ການພັທນາທີ່ບໍ່ມີ ການວາງແຜນໃນລາວ

ເຈົ້າຫນ້າທີ່ລາວ ຖແລງວ່າ ການພັທນາທີ່ດິນ ໂດຍປາສຈາກ ການວາງແຜນ ຈະສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ.

ນັກວິຊາການ ດ້ານສິ່ງແວດລ້ອມ ສປປລາວ ເວົ້າວ່າ ການພັທນາທີ່ດີນ ເພື່ອໃຊ້ໃນການສ້າງສາ ທີ່ປາສຈາການວາງແຜນ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ໃນຣະຍະຍາວ ນາງຢາກຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ນຳ ການໃຊ້ທີ່ດີນ ໃນການສ້າງສາ ໂດຍສະເພາະ ການພັທນາເມືອງ ຕາມລຳແມ່ນ້ຳຂອງ ເພາະໃນຣະຍະຍາວ ຈະປ່ອຍສີ່ງເປີະເປື້ອນ ລົງໃສ່ແມ່ນ້ຳຂອງ ດັ່ງນາງ ຄຳມະນີ ແສງອາພັຍ ນັກວິຊາການ ດ້ານສີ່ງແວດລ້ອມ ທີ່ນະຄອນຫລວງວຽງຈັນ ກ່າວວ່າ:

"ໃນອານາຄົດ ຖ້າວ່າ ການຂຍາຍຕົວຂອງ ຕົວເມືອງ ເພີ້ມຂື້ນ ມັນກໍ່ຕ້ອງອາສັຍ ດິນບໍຣິເວນນ້ຳ ເປັນບ່ອນບຳບັດ ຂອງເສັຽ ສະນັ້ນ ຂ້າພຣະເຈົ້າວ່າ ຖ້າເຮົາຮັກສານ້ຳ ໄດ້ດີ ກໍ່ຈະເປັນການປ້ອງກັນ ການປ່ຽນແປງ ດີນຟ້າອາກາດ".

ນາງວ່າ ທີ່ດິນຕາມແຄມນ້ຳຂອງ ໂດຍສະເພາະ ໃນເຂດ ນະຄອນຫລວງວຽງຈັນ ຖືວ່າຢູ່ໃນຈຸດສ່ຽງ ດ້ວຍການຂຍາຍຕົວ ຂອງເມືອງ ທີ່ຈະມີຕຶກລາງ ປະເພດຕ່າງໆ ເກີດຂື້ນ ຖ້າບໍ່ມີການວາງແຜນ ຕຶກດັ່ງກ່າວ ໃນຣະຍະຍາວ ກໍ່ຈະປ່ອຍນ້ຳເສັຽ ລົງໄປສູ່ແມ່ນ້ຳຂອງ ຜົລເສັຽທີ່ຕາມມາ ກໍ່ຈະເຮັດໃຫ້ນ້ຳ ໃນແມ່ນ້ຳຂອງ ເນົ່າເຫມັນ ສີ່ງແວດລ້ອມ ແລະສະພາບດີນຟ້າອາກາດ ໃນບໍຣິເວນນັ້ນ ກໍ່ຈະຖືກທຳລາຍ ນາງກ່າວເພີ້ມອີກວ່າ:

"ສພາບການປ່ຽນແປງ ດີນຟ້າອາກາດ ໃນຣະຍະໄກໆ ມັນມີຫລວງຫລາຍ ມັນເກີດຍ້ອນການ ປ່ຽນແປງການໃຊ້ ດິນການນຳໃຊ້ ຊັພຍາກອນ ທີ່ເຮົາບໍ່ຮູ້ຈັກ ຣະມັດຣະວັງ ແລະຮັກສາ".

ເຖິງຢ່າງໃດກໍ່ຕາມ ນາງວ່າ ການປ່ຽນແປງອັນວ່ອງໄວ ຂອງນະຄອນ ຫລວງວຽງຈັນ ແລະໃນທົ່ວປະເທດ ຫລາຍຫນ່ວຍງານ ກໍ່ໄດ້ເບິ່ງຂ້າມ ການອະນຸລັກດິນ ແລະສິ່ງແວດລ້ອມ ເພາະການພັທນາ ທຸກຢ່າງຈະສ້າງ ຄວາມເຊຶ່ອມເສັຽ ຕໍ່ສີ່ງແວດລ້ອມ ແລະທັມມະຊາດ ຖ້າບໍ່ມີການ ວາງແຜນທີ່ດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org