ຊາວບ້ານ ພວມກຽມໂຍກຍ້າຍ ອອກຈາກເຂດພັທນາ ເດີ່ນທາດຫລວງ
ປະຊາຊົນ ບາງສ່ວນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັທນາ ໃນເຂດບ້ານທາດຫລວງ ໄດ້ເລີ້ມໂຍກຍ້າຍບ້ານແລ້ວ ໂດຍສະເພາະ ພວກທີ່ມີຄວາມພ້ອມ.
-
ໂພໄຊສວັດ
2010-03-09 -
-
-
ສ່ວນຊາວບ້ານອື່ນໆ ກໍຕ້ອງໄດ້ຍ້າຍ ເທື່ອລະເລັກລະນ້ອຍ ແຕ່ໃຫ້ແລ້ວໂດຍໄວ ເພາະທາງການ ມີກຳນົດ ຈະຂຍາຍເດີ່ນທາດຫລວງ ໃຫ້ແລ້ວ ກ່ອນເດືອນພຶສຈິກາ 2010 ນີ້. ໃນຂະນະດຽວກັນ ທາງການລາວ ກໍຕຽມໃຫ້ ບໍລິສັດກໍ່ສ້າງ ເອກກະຊົນ ທີ່ໄດ້ຮັບສຳປະທານ ເລີ້ມເຄື່ອນທີ່ເຂົ້າໄປເຮັດວຽກ ກໍ່ສ້າງແລ້ວ.
ປະຊາຊົນຊາວບ້ານ ທາດຫລວງໃຕ້ ຜູ້ນຶ່ງ ເວົ້າວ່າ ປັດຈຸບັນນີ້ ກຳລັງເກັບເຄື່ອງຂອງຍ້າຍເຮືອນ ເທື່ອລະເລັກລະນ້ອຍ ໄປຢູ່ເຂດທີ່ທາງການຈັດໄວ້ໃຫ້ ຫລັກ 21. ສຳລັບຄຳຖາມ ທີ່ວ່າ ຢາກຍ້າຍ ຫລືບໍ່ນັ້ນ ກໍບໍ່ສາມາດຂັດຂືນໄດ້. ຊາວບ້ານ ຈາກເຂດທາດຫລວງກາງ ຜູ້ນຶ່ງເວົ້າວ່າ:
”ການຂຍາຍ ການພັທນາ ຕົວເມືອງເນ໋າະ ເຮົາກໍຂັດຂວາງບໍ່ໄດ້ ກໍບໍ່ຢາກຍ້າຍແຫລ໋ະ ເພາະບ້ານກໍເປັນບ້ານພື້ນຖານ ບ້ານເກີດເມືອງນອນຢູ່ນີ້.”
ປະຊາຊົນ ຫລາຍຄອບຄົວ ກຳລັງ ໄດ້ຮັບຄ່າທົດແທນ ໃນການໂຍກຍ້າຍ ແບບປະຕິເສດບໍ່ໄດ້ ເຖິງວ່າຈະຕ້ອງການຄ່າຕອບແທນ ຫລາຍກວ່າ ທີ່ທາງການຈະອະນຸມັດໃຫ້ ກໍຕາມ. ຄວາມວິຕົກກັງວົນ ກໍແມ່ນວ່າ ຈະຫາອາຊີບຫຍັງ ເມື່ອຍ້າຍໄປຢູ່ບ້ານຈັດສັນໃໝ່ ຊຶ່ງບໍ່ຄຸ້ນເຄີຍ ຕໍ່ມາ ກໍແມ່ນໂຮງຮຽນ ຂອງເດັນນ້ອຍ ຊຶ່ງຢູ່ບ່ອນໃໝ່ຍັງບໍ່ທັນມີຮອງຮັບ ແລະ ອັນສຸດທ້າຍ ກໍແມ່ນການເດີນທາງ ໄປມາຫາໂຕເມືອງ ທີ່ມີລະຍະທາງໄກ ກວ່າເກົ່າ.
ທາງການລະບຸວ່າ ບ້ານເຮືອນປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ຄື ບ້ານທາດຫລວງເໜືອ ມີເຮືອນພ້ອມກັບດິນ 14 ແຫ່ງ ແລະ ສະເພາະ ດິນມີ 14 ຕອນ. ບ້ານທາດຫລວງກາງ ຖືກທີ່ດິນ ພ້ອມກັບເຮືອນ 155 ຫລັງ ແລະ ຖືກສະເພາະ ດິນມີ 96 ຕອນ ແລະ ບ້ານທາດຫລວງໃຕ້ ຖືກເຮືອນພ້ອມກັບດິນ 58 ຫລັງ ແລະ ສະເພາະດິນ 45 ຕອນ ຕົກເປັນເງິນກວ່າ 77 ຕື້ກີບ.