ສະຖານີ ນໍ້າປະປາດົງບັງ

ສະຖານີ ນໍ້າປະປາ ດົງບັງ ຈະສາມາດ ຊ່ວຍແກ້ໄຂ ບັນຫາ ກາຣຂາດແຄນ ນໍ້າໃນນະຄອນ ຫລວງວຽງຈັນ.

ສະຖານີ ສູບນ້ຳປະປາ ດົງບັງ ເມືອງໄຊທານີ ໄດ້ເປີດໃຊ້ຢ່າງ ເປັນທາງກາຣ ແຕ່ມື້ວັນທີ່ 19 ພຶສພາ ເປັນຕົ້ນມາ ແລະທາງກາຣກ່ຽວຂ້ອງ ຂອງລາວ ກໍໝັ້ນໃຈວ່າ ຈະສາມາດຕອບ ສນອງດ້ານກາຣ ນຳເອົານ້ຳທີ່ ສະອາດ ເຂົ້າສູ່ຣະບົບ ນ້ຳປະປາໃນ ເຂຕນະຄອນຫລວງ ວຽງຈັນ ໄດ້ຫລາຍເພີ່ມຂຶ້ນ ເພື່ອຈະໄດ້ ກະຈາຍກາຣສົ່ງນ້ຳ ອອກໄປ ໃຫ້ທົ່ວເຖິງ ຕາມເຂຕພື້ນທີ່ ໃໝ່ໆ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງທ່ານໜຶ່ງ ໄດ້ກ່າວວ່າ:

“ສະຖານີສູບນ້ຳດິບ ຈາກນ້ຳງື່ມ ຊຶ່ງສາມາດ ດູດນ້ຳໄດ້ 20,000 ແມ໊ຕກ້ອນ ຕໍ່ວັນ(ມື້) ຈຸດປະສົງຂອງ ໂຄງກາຣນີ້ແມ່ນ ສນອງນ້ຳໃຫ້ ເຂຕອຸຕສາຫະກັມ ໂຄກສະອາດ ນອກຈາກນັ້ນກະໂຕ ເມືອງໃໝ່ ຂອງນະຄອນຫລວງ ວຽງຈັນ ຈຳນວນໜຶ່ງ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣກໍ່ສ້າງ ສະຖານີນ້ຳ ປະປາດັ່ງກ່າວ ມີກາຣລົງທຶນ ປະມານ 5 ລ້ານດອລລາຣ໌ ສະຫະຣັຖ ໂດຽທາງຣັຖ ວິສາຫະກິຈ ນ້ຳປະປາ ນະຄອນຫລວງ ວຽງຈັນ ຖືຫຸ້ນ 20% ແລະບໍຣິສັທ ເອກກະຊົນ ວຽຕນາມຖືຫຸ້ນ 80% ໂດຽໄດ້ເຣີ່ມ ກໍ່ສ້າງແຕ່ປີ 2008 ເປັນຕົ້ນມາ ແລະກໍມີກາຣສ້າງ ສຳເຣັຈເປັນ ທີ່ຮຽບແລ້ວ ໃນປັຈຈຸບັນນີ້.

ເຖິງຢ່າງໃດກໍຕາມ ທາງກາຣກ່ຽວຂ້ອງ ຂອງລາວໝັ້ນໃຈວ່າ ສະຖານີ ນ້ຳປະປາ ດັ່ງກ່າວ ທີ່ຈະສາມາດ ສູບນ້ຳໄດ້ເຖິງ 180,000 ແມ໊ຕກ້ອນ ຕໍ່ມື້ນັ້ນ ຄົງຈະຊ່ວຍ ແກ້ໄຂບັນຫາ ກາຣຂາດແຄນນ້ຳ ໃນນະຄອນຫລວງ ວຽງຈັນ ໄດ້ເປັນຢ່າງດີ ໂດຽມີກາຣສູບ ນ້ຳຈາກນ້ຳງື່ມ ຂຶ້ນສູ່ ສະຖານີດົງບັງ ກ່ອນທີ່ຈະນຳ ສົ່ງເຂົ້າຣະບົບ ທໍ່ນ້ຳ ໄປຍັງເຂຕສນາມ ກິລາແຫ່ງຊາຕ ເຂຕອຸຕສາຫະກັມ ຫລັກ 21 ເຂຕບໍ່ເກືອ ໂຄກສະອາດ ແລະ ປະຊາຊົນໃນ 33 ໝູ່ບ້ານທີ່ໃກ້ ຄຽງນັ້ນນຳດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org