ການພັທນາໃນທ້ອງຖິ່ນ ປະຊາຊົນຢາກອອກ ຄວາມເຫັນ
ປະຊາຊົນ ແຂວງຈໍາປາສັກ ຕ້ອງກາຣຢາກ ມີສ່ວນຮ່ວມ ໃນກາຣອອກ ຄວາມຄິດຄວາມເຫັນ ໃນໂຄງກາຣ ພັທນາພື້ນທີ່.
-
ຫວາດ ສີມູນ
2010-04-23 -
-
-
Your browser doesn’t support HTML5 audio
ປະຊາຊົນ ເມືອງປາກຊ່ອງ ແຂວງຈຳປາສັກ ຮຽກຮ້ອງ ໃຫ້ທາງພາຄຣັຖ ເປິດໂອກາສໃຫ້ ປະຊາຊົນ ສາມາດ ອອກຄວາມຄິດເຫັນ ນຳໂຄງກາຣ ພັທນາຕ່າງໆ ພ້ອມທັງຢາກໃຫ້ ທາງກາຣລາວ ສົ່ງເສີມ ໃຫ້ປະຊາຊົນ ມີຄວາມເຂັ້ມແຂງ ທາງດ້ານອອກຄວາມຄິດ ແລະບົດບາດ ເພື່ອປະກອບສ່ວນ ເຂົ້າໃນກາຣສ້າງສາ ຕ່າງໆ ໃນເຂຕພື້ນທີ່ ຂອງພວກຕົນ ດັ່ງທ້າວ ຄຳພາ ຣາສດອນ ເມືອງປາກຊ່ອງ ເວົ້າວ່າ:
“ກ່ອນບໍຣິສັທ ຈະປະຕິບັຕ ກິຈກັມເນາະ ແລະຄວນມີກາຣ ປຶກສາຫາຣື ຫລືວ່າ ຖາມຫາງສຽງ ຂໍ້ມູລຕ່າງໆ ຢູ່ຂັ້ນຮາກຖານ ສະແດງເຖິງ ແລະແມ່ນວ່າ ປະຊາທິປະໄຕ ບົດບາດຍິງຊາຍ ນີ້ແຫລະ ມີຄວາມຄິດຄວາມເຫັນ ແລ້ວ ຈຶ່ງປະຕິບັຕ”.
ທ້າວຄຳພາ ໃຫ້ຄວາມເຫັນເພີ້ມວ່າ ທີ່ຜ່ານມາ ກາຣຈັດຕັ້ງ ໂຄງກາຣພັທນາຕ່າງໆ ຂອງເອກກະຊົນ ເປັນຕົ້ນແມ່ນ ເຂື່ອນໄຟຟ້ານ້ຳຕົກ ກາຣປູກພືຊ ອຸຕສາຫະກັມ ແລະ ກາຣຂຸດຄົ້ນແຮ່ ທາຕຕ່າງໆ ກໍຄວນທີ່ຈະໃຫ້ ປະຊາຊົນມີສ່ວນ ໃນກາຣ ອອກຄວາມຄິດເຫັນ ວ່າມີ ຄວາມຕ້ອງກາຣ ແລະຢາກໃຫ້ມີ ໂຄງກາຣພັທນາ ເຫລົ່ານັ້ນ ເຂົ້າມາ ໃນເຂຕພື້ນທີ່ ຂອງຕົນຫລືບໍ? ຍ້ອນພົບເຫັນຜົລ ສະທ້ອນຕໍ່ຊີວີຕ ກາຣເປັນຢູ່ຂອງ ປະຊາຊົນ ທີ່ມີກາຣປ່ຽນແປງ ສ້າງຄວາມຍາກ ລຳບາກຕື່ມອີກ:
“ຮຽກຮ້ອງໃຫ້ ທຸກພາຄສ່ວນທີ່ ກ່ຽວຂ້ອງ ຈະຕ້ອງມີສ່ວນຮ່ວມ ນຳກັນນັ້ນແຫລະ ໃນກາຣສ້າງຄວາມ ເຂັ້ມແຂງຂອງ ຊາວບ້ານ ແລະສົ່ງເສີມໃຫ້ ຂະເຈົ້າ ມີບົດບາດ ມີສ່ວນຮ່ວມໃນ ກາຣພັທນາ”.
ຄົນລາວດັ່ງກ່າວ ໃຫ້ຄວາມເຫັນ ເພີ່ມວ່າ ກາຣມີສ່ວນຮ່ວມ ຂອງປະຊາຊົນ ຈະເປັນສ່ວນສຳຄັນ ທີ່ຈະເຮັດໃຫ້ ມີກາຣພັທນາ ທີ່ກົງກັບຄວາມຕ້ອງ ກາຣຂອງທ້ອງຖິ່ນ ພ້ອມຍັງເປັນກາຣ ຫລຸດຜ່ອນ ຜົລສະທ້ອນ ຕໍ່ສະພາບແວດລ້ອມ ໃນແຕ່ລະເຂຕ ພື້ນທີ່ນັ້ນໆ ນຳດ້ວຍ.