ຊາວລາວ 27% ຍັງຢູ່ໃນຣະດັບ ຕໍ່າກ່ວາ ຄວາມທຸກຍາກ
2009.07.01
ຄະນະກຳມະການ ເພື່ອການພັດທະນາ ຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ ແຫ່ງຊາດ ຂອງລາວ ໄດ້ສຳຫລວດ ເຫັນວ່າ ປະຊາຊົນລາວ ຫລາຍກວ່າ 1 ລ້ານ 5 ແສນຄົນ ເທົ່າກັບ ຈຳນວນປະຊາຊົນລາວ ໃນທົ່ວປະເທດ 27.1 ສ່ວນຮ້ອຍ ມີຊີວິດການປັນຢູ່ ຕ່ຳກວ່າຂີດໝາຍ ຂອງຄວາມທຸກຍາກ, ຕາມຣາຍງານ ຂອງອົງການຂ່າວ ຊິນຫົວ ຂອງທາງການຈີນ ໃນວັນທີ 30 ມິຖຸນາ 2009 ນີ້.
ການສຳຫລວດ ທີ່ວ່ານັ້ນ ແມ່ນໄດ້ປະຕິບັດ ໃນລະຫວ່າງ ປີ 2007 ແລະ 2008. ການສຳຫລວດ ແບບນີ້ ແມ່ນມີການດຳເນີນໄປ ໃນແຕ່ລະ 5 ປີ. ທ່ານ ສີວິໄຊ ໄຊຊະນະວົງເພັດ, ຜູ້ອຳນຍການຝ່າຍບໍລິຫານ ຂອງກອງທຶນ ຫລຸດຜ່ອນຄວາມທຸກຍາກ ຂອງລາວ ກາວວ່າ ຄວາມທຸກຍາກ ຂອງປະເທດຊາດ ມີສາເຫດ ມາຈາກຫລາຍປັດໃຈ ຮວມທັງ ມາຕຖານ ການສຶກສາຕ່ຳ, ຄວາມຫຍູ້ງຍາກ ທາງດ້ານພູມີປະເທດ, ຂາດໂຄງສ້າງພື້ນຖານ ແລະ ບໍ່ມີໂອກາດ ເຂົ້າເຖິງການພັດທະນາ.
ຢູ່ ເຂດພາກເໜືອ ຂອງ ສ.ປ.ປ.ລາວ ປະຊາຊົນ 51 ສ່ວນຮ້ອຍ ມີຊີວິດການເປັນຢູ່ ໃນສະພາບ ທີ່ທຸກຍາກ.
ຢູ່ເຂດພາກກາງ ມີ 32 ສ່ວນຮ້ອຍ ແລະ ໃນເຂດພາກໃຕ້ ມີ 17 ສ່ວນຮ້ອຍ ຂອງຈຳນວນ ປະຊາຊົນທັງໝົດ, ຕາມຄຳເວົ້າຂອງ ທ່ານ ອ່ອນເນື້ອ ພົມມະຈັນ ຣັດຖະມົນຕຣີ ປະຈຳສຳນັກ ນາຍົກຣັດຖະມົນຕຣີ ສ.ປ.ປ.ລາວ.
ຢູ່ປະເທດລາວ ມີປະຊາຊົນ ປະມານ 80 ສ່ວນຮ້ອຍ ເປັນຊາວກະສິກອນ. ຜົນລະປູກ ໄດ້ຮັບຜົນກະທົບ ຢ່າງເປັນປະຈຳ ຈາກຝົນຕົກ ທີ່ບໍ່ເປັນປົກກະຕິ ແລະ ຈາກສັດຕູພືດ.