ທາງການໄທຢາກໃຫ້ລາວ ຂົນສິນຄ້າທາງຣົດໄຟ
ທາງການໄທ ແຂວງໜອງຄາຍ ຢາກໃຫ້ ທາງການລາວ ສົ່ງເສີມການ ສົ່ງສິນຄ້າ ຂ້າມແດນ ໂດຍໃຊ້ທາງ ຣົດໄຟ.
-
ໂພໄຊສວັດ
2010-09-22 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ນາງ ພອນສີຣິ ພັທນະມົງຄົນ ເຈົ້າໜ້າທີ່ກົມ ພາສີອາກອນ ປະຈຳ ແຂວງໜອງຄາຍ ປະເທດໄທ ໄດ້ອອກຄວາມ ຄິດເຫັນ ວ່າການຂົນສົ່ງ ສິນຄ້າ ໂດຍໃຊ້ທາງ ຣົດໄຟ ໃນຝັ່ງລາວ ຄວນຈະຊອກຫາ ຜູ້ມາລົງທຶນ ພັທນາ ຢ່າງຈິງຈັງ ເພາະເປັນບ່ອນທີ່ ເໝາະສົມ ສຳລັບ ສະຖານທີ່ ເຄື່ອນຍ້າຍສິນຄ້າ ແລະ ການບໍຣິການ. ນາງເວົ້າວ່າ:
"ມັນສາມາດ ທີ່ຈະເປັນໄປໄດ້ ກໍຈະເຮັດໃຫ້ ການຂົນສົ່ງ ແລະ ຄ່າຂົນສິນຄ້າ ສະດວກ ແລະຖືກລົງໄປ ແຕ່ໃນລາວ ຍັງຕ້ອງພັທນາ ຫລາຍໆຢ່າງເພາະວ່າ ຖ້າສາມາດ ຂົນຖ່າຍສິນຄ້າ ຈາກຣົດໄຟ ໃສ່ຣົດບັນທຸກ ແລ້ວພະນັກງານ ພາສີອາກອນ ກໍສາມາດກວດ ສິນຄ້າ ຢູ່ຫັ້ນໄດ້ເລີຍ".
ນາງເວົ້າອີກວ່າ ເສັ້ນທາງຣົດໄຟ ສາຍທ່ານາແລ້ງ-ໜອງຄາຍ ຊຶ່ງເຊື່ອມຕໍ່ ແຂວງໜອງຄາຍ ກັບນະຄອນຫລວງ ວຽງຈັນນັ້ນ ພົບວ່າຫລັງຈາກ ການເປີດ ການບໍລິການ ເປັນທາງການແລ້ວ ກໍບໍ່ມີ ຄົນໂດຍສານ ຫລາຍ ແລະການຂົນສົ່ງ ສິນຄ້າ ໂດຍໃຊ້ຣົດໄຟ ກໍຍັງຖືວ່າ ບໍ່ດີປານໃດ ຍ້ອນວ່າ ທາງການລາວ ບໍ່ໄດ້ ກະຕຽມພື້ນທີ່ ສຳລັບຮັບຮອງ ການຂົນຖ່າຍ ສິນຄ້າ ຢ່າງຈິງຈັງ, ແຕ່ໃນອະນາຄົດ ຫາກທາງການ ລາວ ມີຄວາມພ້ອມ ທາງດ້ານ ງົບປະມານ ແລະ ບຸຄລາກອນ ກໍເຊື່ອວ່າ ການພັທນາ ເສັ້ນທາງຣົດໄຟ ດັ່ງກ່າວຈະດີຂຶ້ນ. ອີກອັນນຶ່ງ ໃນອະນາຄົດ ກໍຈະສອດຄ່ອງ ກັບການພັທນາ ທາງຣົດໄຟ ເຊື່ອມຕໍ່ ໄປຫາສນາມບິນ ວັດໄຕ ໃນໂຕນະຄອນຫລວງ ວຽງຈັນ ອີກດ້ວຍ.
ທ່ານ ສອນສັກ ນໍຍານຊະນະ ຜູ້ອຳນວຍການ ອົງການຣົດໄຟ ແຫ່ງຊາດລາວ ກໍຍອມຮັບວ່າ ໂຄງການ ຂົນຖ່າຍສິນຄ້າ ໂດຍໃຊ້ຣົດໄຟ ຂ້າມແດນນັ້ນ ທາງການລາວ ກໍເອົາໃຈໃສ່ຢູ່ ແຕ່ກໍມີ ອຸປສັກຫລາຍຢ່າງ ໂດຍສະເພາະ ການຂາດ ງົບປະມານ. ເຖິງຢ່າງໃດ ກໍຕາມ ທາງການລາວ ກໍກຳລັງຕິດຕໍ່ ຫາຜູ້ລົງທຶນ ທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາສືບຕໍ່ ການພັທນາ ແຕ່ເຖິງ ປັດຈຸບັນນີ້ ກໍຍັງບໍ່ມີ ຄວາມແຈ່ມແຈ້ງ. ສຳລັບໃນ ອະນາຄົດ ໂຄງການນີ້ຈະຕ້ອງ ໄດ້ຮັບຄວາມ ສຳເຣັດ ຢ່າງແນ່ນອນ ເພາະ ຖືວ່າເປັນ ບູລິມະສິດ ຂອງປະເທດ.