ຖນົນເລກທີ 13 ໃຕ້ ຊຸດໂຊມໜັກ

ຖນົນເລກທີ 13 ໃຕ້ ໃນຊ່ວງທີ່ມີ ການປັບປຸງ ເພື່ອຊ່ວຍໃຫ້ ການສັນຈອນ ໄປມາສະດວກ ໃນຊ່ວງການ ແຂ່ງຂັນ ກິລາຊີເກມ ນັ້ນ ປັດຈຸບັນນີ້ ຊຸດໂຊມຢ່າງຫນັກ ຫລັງຈາກ ທີ່ໃຊ້ວຽກ ບໍ່ຮອດນື່ງປີ.

ຖນົນເລກທີ 13 ໃຕ້ ໃນຊ່ວງ ຈາກສາມແຍກ ບ້ານດອນຫນູນ ໄປຫາ ສນາມກິລາ ແຫ່ງຊາດ ສ້າງຂື້ນ ເພື່ອຮັບຮອງ ຍວດຍານ ພາຫະນະ ໃນຊ່ວງການ ແຂ່ງຂັນກິລາ ຊີເກມສ໌ຄັ້ງທີ 25 ທີ່ລາວເປັນ ເຈົ້າພາບ ໃນເດືອນທັນວາ ປີກອ່ນ ໂດຍການຂຍາຍ ຖນົນທີ່ມີ ຄວາມຍາວ 4.5 ກິໂລແມດ ຈາກສີ່ແຍກ ດອນຫນູນ ໄປຍັງສນາມ ກິລາ ແຫ່ງຊາດຫລັກທີ 16 ໃຫ້ເປັນສີ່ເລນ ເພື່ອຄວາມສະດວກ ໃນການໄປມາ. ໃນປັດຈຸບັນີ້ ຖືກເປ່ເພ ໄປຫມົດ ເພາະການກໍ່ສ້າງ ບໍ່ໄດ້ມາຕຖານ.

ໂຄງການດ່ັງກ່າວ ດຳເນີນງານ ໂດຍບໍຣິສັດ ເກົາຫລີ ດ້ວຍເງີນກູ້ ດອກເບັ້ຽຕ່ຳ ປະມານ 3 ລ້ານໂດລາ ຈາກຣັຖບານ ເກົາຫລີ ນັບແຕ່ ກໍ່ສ້າງສຳເຣັດ ເທົ່າເຖີງ ປັດຈຸບັນ ປະມານ 9 ເດືອນ. ເສັ້ນທາງດັ່ງກ່າວ ປາກົດວ່າ ມີຮອຍແຕກ ແລະ ມີຂຸມຫລາຍຈຸດ ກະຈ່າຍໄປທົ່ວ ຕາມຣະຍະ ທາງຍາວ 4 ກິໂລແມດ. ສ້າງຄວາມລຳບາກ ແກ່ຍວດຍານ ພາຫະນະ ທີ່ສັນຈອນ ໄປມາຕາມ ເສັ້ນທາງສາຍນີ້. ໃນເວລາ ກາງຄືນກໍ່ເກີດ ອຸບັດເຫດຫລາຍຄັ້ງ ອີງຕາມລາຍງານ ຈາກຫນັງສືພີມ ເສຖິດ ສັງຄົມລາວ.

ລາຍງານທີ່ອ້າງ ຕາມຄຳເວົ້າ ຂອງທ່ານ ຫນູລົດ ລາດສະວົງ ຫົວຫນ້າໂຄງການ ດັ່ງກ່າວ ຣະບຸວ່າ ຮອຍແຕກຕາມ ຖນົນຫລາຍແຫ່ງທີ່ ເປັນຂຸມປະມານ 10% ເກີດຈາກການ ກໍ່ສ້າງທີ່ ບໍ່ໄດ້ມາຕຖານ ແຕ່ບໍ່ຣິສັດ ຜູ້ຮັບເຫມົາກໍ່ສ້າງ ຍີນດີ ຈະສ້ອມແປງໃຫ້. ຖນົນຫລາຍສາຍ ໃນລາວ ຂາດມາຕຖານ ໃນການກໍ່ສ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org