ອົງການ NGO ມີຄວາມເຫັນໃນ ຂົວມິຕພາບລາວ-ໄທ

ອົງການ NGO ດ້ານແຮງງານ ຄາດວ່າ ຂົວມິຕພາບ ລາວ-ໄທ ທຸກແຫ່ງ ຈະເປັນບ່ອນ ອໍານວຍຄວາມ ສະດວກແກ່ ບັນດາແຮງງານ ຜິດກົດໝາຍ ເຂົ້າອອກປະເທດ ເພີ່ມຂຶ້ນ.

ອົງການ NGO ດ້ານແຮງງານ ຂ້າມຊາດ ສະແດງຄວາມ ເປັນຫ່ວງວ່າ ການຂຍາຍ ໂຄງການສ້າງ ຂົວມິຕພາບ ລາວ-ໄທ ຈະເປັນຈຸດ ສໍາຄັນ ເຮັດໃຫ້ການ ຫລັ່ງໄຫລ ຂອງແຮງງານລາວ ຜິດກົດໝາຍ ເຂົ້າອອກ ປະເທດເພື່ອນບ້ານ ໄດ້ງ່າຍຂື້ນ ແລະເຫັນວ່າ ໃນອະນາຄົດ ຈະຄວບຄຸມບໍ່ໄດ້ ເຖິງແມ່ນວ່າ ລາວແລະໄທ ຈະມີຂໍ້ຕົກລົງ MOU ນໍາເຂົ້າແຮງງານ ຢ່າງຖືກຕ້ອງຕາມ ກົດໝາຍກໍຕາມ. ທ່ານ ສຸປຣະດິດ ແກ້ວມົງຄົລ ເຈົ້າໜ້າທີ່ ອົງການ ກະຈົກເງົາ ປະຈໍາແຂວງ ອຸບົນ ກ່າວວ່າ:

"ທ່ານຄິດວ່າ ການເປີດຊາຍແດນ ທີ່ເກີດຂຶ້ນ ໃນຊ່ວງ ທີ່ຜ່ານມາ ບໍ່ວ່າຈະເປັນ ຂົວຂ້າມ ແມ່ນໍ້າຂອງ ແຫ່ງທີ 2 ມຸກດາຫານ-ສວັນນະເຂດ ຫລືວ່າຈະມີ ຂຶ້ນທີ່ຊຽງຂອງ ມັນຈະເຮັດໃຫ້ ການຫລັ່ງໄຫລ ຂອງຄົນ ເພີ່ມຂຶ້ນໃນ ອະນາຄົດ ແລະບັນຫາ ກໍຄື ໄທກັບລາວ ມີ MOU ຣະຫວ່າງກັນ ແລະເລື້ອງ ການຈ້າງ ແຮງງານລາວ ກໍຄື ຄົນຈະເຂົ້າມາ ຢ່າງຜິດກົດໝາຍ".

ທ່ານກ່າວອີກວ່າ ເຖິງແມ່ນວ່າ ເລື້ອງນີ້ຈະ ເປັນເລື້ອງເກົ່າ ທີ່ຫລາຍຝ່າຍ ເຄີຍເວົ້າກັນແລ້ວ ແຕ່ບັນຫາ ສໍາຄັນເລື້ອງ ຂົວມິຕພາບ ລາວ-ໄທ ຊຶ່ງທັງສອງ ປະເທດມີ ນະໂຍບາຍ ເຊື່ອມຄວາມສັມພັນ ກັນນັ້ນ ສົ່ງຜົລກະທົບ ໂດຍກົງທັນທີ ຕໍ່ບັນຫາ ແຮງງານລາວ ລັກລອບເຂົ້າເມືອງ ເພື່ອໄປຊອກ ວຽກເຮັດ ງານທໍາ ທີ່ປະເທດໄທ ໂດຍໃຊ້ໜັງສື ຜ່ານແດນ ທ່ອງທ່ຽວ ຫລື border pass.

ດັ່ງນັ້ນບໍ່ວ່າ ທັງສອງປະເທດ ຈະມີ ນະໂຍບາຍ ສ້າງຂົວມິຕພາບ ເທົ່າໃດແຫ່ງ ກໍຄວນຮ່ວມ ປະສານງານກັນ ຫາທາງ ແກ້ໄຂບັນຫາ ການຫລັ່ງໄຫລ ຂອງແຮງງານ ເອົາໄວ້ດ້ວຍ ໂດຍໃຫ້ເຂັ້ມ ງວດ ເລື້ອງການ ອະນຸຍາດ ຜ່ານເຂົ້າ-ອອກ ຣະຫວ່າງປະເທດ ຫລາຍຂຶ້ນ.

ນອກຈາກນັ້ນ ການປະຕິບັດ MOU ກ່ຽວກັບແຮງງານ ກໍຄວນຈະ ດໍາເນີນການ ໃຫ້ມີຄວາມ ຕໍ່ເນື່ອງ ແລະ ແກ້ໄຂບັນຫາ ໃຫ້ຖືກຈຸດ ໂດຍສະເພາະ ເລື້ອງຄ່າທັມນຽມ ແລະເລື້ອງການ ກວດເອກກະສານ ປະຈໍາຕົວຕ່າງໆ ທີ່ມີຄວາມ ຫຍູ້ງຍາກຫລາຍ ແລະ ສົ່ງຜົລສະທ້ອນ ໃຫ້ຝ່າຍລາວ ລ່າຊ້າໃນການ ຊອກຫາແຮງງານ ສົ່ງໃຫ້ຝ່າຍໄທ ເພາະບໍ່ມີຄົນ ຢາກເສັຽຄ່າ ໃຊ້ຈ່າຍ ທີ່ສູງເກີນໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org