ໂຮງໝໍວຽງຈັນຈະນໍາໃຊ້ ວິຊາການ ດ້ານປະຕິສົນທິ

ໂຮງໝໍ ແມ່ແລະເດັກ ໃນນະຄອນ ຫລວງວຽງຈັນ ມີແຜນການ ນໍາເທັກນິກ ການປະຕິສົນທິ ເຂົ້າມາໃຊ້ ໃນລາວ ເພື່ອຊ່ວຍແມ່ຍິງ ທີ່ມີບັນຫາ ໃນການຖືພາ.

ໂຮງໝໍ ແມ່ແລະເດັກ ໃນນະຄອນ ຫລວງວຽງຈັນ ມີແຜນການ ນໍາເອົາ ວິຊາການ ດ້ານ ປະຕິສົນທິ ເຂົ້າມາໃຊ້ ໃນລາວ ເປັນຄັ້ງ ທໍາອິດ ປະມານ ກາງປີໜ້າ ຍ້ອນວ່າ ທີ່ຜ່ານມາ ແມ່ຍິງລາວ ຫລາຍຄົນ ທີ່ປະສົບ ບັນຫາ ກ່ຽວກັບ ປາກໝົດລູກ ແລະຮັງໄຂ່ ອັນເຮັດໃຫ້ ບໍ່ສາມາດ ມີລູກໄດ້. ສ່ວນເລື່ອງ ຄ່າໃຊ້ຈ່າຍ ຍັງບໍ່ສາມາດ ຄາດຄະເນ ໄດ້ເທື່ອ. ດຣ. ບູນນາກ ໄຊຊະນະ ສົງຄາມ ຮອງ ຜູ້ອໍານວຍການ ໂຮງໝໍ ແມ່ແລະເດັກ ກະຊວງ ສາທາຣະນະສຸຂ ກ່າວວ່າ:

"ຖ້າຕາມ ຄາດໝາຍ ພວກເຮົາຄາດ ວ່າປີໜ້າ ພວກເຮົາ ຈະເລີ່ມຕົ້ນ ກາງປີ ຢູ່ໃນໂລກນີ້ ຢູ່ໃສມັນ ກໍແມ່ນ 100 ເປີເຊັນ ສະນັ້ນ ຢູ່ນໍາພວກເຮົາ ກໍປະມານ 40-45 ເປີເຊັນ 50 ເປີເຊັນ ຄືຖ້າ ຄັ້ງແຣກພາດ ມັນກໍຈະບໍ່ ລັ້ງຄັ້ງ ຕໍ່ໆໄປ ມັນບໍ່ໃຊ່ວ່າ ທໍາຄັ້ງດຽວ ແລ້ວພາດ ຫລືວ່າທໍາ ຄັ້ງດຽວ ສໍາເຣັດແລ້ວ ມັນບໍ່ແມ່ນ".

ການນໍາ ເທັກນິກນີ້ ເຂົ້າມາໃຊ້ ກໍເພື່ອສນອງ ຄວາມຕ້ອງການ ຂອງແມ່ຍິງ ທີ່ບໍ່ສາມາດ ມີລູກໄດ້ ຊຶ່ງກໍມີ ຫລາຍສາເຫດ ແລະ ທີ່ຜ່ານມາ ມີສາມີ-ພັລຍາ ຫລາຍຄູ່ ມາປຶກສາ. ເທັກນິກນີ້ ຖືເປັນ ເທັກນິກ ໃໝ່ລ່າສຸດ ໃນລາວ ແລະ ກໍຫວັງວ່າ ຈະມີແມ່ຍິງ ທີ່ມີບັນຫາ ການຖືພາ ມາໃຊ້ ບໍຣິການ ຫລາຍ. ສໍາລັບ ຄ່າໃຊ້ຈ່າຍ ນັ້ນ ຈະຂ້ອນຂ້າງ ແພງ ເນື່ອງຈາກ ມີການໃຊ້ ເຄື່ອງມື ແລະ ເທັກໂນໂລຊີ ທີ່ທັນສມັຍ ແຕ່ກໍບໍ່ ສາມາດຄາດ ຄະເນໄດ້ ເທື່ອ ຕ້ອງເບິ່ງເຖິງ ສະພາບ ເສຖກິດ ສັງຄົມ ນໍາດ້ວຍ. ດຣ. ບູນນາກ ກ່າວຕໍ່ໄປວ່າ:

"ຄ່າໃຊ້ຈ່າຍນີ້ ດຽວນີ້ ພວກເຮົາ ກໍຍັງຄາດ ຄະເນບໍ່ໄດ້ ສໍາລັບມາ ຄິດໄລ່ຢູ່ ລາວ ພວກເຮົາຍັງ ຈະຕ້ອງ ໄດ້ເບິ່ງອິງຕາມ ນະໂຍບາຍ ຂອງພັກ ຂອງຣັຖ ເສຖກິດ ຂອງ ປະຊາຊົນ ລາວ ຕື່ມອີກວ່າ ມັນສົມຄວນ ຢູ່ເທົ່າໃດ".

ດຣ. ບູນມາກ ໄຊຊະນະ ສົງຄາມ ກ່າວ ສະລຸບວ່າ ໃນດ້ານ ໂຄງຮ່າງພື້ນຖານ ໄດ້ມີການ ຕຽມພ້ອມແລ້ວ. ສໍາລັບ ດ້ານເທັກນິກ ແລະ ບຸກຄລາກອນ ປັຈຈຸບັນ ກໍມີໝໍ ດ້ານ ສູຕິນາຣີເວດ ແລະ ພຍາບານ ຈໍານວນນຶ່ງ ກໍາລັງ ເຂົ້າຮັບການ ອົບຮົມ ດ້ານເທັກນິກ ຢູ່ທີ່ປະເທດ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org