ໂຄງການສ້າງເມືອງໃຫມ່ ບຶງທາດຫຼວງ

ເຈົ້າຫນ້າທີ່ລາວ ເວົ້າວ່າ ໂຄງການເມືອງ ໃຫມ່ ບືງທາດຫລວງ ຈະພັທນາເປັນ ເຂດເສຖກິດ ສະເພາະ.

ເຂດພື້ນທີ່ບຶງທາດຫຼວງ ທີ່ຖືກສັມປະທານ ໃນຈີນແລ້ວແລະຈະ ສ້າງເປັນເມືອງໃໝ່ RFA

ໂຄງການພັທນາ ສ້າງເມືອງໃຫມ່ ບຶງທາດຫລວງ ໃນພື້ນທີ່ປະມານ ນຶ່ງພັນເຮັກຕາ ທີ່ນັກລົງທຶນຈີນ ໄດ້ຮັບ ສັມປະທານ ຈາກຣັຖບານລາວ ເປັນເວລາ 50 ປີ ໃນນະຄອນຫລວງ ວຽງຈັນ ຈະຈັດໃຫ້ຢູ່ ໃນການບໍຣິຫານ ເປັນເຂດເສຖກິດ ສະເພາະ ພາຍໃຕ້ກົດຫມາຍ ລາວ ໂດຍກົດຫມາຍ ດັ່ງກ່າວຈະມີ ສິດຫນ້ອຍກວ່າ ເຂດ ເສຖກິດພິເສດ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງເວົ້າວ່າ:

"ພວກເຮົາຈະຈັດ ເປັນພື້ນທີ່ເຂດ ເສຖກິດສະເພາະ ເພາະວ່າ ເຮົາຢາກກຳນົດ ພື້ນທີ່ພັທນາ ສະເພາະຫລາຍກວ່າ ຄັນວ່າເຂດ ເສຖກິດພິເສດ ອີ່ຫຍັງກໍຄື ຈະພິເສດ ເກີນໄປ ທຸກຢ່າງຕ້ອງຢູ່ ພາຍໃຕ້ກົດຫມາຍ ທີ່ ສປປລາວເຮົາ ກໍເລີຍວ່າ ເຂດເສຖກິດ ສະເພາະ ມີການບໍຣິຫານ ພາຍໃນໂດຍກົງ".

ປັດຈຸບັນ ໂຄງການດັ່ງກ່າວ ຍັງຢູ່ ໃຕ້ກົດຫມາຍ ສົ່ງເສີມການຄ້າ ການລົງທຶນ ສະບັບໃຫມ່ ເລກທີ 02/ ສພຊ ລົງວັນທີ 8 ມົກຣາປີ 2009 ວ່າດ້ວຍເຣື້ອງເຂດ ເສຖກິດພິເສດ ມາຕຣາ 16 ຊຶ່ງລາຍລະອຽດ ຣະບຸວ່າ ເຂດເສຖກິດພິເສດ ເພື່ອສ້າງພື້ນຖານ ໃຫ້ຄົບຊຸດແລະ ພັທນາໃຫ້ເປັນ ຕົວເມືອງໃຫມ່ ສ່ວນເຂດເສຖກິດ ສະເພາະນັ້ນ ແມ່ນເພື່ອສ້າງເປັນ ພື້ນຖານໂຄງຮ່າງ ແລະພັທນາໃຫ້ ເປັນເຂດທຸຣະກິດ ຕ່າງໆ ຕາມເງື່ອນໄຂຕົວຈີງ ແລະ ຣະບຽບກົດຫມາຍ ເຊັ່ນໃຫ້ເປັນເຂດ ຜລິດ ເພື່ອສົ່ງອອກ ເຂດການທ່ອງທ່ຽວ ແລະເຂດ ອຸດສາຫະກັມ ເປັນຕົ້ນ ແລະຣັຖບານລາວ ກໍ່ສາມາດຄວບຄຸມ ໄດ້ດ້ວຍ ກົດຫມາຍລາວ.

ເຖີງຢ່າງໃດກໍດີ ເຂດເສຖກິດພິເສດ ສອງແຫ່ງໃນລາວ ທີ່ໃຫ້ຕ່າງປະເທດ ສັມປະທານ ໄປແລ້ວນັ້ນຄື ເຂດເສຖກິດ ພິເສດ ກາຊີໂນ ບໍ່ເຕັນ ແຂວງຫລວງນ້ຳທາ ແລະ ເຂດເສຖກິດ ພິເສດ ທີ່ເມືອງຕົ້ນເພີ້ງ ແຂວງບໍ່ແກ້ວ.

ກອ່ນອະນຸຍາດ ໃຫ້ມີການ ສັມປະທານນັ້ນ ທາງການລາວບໍ່ໄດ້ ສຶກສາໃຫ້ເລິກເຊີ່ງ ແລະລອບຄອບ ຈົນວ່າຝ່າຍລາວ ບໍ່ມີສິດເຂົ້າໄປ ຫຍຸ້ງກ່ຽວໃນການ ບໍຣິຫານ ໃນບໍຣິເວນ ນັ້ນເລີຍ. ນອກຈາກນັ້ນ ຍັງໄດ້ສ້າງພັຍ ສັງຄົມແລະສະພາບ ແວດລ້ອມ ເຊືື່ອມເສັຽນຳອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org