ຫລວງພຣະບາງ ຕ້ອງການ ງົບປະມານ ຂຍາຍສນາມບິນ

ການໂຍກຍ້າຍປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຂຍາຍ ສນາມບີນຫລວງພຣະບາງ ຍັງມີບັນຫາ ເລື່ອງງົບປະມານ.

ການໂຍກຍ້າຍປະຊາຊົນ ທີ່ໄດ້ຮັບ ຜົລກະທົບຈາກໂຄງການ ຂຍາຍສນາມບີນ ຫລວງພຣະບາງ ຍັງມີບັນຫາເລື້ອງ ງົບປະມານ ແລະຄວາມຄືບໜ້າ ໃນຂນະນີ້ ຍັງຢູ່ໃນຊ່ວງ ເກັບກໍາຂໍ້ມູນພື້ນທີ່ ແລະຜົລກະທົບ ຕໍ່ປະຊາຊົນ ແຕ່ການໂຍກຍ້າຍ ປະຊາຊົນທີ່ໄດ້ ຮັບຜົລກະທົບ ກໍຄາດວ່າ ຈະແລ້ວເສັດ ພາຍໃນເດືອນ 10ນີ້  ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜັງເມືອງ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫລວງພະບາງ:

"ມີແຕ່ບັນຫາເລື້ອງທຶນ ຣັຖບໍ່ມີທຶນຈະໂຍກຍ້າຍ ປະຊາຊົນ ຫັ້ນດຽວນີ້ນິ ຫາກໍທໍາເງິນ ຊົດເຊີຍຂຶ້ນ ປັບພື້ນທີ່ຕ່າງໆ ມອງຫາໃສ່ທຶນນັ້ນ ແລະເນາະຄັນບໍ່ມີທຶນ ຈະໃຊ້ເຮົາກໍຍ້າຍ ປະຊາຊົນບໍ່ໄດ້."

ການໂຍກຍ້າຍ ປະຊາຊົນນັ້ນ ຣັຖບານ ໄດ້ຕັ້ງງົບປະມານ ໄວ້ລາວໆ6ລ້ານໂດລ້າ ສະຫະຣັຖ ຕຽມການໂຍກຍ້າຍ ປະຊາຊົນອອກຈາກ ພື້ນທີ່ ໂຄງການຂຍາຍ ສນາມບີນ ຫລວງພຣະບາງ 500ກວ່າຄອບຄົວ ໄປຍັງເຂດໃກ້ຄຽງ ໃນເນື້ອທີ່ປະມານ 16ເອັກຕາຣ ໂດຍຈະມີການຈ່າຍ ຄ່າຊົດເຊີຍໃຫ້ເກ່ ປະຊາຊົນ ແລະຂນະນີ້ ຍັງບໍ່ມີການສລຸບວ່າ ປະຊາຊົນ ແຕ່ລະຄອບຄົວ ຈະໄດ້ຮັບຄ່າ ຊົດເຊີຍເທົ່າໃດ. ທ່ານກ່າວຕໍ່ໄປວ່າ:

"ດຽວນີ້ຍັງວາງ ອັນນັ້ນບໍ່ໄດ້ເທື່ອ ຣາຄາເພິ່ນ ຍັງຍື່ນນໍາແຂວງ ແຂວງເພິ່ນຍັງບໍ່ເຫັນດີ ຕົກລົງໃຫ້ເອົາ ຣາຄາເທົ່າໃດໃສ່ເທື່ອ ກໍາລັງເອົາຣາຄາ ຂໍ້ມູນເຮືອນໃຫ້ເພິ່ນ ໃຫ້ເພິ່ນເຮັດເປັນ ຣາຄາຫົວຫນ່ວຍໃຫ້ເຮົາ ເພິ່ນຍັງບໍ່ເວົ້າ ເປັນຣາຄາ ຫົວຫນ່ວຍມັນເທື່ອ ຍັງເວົ້າແຕ່ຣາຄາ ມູນຄ່າທັງໝົດ ເຖິງເທົ່າໃດ ຍັງບໍ່ຮູ້ເທື່ອ."

ໂຄງການຂຍາຍສນາມບິນ ຫລວງພຣະບາງ ໃນຄັ້ງນີ້ມີ ວັດຖຸປະສົງ ໃຫ້ຍົນໂບອິງ737 ສາມາດແລ່ນລົງໄດ້. ການຂຍາຍດັ່ງກ່າວ ກວມເອົາພື້ນທີ່ທັງໝົດ 4ບ້ານຄື ບ້ານໜອງຊາຍ ບ້ານຄົມຂວາງ ບ້ານທ່າໂຄມ ແລະບ້ານຄົກວາ. ຕາມແຜນການການສໍາຣວດ ຈະເສັດສີ້ນພາຍ ໃນເດືອນ8 ໂຍກຍ້າຍພາຍໃນ ເດືອນ10 ແລະ ເລີ່ມປັບປຸງ ສນາມບີນໃນເດືອນ12 ປີ2009ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org