ບໍຣິສັດຈີນ ຍັງຄອງຖ້າ ທີ່ດິນສັມປະທານ ເພື່ອ ແລກປ່ຽນກັບ ສນາມກິລາ

ຍັງບໍມີການ ຕົກລົງກັນ ກ່ຽວກັບພື້ນທີ່ດີນ ທີ່ຣັຖບານລາວ ຈະໃຫ້ບໍຣິສັດຈີນ ສັມປະທານ ສ້າງເມືອງໃຫມ່ ເພື່ອແລກປ່ຽນກັບ ການສ້າງສນາມກິລາ ແຫ່ງຊາດແຫ່ງໃຫມ່ ໃຫ້ລາວເທື່ອ.

ທາງການລາວ ກຳລັງຈະເຮັດສັນຍາ ມອບທີ່ດີນ, ເພື່ອພັທນາເປັນ ເມືອງໃຫມ່ໃຫ້ແກ່ ນັກລົງທືນຈີນ ເພື່ອເປັນການ ຕອບແທນທີ່ຈີນ ໄດ້ສ້າງສນາມກິລາ ແຫ່ງຊາດ ໃຫມ່ໃຫ້ລາວ. ຊື່ງສນາມກິລາ ດັ່ງກ່າວ ກໍ່ຈະຖືກຮັບມອບ ໃນວັນທີ22ກັນຍານີ້, ແຕ່ສຳລັບດີນ ທີ່ນັກລົງທືນຈີນ ຈະໃຊ້ພັທນາ ເມືອງໃຫມ່ ໃນເຂດ ບືງທາດຫລວງ, ຕາມທີ່ໄດ້ຕົກລົງ ກັນກັບຣັຖບານ ສປປລາວ ມາແຕ່ຕົ້ນນັ້ນ, ຣັຖບານລາວ ສເນີໃຫ້ເປັນ3ຈຸດ ແທນທີ່ຈະເປັນ ບ່ອນດຽວທີ່ບືງ ທາດຫລວງ. ບໍ່ແນ່ໃຈວ່າ ຈີນ ຈະຮັບ ຂໍ້ສເນີຫລືບໍ່? ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງເວົ້າວ່າ:

"ປັດຈຸບັນ ເຂົາເຮັດສນາມກິລາ ຊິເກມແລ້ວເນາະ ຫລັງຈາກນັ້ນມັນ ກໍ່ມີສັນຍາ ຣັຖບານລາວ ຕ້ອງມອບພື້ນທີ່ ສ່ວນນື່ງໃຫ້ແກ່ ນັກລົງທືນຈີນ ຈະໄດ້ພັທນາ ເປັນເມືອງໃຫມ່ ເຮົາກໍ່ໄດ້ ກຳນົດເຂດແລ້ວ ມັນຢູ່3ຈຸດຫລັກໆ ແຕ່ວ່າການປ່ຽນແປງ ໃນຕໍ່ຫນ້ານີ້ ເຮົາກໍ່ບໍ່ຮູ້."

ທ່ານວ່າ ເຂດ3ຈຸດ ທີ່ວ່ານັ້ນ ໄດ້ແກ່: ເຂດບືງທາດຫລວງ 670ເຮັກຕາ, ເຂດຫລັກທີ8 ຖນົນເລກທີ13ໃຕ້ ໃກ້ກັບສນາມກິລາ ແຫ່ງຊາດແຫ່ງໃຫມ່ 430ເຮັກຕາ ແລະເຂດດົງໂພສີ 100ເຮັກຕາ ຮວມທັງຫມົດ 1,200ເຮັກຕາ ນ້ອຍກວ່າຈາກເດີມ ທີ່ໄດ້ສັນຍາກັນ ໃວ້ປະມານ 1,600ເຮັກຕາ.

ຂໍ້ສເນີດັ່ງກ່າວ ຍັງບໍ່ຮູ້ວ່າ ຈະເປັນທີ່ຍອມຮັບ ຈາກຈີນຫລືບໍ່. ໃນເວລາດຽວກັນ ຣັຖບານລາວ ກໍ່ໃຫ້ສັມປະທານ ທີ່ດີນ500ເຮັກຕາ ແກ່ວຽດນາມ ທີ່ດົງໂພສີ ບໍຣິເວນ ໃກ້ສຖານີຣົຖໄຟ ເພື່ອຕອບແທນ ທີ່ວຽດນາມພັທນາ ພື້ນທີ່ ພຣະທາດຫລວງ ເພື່ອໃຊ້ໃນການ ສລອງວັນຄອບຮອບ 450ປີ ຂອງການສ້າງຕັ້ງ ນະຄອນຫລວງ ວຽງຈັນ ໃນປີ2010. ຮ່ວມດ້ວຍການ ໃຫ້ສັມປະທານ ທີ່ດີນແກ່ ບໍຣີສັດ ມາເລເຊັຽ 53ເຮັກຕາ ໃນເຂດດັ່ງກ່າວ ເພື່ອພັທນາ ເປັນແຫລ່ງທອ່ງທ່ຽວ ຄົບວົງຈອນ ໃນຣະຍະ50ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org