ຊາວບ້ານທາຕຫຼວງ ຖ້າຄໍາສັ່ງໂຍກຍ້າຍ

ຊາວບ້ານທາຕຫລວງ ຍັງບໍ່ທັນຮູ້ ເປັນທີ່ແນ່ນອນ ເທື່ອວ່າ ທາງກາຣລາວ ຈະໃຫ້ໂຍກຍ້າຍ ຍາມໃດແທ້.

ປະຊາຊົນ ບ້ານທາຕຫລວງເໜືອ ກາງ ແລະໃຕ້ ທີ່ໄດ້ຮັບ ຜົລກະທົບຈາກ ໂຄງກາຣຂຍາຍ ເດີ່ນພຣະທາຕຫລວງ ຍັງບໍ່ທັນໄດ້ ຮັບຄຳສັ່ງຈາກ ທາງກາຣກ່ຽວຂ້ອງ ຂອງລາວເທື່ອວ່າ ຈະຕ້ອງໄດ້ໂຍກຍ້າຍ ຈາກພື້ນທີ່ເດີມ ໄປຢູ່ບ່ອນໃໝ່ ໃນເມື່ອໃດກັນແທ້ ຊຶ່ງໃນເບື້ອງຕົ້ນ ກໍວ່າຈະໃຫ້ຍ້າຍ ແຕ່ເດືອນມີນາ ທີ່ຜ່ານມາ ແລ້ວນັ້ນ ກ່ຽວກັບເຣື່ອງນີ້ ຍານາງແກ້ວຄຳ ຖາວອນສຸຂ ຊຶ່ງເປັນໜຶ່ງໃນ ຈຳນວນຊາວບ້ານ ທີ່ຈະຕ້ອງໄດ້ ຍ້າຍອອກກ່າວວ່າ:

“ກໍເຫັນ ເດີ່ນທາຕຫລວງ ເພິ່ນກໍຂຍາຍ ເພີ່ນກໍເຮັດແລ້ວ ແຕ່ວ່າເບື້ອງຊຳນີ້ ບໍ່ທັນຮູ້ ບໍ່ທັນມີຫຍັງ ຜິດປົກກະຕິ ຍັງຄືເກົ່າຢູ່ ບໍ່ທັນມີໃຜຍ້າຍ ບໍ່ທັນດອກ ເພິ່ນບໍ່ທັນບອກ ເຮັດອອກເຮັດຫຍັງເດ໋ ຈັ໋ງວ່າ ແມ່ກໍບໍ່ຮູ້ເດ໋ ແມ່ກໍບໍ່ໄດ້ເຫັນ ບໍ່ໄດ້ເຫັນເຂົາເຈົ້າ ມາກວດກາ”.

ຍານາງແກ້ວຄຳ ໄດ້ກ່າວເພີ່ມວ່າ ທາງກາຣກ່ຽວຂ້ອງ ຂອງລາວ ເຄີຽໄດ້ສົ່ງເຈົ້າ ໜ້າທີ່ເຂົ້າ ມາສຳຣວຈ ຕີຣາຄາ ຄິດໄລ່ເງິນ ຄ່າຊົດເຊີຽ ຕາມຂໍ້ມູລຂ່າວສາຣ ແຕ່ຕົ້ນ ເດືອນເມສາຜ່ານມາ ແຕ່ກໍຍັງບໍ່ທັນ ມີຄຳສັ່ງ ໃຫ້ພາກັນ ໂຍກຍ້າຍ ອອກຈາກເຂຕທີ່ເດີມ ແຕ່ຢ່າງໃດເທື່ອ ໃນປັຈຈຸບັນນີ້ ເຖິງແມ່ນວ່າມີ ກາຣຣິເຣີ່ມ ປັບປຸງເດີ່ນ ພຣະທາຕຫລວງ ແດ່ແລ້ວນັ້ນ ກໍຕາມ.

ຢ່າງໃດກໍຕາມ ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ທີ່ຈະຕ້ອງຖືກ ທຳລາຍ ມີທັງໝົດບໍ່ຕໍ່າ ກວ່າ 230 ຫລັງຄາເຮືອນ ແລະຄາດວ່າ ທາງກາຣລາວ ຈະຕ້ອງໄດ້ຈ່າຍ ຄ່າຊົດເຊີຽ ໃຫ້ແກ່ປະຊະຊົນ ບໍ່ຕໍ່າກວ່າ 77,753 ຕື້ກີບ ຊຶ່ງກໍຮວມທັງ ຄ່າຊົດເຊີຽ ທີ່ດິນສຳຫລັບ ໂຄງກາຣຂຍາຍ ຖນົນຫົນທາງ ນຳດ້ວຍ ແລະທັງໝົດນີ້ ຄາດວ່າ ຈະໃຫ້ແລ້ວສຳເຣັຈ ກ່ອນກາຣສເລີມສລອງ ງານຄົນຮອບ 450 ປີ ຂອງກາຣສ້າງຕັ້ງ ນະຄອນຫລວງ ວຽງຈັນ ທີ່ວ່າມີກຳໜົດ ຈັດຂຶ້ນກ່ອນ ເດືອນພຶສຈິກາ 2010 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org