ຊາວບ້ານ ກໍາລັງໂຍກຍ້າຍ ຈາກພື້ນທີ່ ຈະສ້າງຂົວມິຕພາບ ແຫ່ງທີ 4
ທາງການລາວ ກຳລັງສະສາງ ພື້ນທີ່ ເພື່ອຕຽມການ ກໍ່ສ້າງຂົວ ມີຕພາບ ລາວ-ໄທ ແຫ່ງທີ່ 4 ດ້ວຍການໂຍກຍ້າຍ ຊາວບ້ານຜູ້ທີ່ ໄດ້ຮັບຜົລກະທົບ ແລະ ຈ່າຍຄ່າຊົດເຊີຍ.
-
ສິດນີ
2009-10-29 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກໂຄງການກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທ ເປີດເຜີຍວ່າ, ປັດຈຸບັນ ຄນະວຽກງານຝັ່ງລາວ ກຳລັງສະສາງ ພື້ນທີ່ກໍ່ສ້າງ ດ້ວຍການໂຍກຍ້າຍ ປະຊາຊົນ ແລະ ຈ່າຍຄ່າຊົດເຊີຍ ໃຫ້ແກ່ຂະເຈົ້າ ທີ່ມີເປົ້າຫມາຍ ວ່າຈະໃຫ້ສຳເຣັດ ໃນເດືອນຫນ້າ ຊື່ງໃນຂນະນີ້ ໂຄງການດັ່ງກ່າວ ກໍ່ຢູ່ໃນຂັ້ນຕອນ ການເປີດຊອງປະມູນ ຫາຜູ້ຮັບເຫມົາ ກໍ່ສ້າງ, ຫລັງຈາກທີ່ມີ ການລົງນາມ ການກໍ່ສ້າງ ຢ່າງເປັນທາງການ ຣະຫວ່າງ ຣັຖບານໄທ ຈີນແລະລາວ.
ໃນກອງປະຊຸມ ສຸດຍອດອາຊ໊ຽນ ທີ່ຫົວຫີນ ວ່າງອາທີດກອ່ນ ທ່ານກໍໄດ້ກ່າວ ໃນຕອນນື່ງວ່າ:
"ເວລານີ້ ຄນະກັມມະການ ໄກ່ເກັ່ຽແກ້ໄຂ ບັນຫາກະທົບ ກຳລັງທຳງານກັນຢູ່ ສີ່ງກະທົບຕ່າງໆ ທີ່ເປັນບ້ານເຮືອນ ທີ່ດີນ ມາແກ້ໄຂ ໃນຈຸດນີ້ ກໍໄດ້ຢູ່ປະມານ40% ແລ້ວ ພາຍໃນນື່ງເດືອນ ຕໍ່ຫນ້ານີ້ຖືວ່າ ຕ້ອງໄດ້ສຳເຣັດ."
ໃນຣະຍະທີ່ຜ່ານມາ ການຈັດສັນທີ່ດີນ ເຂດບ້ານດອນ ເມືອງຫ້ວຍຊາຍ ມີບັນຫາທີ່ດີນ ສັບຊ້ອນກັນ ເນື່ອງຈາກພື້ນທີ່ ບາງສ່ວນປະມານ 20ເຮັກຕາ ທາງການລາວ ໄດ້ອະນຸມັດ ສັມປະທານ ໃຫ້ແກ່ບໍຣິສັດ ເກົາຫລີໃຕ້ ໄປທັບກັບພື້ນທີ່ ທີ່ຈະກໍ່ສ້າງຂົວ, ຣັຖບານລາວ ຈື່ງຈັດສັນທີດີນ ແຫ່ງໃຫມ່ແທນໃຫ້.
ນອກຈາກນັ້ນ ກໍ່ຈະມີການ ໂຍກຍ້າຍປະຊາຊົນ ແຕ່ທາງການ ຍັງບໍ່ບອກວ່າ ມີຈຳນວນປະຊາຊົນ ຈັກຄອບຄົວທີ່ ຈະຕ້ອງຖືກໂຍກຍ້າຍ ກ່ຽວກັບການ ຂາຍຊອງປະມູນ ຜູ້ຮັບເຫມົາກໍ່ສ້າງ ທ່ານກ່າວວ່າ:
"ພາຍຫລັງ ຂາຍຊອງປະມູນ ນີ້ແລ້ວ ຄາດວ່າຊອງປະມູນ ຈະໄປເປີດຢູ່ພາຍ ໃນກາງເດືອນ12ນີ້ ຫລັງຈາກນັ້ນ ຣະຫວ່າງເດືອນ ທັນວາ-ມັງກອນປີຫນ້າ ຈະຊີ່ຢູ່ໃນ ຣະຫວ່າງຄັດເລືອກ ວ່າບໍຣິສັດໃດ ຊນະການປະມູນ."
ເຖີງແມ່ນວ່າ ໂຄງການດ່ັງກ່າວ ຈະມີບັນຫາ ດັ່ງທີ່ກ່າວມາ ໃນເບື້ອງຕົ້ນ ແຕ່ເຈົ້າຫນ້າທີ່ ທ່ານນີ້ ກໍ່ຍັງເຊື່ອວ່າ ການກໍ່ສ້າງຂົວ ມິຕພາບລາວ-ໄທ ແຫ່ງທີ 4 ຈະເລີ້ມລົງມື້ ໃນເດືອນກຸມພາ ປີ2010 ຢ່າງແນ່ນອນ.
ການກໍ່ສ້າງ ຈະໃຊ້ເວລາ 30ເດືອນ ແລະ ມູນຄ່າການກໍ່ສ້າງ ແບ່ງກັນຄົນເຄີ່ງ ຣະຫວ່າງ ລາວ-ໄທ ຊື່ງຣັຖບານລາວ ໄດ້ຮັບເງີນຊ່ວຍເຫລືອລ້າ ຈາກຈີນປະມານ 20ລ້ານໂດລາ ທີ່ຈະໃຊ້ໃນການ ສ້າງຂົວດັ່ງກ່າວ.