ທະນາຄານໂລກ ຈະຊ່ວຍເຫລືອ ແມ່ຍິງ ທີ່ມາ ອອກລູກ ໃນໂຮງໝໍ
ທະນາຄານໂລກ ຈະຊ່ວຍເຫລືອ ຄ່າໃຊ້ຈ່າຍ ສຳລັບແມ່ຍິງ ທີ່ເຂົ້າມາອອກລູກ ໃນໂຮງໝໍ ໃນສອງເມືອງ ຢູ່ແຂວງສວັນນະເຂດ.
-
ໂພໄຊສວັດ
2009-09-09 -
-
-
Your browser doesn’t support HTML5 audio
ທະນາຄານໂລກ ມີໂຄງການທີ່ ຈະຊ່ວຍເຫລືອໃນ ຄ່າໃຊ້ຈ່າຍ, ຂອງແມ່ຍິງທີ່ ຖືພາຢູ່ສອງເມືອງ ໃນແຂວງ ສວັນນະເຂດ, ເພື່ອຊຸກຍູ້ໃຫ້ ແມ່ຍິງເຂົ້າໄປ ໃຊ້ໂຮງໝໍ ເປັນບ່ອນອອກລູກ. ຊຶ່ງຄາດວ່າຈະ ຫລຸດຜ່ອນການຕາຍ ຂອງແມ່ແລະເດັກ, ໃຫ້ຢູ່ໃນຣະດັບ ທີ່ຕໍ່າກວ່າເກົ່າ. ໂຄງການດັ່ງກ່າວ ເປັນໂຄງການທົດລອງ ທີ່ໃຊ້ເວລາ ປະມານປີກວ່າ, ໂດຍຈະເລີ້ມ ແຕ່ເດືອນ10 ປີ2009 ເປັນຕົ້ນໄປ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຈາກ ທະນາຄານໂລກ ປະຈຳນະຄອນ ຫລວງວຽງຈັນ ເວົ້າວ່າ:
"World Bank ກຳລັງທົດສອບ ກຳລັງຂຽນ guide line, ໃນການ ທີ່ຈະດຳເນີນ ຢູ່ໃນແຂວງ ສວັນນະເຂດ ຢູ່ສອງເມືອງ, ເມືອງນອງ ແລະເມືອງ ທ່າປາງທອງ ອາດຈະເລີ້ມ ປະຕິບັດ ພາຍໃນສອງເດືອນ ຂ້າງໜ້ານີ້ ປະມານໃນເດືອນ ຕຸລາ."
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ, ປະຊາຊົນ ທີ່ຢູ່ໃນເຂດ ຊົນນະບົດ, ສ່ວນຫລາຍມີບັນຫາ ເຣື້ອງການເງິນ ຈຶ່ງບໍ່ສາມາດ ຈະໃຊ້ບໍຣິການ ຈາກໂຮງໝໍແລະ ສຸຂສາລາໄດ້. ໂຄງການນີ້ ຢາກທົດລອງວ່າ, ເມື່ອມີການຊ່ວຍເຫລືອ ທາງດ້ານການເງິນແລ້ວ ຈະເຮັດໃຫ້ ພວກແມ່ຍິງ ໄປອອກລູກຢູ່ ໂຮງໝໍຫລືຮັບ ບໍຣິການ ກ່ຽວກັບແມ່ ແລະ ເດັກຫລາຍເພີ້ມຂື້ນ ຫລືບໍ່. ຄາດວ່າໂຄງການ ດັ່ງກ່າວຈະຊ່ວຍ ໃຫ້ຈຳນວນ ການເສັຍຊີວິດ ຂອງແມ່ແລະເດັກ ຫລຸດໜ້ອຍລົງ. ດັ່ງເຈົ້າໜ້າທີ່ ເວົ້າວ່າ:
"ມັນຈະຕ້ອງເຮັດ ໃຫ້ລົງໃຫ້ໄດ້, ເພາະວ່າ ຖ້າການທົດລອງ ຫາກມີຄວາມສຳເຣັດ, ເຮົາຄົງຈະສເນີໃຫ້ ຣັຖບານລາວ ຫລືອົງກອນຕ່າງໆ ທີ່ເຂົ້າມາ ສນັບສນູນ ວຽກງານ ສາທາຣະນະສຸຂ ຢູ່ລາວ ໃຫ້ຫັນໜ້າ ມາເບິ່ງວ່າ, ປະເດັນນີ້ ຄົງຈະຊ່ອຍໃຫ້ ອັດຕຣາການຕາຍ ລົດລົງຢ່າງແນ່ນອນ."
ເຖິງຢ່າງໃດກໍດີ ທ່ານເວົ້າ ໃນຕອນທ້າຍວ່າ, ສຳລັບໂຄງການ ຊ່ວຍເຫລືອຄ່າໃຊ້ຈ່າຍ ຂອງແມ່ຍິງ ທີ່ຖືພານັ້ນ, ເປັນສ່ວນນຶ່ງຂອງ ການສນັບສນູນ ນະໂຍບາຍ ຂອງຣັຖບານລາວ ກ່ຽວກັບເຣື້ອງການ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ໃນເຂດ ຊົນນະບົດ.