ຜົ້ງສາລີ ຈະຢຸດ ສັມປະທານ ທີ່ດິນ 2012

ແຂວງຜົ້ງສາລີ ຈະຍຸຕິການ ໃຫ້ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງຊາດ ພາຍໃນປີ 2012

ເຈົ້າໜ້າທີ່ຈາກ ຫ້ອງການ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ຕິດຕາມ ກວດກາ ພື້ນທີ່ດິນກ່ອນ ໂຄງການພັທນາ ຊຶ່ງມີການ ຮ່ວມລົງທຶນ ລະຫວ່າງ ປະຊາຊົນແລະ ນັກລົງທຶນ ຈາກຈີນໂດຍ ມີຄວາມກວ້າງ ຢູ່ປະມານ 5,000 ເຮັກຕາ, ຫລັງຈາກນັ້ນ ທ່ານໄດ້ກ່າວເຖິງ ສະພາບການໃນ ປັດຈຸບັນວ່າ:

ຢູ່ໃນປີ 2012 ນີ້ອັດປ່າ ເພື່ອບໍ່ໃຫ້ຖາງ ພັທນາຢາງ ພາລາ ແມ່ນຫຍັງກໍບໍ່ ໃຫ້ຖາງແລ້ວຍັງ ລໍຖ້າຕື່ມໃຫ້ ຣັຖບານ ເພິ່ນຕົກລົງມາ ຫາກຕົກລົງ ບໍ່ເຫັນດີວ່າ ເຊັ່ນນີ້ກໍຖື ວ່າແລ້ວເລີຍ.

ນອກຈາກນີ້ແລ້ວ ທ່ານຍັງເວົ້າ ອີກວ່ານອກຈາກ ການອັດປ່າເມື່ອ ປີ 2012 ແລ້ວຍັງມີ ການກວດກາ ແລະສຶກສາເຖິງ ຜົນກະທົບຕ່າງໆ ທີ່ຈະເກີດຂື້ນ ກ່ອນການອັດປ່າ ທີ່ແທ້ຈິງ ທັງຍັງກຽມ ແລະກວດ ສອບເອກກະສານ ເພື່ອກັນຄວາມ ຜິດພາດທີ່ອາດ ຈະເກີດຂື້ນໄດ້ ໃນໂຄງການ ພັທນາທີ່ເຄີຍ ໃຫ້ສັມປະທານ ມາແລ້ວ.

ໃນອະນາຄົດ ການກວດສອບ ການຕົກລົງ ເຣື້ອງການລົງທຶນ ຕ້ອງເປັນໄປ ຢ່າງລະອຽດ ໂດຍສະເພາະ ເມື່ອມີການຮ່ວມ ມືລະຫວ່າງ ປະຊາຊົນ ທີ່ເອົາທີ່ດິນ ຂອງຕົນມາຮ່ວມ ໂຄງການກັບ ນັກລົງທຶນ ຈາກຕ່າງປະເທດ ດັ່ງເຈົ້າໜ້າທີ່ ອະທິບາຍ ກ່ຽວກັບ ເຣື້ອງນີ້ວ່າ:

ຢູ່ໃນນີ້ຫລາຍ ບ່ອນກໍຖືວ່າ ບໍ່ມີບັນຫາ ປານໃດ ລົງທາບທາມ ປະຊາຊົນ ແລະເຮັດບັນທຶກ ສັນຍາກັບ ປະຊາຊົນ ໝົດແລ້ວລໍພື້ນ ທີ່ເພາະວ່າ ດຽວນີ້ບ່ອນນຶ່ງ ຈັດສັນແລ້ວ ເຫລືອອີກຕໍ່ ໄປບໍ່ໄດ້ຈັດສັນ ໃຫ້ປະຊາຊົນ ຕ້ອງໄດ້ລົງໄປ ສຳຣວດເພື່ອມອບ ໃຫ້ປະຊາຊົນ ຮ່ວມມືກັບ ບໍລິສັດ.

ທ່ານເວົ້າສະລຸບ ວ່າໃນປັດຈຸບັນ ນີ້ກຳລັງລໍຖ້າ ການອະນຸມັດ ຈາກຣັຖບານ ກາງເສັຍກ່ອນ ເນື່ອງຈາກທາງ ແຂວງສາມາດ ອະນຸມັດພື້ນທີ່ ເຮັດໂຄງການຕ່າງໆ ໄດ້ພຽງແຕ່ 100 ເຣັກຕາທໍ່ນັ້ນ ຫາກ ຫລາຍກວ່ານັ້ນ ເປັນໜ້າທີ່ຂອງ ທາງຣັຖບານ ກາງເປັນຜູ້ຮັບ ຜິດຈາຣະນາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org