ຜູ້ຖືກຜົນກະທົບ ໄດ້ຮັບຄ່າ ຊົດເຊີຍແລ້ວ
ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ໄດ້ຮັບຄ່າ ຊົດເຊີຍແລ້ວ
-
ຈໍາປາທອງ
2010-02-18 -
-
-
Your browser doesn’t support HTML5 audio
ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງຂົວ ມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທ ຖືກແກ້ໄຂ ໂດຍການ ໄກ່ເກັ່ຍ ແລະ ໃຫ້ຄ່າ ຊົດເຊີຍແລ້ວ. ຂົວມິຕພາບ ລາວ-ໄທ ແຫ່ງນີ້ ຈະເລີ່ມກໍ່ສ້າງ ໃນຕົ້ນເດືອນໜ້າ ຊຶ່ງຂນະນີ້ ຢູ່ໃນຣະຫວ່າງ ການລໍການ ເຊັນສັນຍາ ກັບບໍຣິສັດ ຮັບເໝົາ ກໍ່ສ້າງ. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການທ່ານນຶ່ງ ເວົ້າວ່າ:
"ເບື້ອງຂົວນີ້ ກໍວຽກງານ ໄກ່ເກັ່ຍແກ້ໄຂ ຜົນກະທົບ ສຳເຣັດແລ້ວ ແລ້ວກໍທາງເບື້ອງ ການປະມູນ ກໍຄືສຳເຣັດ ພຽງແຕ່ລໍຖ້າ ວັນຈະເຊັນ ສັນຍາ ກັບຜູ້ຮັບເໝົາ ກໍ່ສ້າງ ຄາດວ່າທ້າຍເດືອນ ກຸມພາ ນີ້ຈະໄດ້ ເຊັນສັນຍາກັນ".
ທ່ານວ່າ ບໍຣິສັດ ຮັບເໝົາ ກໍ່ສ້າງນັ້ນຄື ກຸ່ມບໍຣິສັດ ວິສວະກອນ ກໍ່ສ້າງ ທາງຣົດໄຟເລກ 5 ຂອງຈີນ ແລະ ບໍຣິສັດ ກຸງທົນ ວິສວະກອນ ຈຳກັດ ປະເທດໄທ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມວ່າ ສຳລັບ ປະຊາຊົນ ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ກໍ່ສ້າງນັ້ນ ຣັຖບານ ໄດ້ຈ່າຍຄ່າ ຊົດເຊີຍ ໃຫ້ແລ້ວ ຄອບຄົວລະ 100 ລ້ານກີບ ແລະ ປະຊາຊົນ ຈະຕ້ອງໄດ້ ຮື້ຖອນບ້ານເຮືອນ ຂອງຕົນອອກ ຈາກສະຖານທີ່ ນັ້ນກ່ອນການ ລົງມືກໍ່ສ້າງ ດັ່ງທີ່ ທ່ານເວົ້າວ່າ:
"ທັງໝົດ ມີປະມານ 64ຄອບຄົວ ກໍສະເລັ່ຍຢູ່ ປະມານ ຄອບຄົວລະ 100 ລ້ານກີບ ປະຊາຊົນ ເຂົາຮູ້ຕົວເນາະ ແລ້ວກໍລົມ ກັນແລ້ວ ແຕ່ວ່າບ້ານເຮືອນ ປະຊາຊົນ ນີ້ເຂົາຍັງ ບໍ່ທັນຮື້ ເວລາ ໃດທີ່ເຂົາ ເຫັນວ່າເຮົາ ລົງມືກໍ່ສ້າງ ເຂົາເຈົ້າກໍເລີ່ມ ຮື້ຖອນ".
ການກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ຈະໄຊ້ເວລາ ປະມານ 30 ເດືອນ ແລະຄາດວ່າ ຈະສ້າງແລ້ວ ໃນກາງປີ 2012.