 ປີເສັຽກ່ອນ ແລະໃຫ້ມີກາຣທົບທວນ ເບີ່ງຄືນໃນທຸກໆ 3 ປີ ເພື່ອປ້ອງກັນບໍ່ໃຫ້ ເກີດຜົລກະທົບ ທີ່ອາຈຈະເປັນກາຣ ສ້າງຄວາມເສັຽຫາຍ ແກ່ສະພາບແວດລ້ອມ ຫລາຍກວ່າທີ່ໄດ້ ຄາດຄິດໄວ້ນັ້ນ.
ຍານາງ Annette Dixon ຜູ້ອຳນວຍກາຣ ຂອງທະນາຄາຣໂລກ ດ້ານກິຈກາຣ ໃນເຂຕ ເອເຊັຽຕາເວັນອອກ ສ່ຽງໃຕ້ ໄດ້ກ່າວ ໃຫ້ທັສນະວ່າ ກາຣສ້າງເຂື່ອນຕ່າງໆ ໂດຽສະເພາະໃສ່ ແມ່ນ້ຳຂອງ ອາຈຈະເປັນກາຣສ້າງ ຜົລປໂຍຊນ໌ຢ່າງຫລວງຫລາຍ ຖ້າຫາກວ່າບໍ່ເປັນ ກາຣສ້າງຜົລກະທົບ ທາງສະພາບແວດລ້ອມ ແລະວິຖີຊີວີຕ ກາຣເປັນຢູ່ຂອງ ປະຊາຊົນ ແຕ່ຢ່າງໃດ ນັ້ນດັ່ງໂຄງກາຣເຂື່ອນ ນ້ຳເທີນ 2 ຂອງລາວ ທີ່ມີກາຣໂຍກຍ້າຍ ປະຊາຊົນ ໄປອາສັຍຢູ່ ເຂຕທີ່ປອດພັຍ ແລະ ມີຊີວີຕດີຂຶ້ນ ກວ່າເກົ່ານັ້ນ.