ເຂື່ອນໄຊຍະບຸຣີ ສັນຍາສ້າງຖືກເລື່ອນ

ບໍຣິສັດ ທີ່ໄດ້ຮັບ ອະນຸມັດ ກໍ່ສ້າງໂຄງການ ເຂື່ອນໄຟຟ້າ ໄຊຍະບຸຣີ ໃນລາວ ເລື່ອນການເຊັນ ສັນຍາ ໄປເດືອນ ກຸມພາ 2011.


ກົດຟັງສຽງ

ບໍຣິສັດ ຊໍການຊ່າງຂອງໄທ ຈະເຊັນສັນຍາ ກໍ່ສ້າງເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ທີ່ມີມູນຄ່າ 76 ຕື້ບາດ ໃນເດືອນ ກຸມພາ 2011 ຊື່ງເລື່ອນຈາກ ກຳນົດເດີມ ທີ່ກະໃສ່ ໄຕຣມາດສຸດທ້າຍ ຂອງປີ 2010 ນີ້.

ຜູ້ຈັດການບໍຣິຫານ ບໍຣິສັດ ຊໍການຊ່າງ ທ່ານ ປລິວ ຕຣີວິດວາເວດ ໄດ້ກ່າວໃນມື້ ວັນຈັນ ທີ 18 ຕຸລາ 2010 ຜ່ານມາວ່າ ທາງບໍຣິສັດ ກໍຈະເຊັນ ຂໍຢືມເງິນຈາກ ທະນາຄານ ບາງກອກ, ກະສິກອນໄທ, ກຣຸງໄທ ແລະ ທະນາຄານໄທ ພານິດ ໃນເດືອນກຸມພາ 2011 ເພື່ອເປັນງົບປະມານ ໃຊ້ໃນໂຄງການ ເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ໃນລາວ.

ທ່ານ ປລິວ ຄາດວ່າຫລັງຈາກ ການເຊັນສັນຍາກໍ່ສ້າງ ໂຄງການເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ບໍຣິສັດ ຊໍການຊ່າງ ຈະມີຈຳນວນເງິນ ທີ່ລົງທຶນ ໃນໂຄງການຕ່າງໆ ຫລາຍກວ່າ 100 ຕື້ບາດ. ປັດຈຸບັນນີ້ ບໍຣິສັດ ຊໍການຊ່າງ ມີເງິນລົງທຶນ ໃນການສ້າງ ໂຄງການຕ່າງໆ ຢູ່ປະມານ 30 ຕື້ບາດ. ໃນຈຳນວນເງິນ ດັ່ງກ່າວນີ້ 10 ກວ່າຕື້ ບາດ ແມ່ນລົງທຶນໃນ ໂຄງການສາຍທາງ ຣົດໄຟຟ້າສາຍ ສີຟ້າ ຊຶ່ງເຊື່ອມຕໍ່ ສນາມໄຊ ຫາ ທ່າພຣະ ໃນບາງກອກ.

ໃນເວລາດຽວກັນ ທ່ານ ປລິວ ກ່າວວ່າ ທາງບໍຣິສັດ ຊໍການຊ່າງ ຈະຫລຸດຜ່ອນ ລະດັບຫຸ້ນສ່ວນ ໃນໂຄງການ ນ້ຳເງື່ອມ 2 ລົງ, ຊຶ່ງທ່ານວ່າມີ ປະມານ 4-5 ບໍຣິສັດ ທີ່ສົນໃຈຢາກ ມາລົງທຶນເປັນຫຸ້ນສ່ວນ ໃນໂຄງການນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org