ການສັມປະທານທີ່ດິນ ທີ່ຂາດຣະບຽບແບບແຜນ
ນັກວິຊາການ ເຫັນວ່າ ທຸກອົງການ ທີ່ກ່ຽວຂ້ອງ ຄວນຮ່ວມໃນການ ຕັດສີນໃຈກ່ຽວກັບ ການສັມປະທານ ທີ່ດິນ.
-
ໂພໄຊສວັດ
2010-03-16 -
-
-
Your browser doesn’t support HTML5 audio
ການໃຫ້ສັມປະທານ ທີ່ດິນ ເພື່ອປູກພືດ ອຸດສາຫະກັມ ໂດຍທາງສູນກາງ ເປັນຜູ້ຕັດສີນໃຈ ແຕ່ຝ່າຍດຽວ ບໍ່ມີພາກສ່ວນອື່ນ ຮັບຮູ້ ແລະ ເຂົ້າຮ່ວມນຳ ເຮັດໃຫ້ເກີດການ ໃຊ້ທີ່ດິນ ຜິດປະເພດ ແລະບໍ່ປະຕິບັດ ຕາມຂໍ້ຕົກລົງ ສົ່ງຜົນ ກະທົບກະເທືອນ ຕໍ່ສິ່ງແວດລ້ອມ ແລະເຮັດໃຫ້ການ ຄວບຄຸມກວດກາ ຂອງຣັຖມີຄວາມ ສັບສົນ, ດັ່ງນັ້ນ ນັກວິຊາການ ຜູ້ນຶ່ງ ຈາກອົງການ ຄຸ້ມຄອງທີ່ດິນ ແຫ່ງຊາດ ຢາກຮຽກຮ້ອງ ໃຫ້ເປີດໂອກາດ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ໄດ້ເຂົ້າມາ ພິຈາຣະນາ ໃນການອະນຸມັດ ສັມປະທານ ທີ່ດິນ ຫລາຍຂື້ນ, ທ່ານເວົ້າວ່າ:
"ກ່ອນທີ່ເຮົາຈະເຊັນ ອັນໃດອັນນຶ່ງ ລົງໄປຕ້ອງໃຫ້ ຂແນງການທີ່ກ່ຽວຂ້ອງ ຮັບຮູ້ນຳ ບັນຫາ ຂອງມັນກໍຄືວ່າ ເຊັນລົງທຶນ ໄປແລ້ວ ຊ້ຳພັດຄ່ອຍມາຄຸມ ໃຫ້ອົງການ ຄຸ້ມຄອງທີ່ດິນ ອອກແຜນທີ່ ທີ່ດິນໃຫ້ ມັນເຮັດໃຫ້ ຣະບົບຄູ້ມຄອງ ບໍຣິຫານຣັຖ ຂອງເຮົາເກີດ ຄວາມສັບສົນ."
ທ່ານເວົ້າຕໍ່ວ່າ ນັບແຕ່ປີ 1991 ກະຊວງແຜນການ ແລະການລົງທຶນ ເປັນໜ່ວຍງານດຽວ ທີ່ມີສິດໃນການ ອະນຸຍາດ ໃຫ້ສັມປະທານ ພື້ນທີ່ດິນເພື່ອການ ປູກພືດ ອຸດສາຫະກັມ ຊຶ່ງກ່ອນທີ່ຈະໃຫ້ ສັມປະທານທີ່ດິນ ແກ່ເອກກະຊົນ ກໍບໍ່ໄດ້ມີການ ຕິດຕໍ່ພົວພັນ ກັບໜ່ວຍງານກ່ຽວຂ້ອງ ທັງອົງການຄຸ້ມຄອງ ທີ່ດິນແຫ່ງຊາດ, ກະຊວງກະສິກັມ ແລະປ່າໄມ້ ຕລອດຮອດ ອົງກອນ ຊັພຍາກອນນ້ຳ ແລະສິ່ງແວດລ້ອມ ເທົ່າທີ່ຄວນ. ດັ່ງນັ້ນຈຶ່ງ ເກີດບັນຫາການ ໃຊ້ທີ່ດິນ ຜິດປະເພດ ແລະ ຜິດຈຸດປະສົງ ເຮັດໃຫ້ປະເທດລາວ ສູນເສັຍພື້ນທີ່ປ່າ ໂດຍທີ່ບໍ່ຄວນ ຈະເສັຍ. ດັ່ງທີ່ ນັກວິຊາການ ຜູ້ເກົ່າເວົ້າອີກວ່າ:
"ຍົກໂຕຢ່າງຄື ແຂວງວຽງຈັນນີ້ ຖືວ່າໂຕເລກ ສູນກາງສ່ວນຫລາຍ ກໍເບັດເອົາແຕ່ດິນງາມ ພຸ້ນແຫລ໋ະ ຫລັງຈາກນັ້ນ ກໍປູກໝາກເຍົາ ພໍມະຍ່ອມມະແຍ່ມ 4-5 ຕົ້ນ ດຽວນີ້ສລາຍແລ້ວ ແຕ່ວ່າບ່ອນຂາຍໄມ້ (ທີ່ຕັດເຄລັຍພື້ນທີ່) ນັ້ນຢູ່ດົງ ນາທອງ."
ທ່ານເວົ້າມ້ວນທ້າຍວ່າ ການທີ່ ທຸກພາກສ່ວນ ທັງຈາກສູນກາງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ກັບການ ສັມປະທານ ທີ່ດິນ ມີໂອກາດ ຮ່ວມກັນຕັດສີນໃຈ ແລະກວດສອບ ຮ່ວມກັນກ່ອນ ຈະຊ່ອຍໃຫ້ລະບົບ ການເຮັດວຽກຂອງຣັຖ ເພື່ອປ້ອງກັນພັຍຂົ່ມຂູ່ ການພັທນາທີ່ດິນ ຈາກການປູກພືດ ອຸດສາຫະກັມ ໄດ້ດີກວ່າ ເກົ່າ ຊຶ່ງຈະເປັນຜົນດີ ຕໍ່ປະເທດຊາດ ໃນລະຍະຍາວ.