ຖນົນສາຍ 16E
ຖນົນສາຍ 16E ຈາກຈຳປາສັກ ເຊກອງຂອງລາວ ເຂົ້າໄປຍັງ ວຽຕນາມກຳລັງ ມີກາຣພັທນາ ເພື່ອຮອງຮັບກາຣ ເຈຣີນເຕີບໂຕ ດ້ານກາຣທ່ອງທ່ຽວ
-
ຫວາດ ສີມູນ
2009-04-21 -
-
-
Your browser doesn’t support HTML5 audio
ທາງກາຣ ສປປລາວ ໄດ້ເຣີ່ມກາຣ ບູຣະນະສ້າງ ທາງຫລວງເສັ້ນ 16E ຢູ່ແຂວງ ຈຳປາສັກ ໄປຍັງແຂວງ ເຊກອງ ແລະເຖີງ ວຽຕນາມ ແຕ່ຕົ້ນປີ 2009 ນີ້ແລະຄາດວ່າ ຈະສຳເຣັຈພາຍ ໃນ 2 ປີຕາມແຜນ ກາຣພັທນາ ສົ່ງເສີມດ້ານ ກາຣຄ້າແລະ ກາຣລົງທຶນ ຂອງທາງກາຣ ຣັຖບາລ ພ້ອມກັບຈະເປັນ ກາຣຊ່ວຍໃຫ້ ປະຊາຊົນ ມີຖານະກາຣ ເປັນຢູ່ດີຂື້ນ ກວ່າເກົ່າ ດັ່ງທ່ານ ແກ້ວສອນ ພົມມະວົງ ຈາກຫ້ອງກາຣໆ ລົງທຶນປະຈຳ ແຂວງຈຳປາສັກ ໄດ້ກ່າວວ່າ:
“ຊາວບ້ານໄດ້ຮັບ ປໂຍຊຫລາຍ ເພາະມີແຂກ ທ່ຽວຫລາຍຈາກ ຕາເວັນອອກ ຕາເວັນຕົກ ຊາວບ້ານ ກໍຈະໄດ້ມີ ແນວຄ້າຂາຍ ຫລືວ່າກາຣ ພັທນາຂອງ ບັນດາຊາວ ບ້ານ ກໍຄ່ອຍ ດີຂື້ນ”
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ ເສັ້ນທາງ ດັ່ງກ່າວໄດ້ ເຣີ່ມຈາກແຂວງ ອຸບົລ ຣາຊທານີ ຜ່ານແຂວງ ຈຳປາສັກ ແລະເຊກອງ ຂອງລາວກ່ອນ ໄປເຖີງແຂວງ ກວາງນາມ ຂອງວຽຕ ນາມທີ່ມີ ຣະຍະທາງຍາວ ທັງໝົດ 345 ກິໂລແມຕ ແລະພ້ອມດຽວກັນ ກໍຈະມີກາຣ ຍົກຣະດັບດ່ານ ຊາຍແດນຣະຫວ່າງ ລາວແລະວຽຕນາມ ໃຫ້ເປັນດ່ານ ສາກົລ ຊື່ງຄາດວ່າ ຈະເປັນ ກາຣສ້າງຄວາມ ສະດວກສະບາຍ ໃຫ້ປະຊາຊົນ ທັງ 3 ຊາຕຫລາຍຂື້ນ ດັ່ງທີ່ທ່ານ ແກ້ວສອນ ໄດ້ກ່າວເພີ່ມວ່າ:
“ເພາະວ່າດຽວນີ້ ກຳລັງບຸກເບີກ ເສັ້ນທາງເຂົ້າ ໄປສູ່ວຽຕນາມ ທະລຸແລ້ວ ກໍຖືວ່າກາຣ ທ່ອງທ່ຽວ ສະດວກແຕ່ ຕາເວັນອອກ ຫາຕາເວັນຕົກ ກໍໄປສະບາຍ ແຕ່ອຸບົລໄປ ຫາວຽຕນາມ ກໍ (ຈະ) ສະບາຍ”
ສຳຫລັບກາຣ ພັທນາດ້ານ ກາຣທ່ອງທ່ຽວ ໃນເຂຕແຂວງ ພາຄໃຕ້ຂອງລາວ ດັ່ງກ່າວນີ້ ທາງກາຣ ກ່ຽວຂ້ອງກໍວ່າ ກຳລັງມີກາຣ ເນັ້ນໃສ່ໃນ ກາຣພັທນາ ບຸຄຄລາກອນ ໂດຽສະເພາະ ກາຣ ໂຮງແຮມແລະ ບ້ານພັກແລະ ກໍໄດ້ຮັບຄວາມ ສະດວກຈາກທາງ ກາຣກ່ຽວຂ້ອງ ຂອງລາວຕລອດມາ.