ພື້ນທີ່ ໃນການພັທນາ ບຶງທາດຫລວງ ຫລຸດລົງ

ທາງການລາວ ຕົກລົງເຫັນພ້ອມ ຈະຫລຸດ ພື້ນທີ່ ໃນແຜນການ ສ້າງເມືອງໃຫມ່ ໃນບໍຣິເວນ ອ້ອມແອ້ມ ບຶງທາດຫລວງ, ອີງຕາມ ການເປີດເຜີຍ ຂອງເຈົ້າຫນ້າທີ່ ກ່ຽວຂ້ອງ.

ພື້ນທີ່ ບຶງທາດຫລວງ ທີ່ທາງການລາວ ມີແຜນການ ໃຫ້ຈີນ ສ້າງເປັນ ເຂດເສຖກິດ Photo by RFA

ທາງ​ການ​ລາວ ​​ຕົກລົງ​​ເຫັນ​ພ້ອມ ຈະ​ຫລຸດ ພື້ນທີ່ ​ໃນ​​​ແຜນການ​ ສ້າງ​ເມືອງ​ໃຫມ່​ ​ໃນບໍຣິເວນ ອ້ອມ​ແອ້ມ ບຶງທາດຫລວງ​ລົງ ອີງ​ຕາມ​ ການ​ເປີ​ດ​ເຜີຍ ​ຂອງ​ເຈົ້າຫນ້າ​ທີ່ ​ກ່ຽວຂ້ອງ.

ທ່າ​ນ ສົມ​ວັນ​ດີ ນະ​ທາ​ວົງ ຮອງ​ເຈົ້າຄອງ ກຳ​ແພງ ນະຄອນຫລວງ​ວຽງຈັນ​ ເວົ້າວ່າ ແຜນການ​ສ້າງ​ເມື​ອງ​ໃຫມ່ ​ຂອງຣັຖບານ​ລາວ ​ໃນ​ເຂດ​ບຶງທາດຫລວງ ຄັ້ງ​ທໍາ​ອິດ ຈະ​ໃຊ້ພື້ນທີ່​ ປະມານ 1,600 ​ເຮັກຕາຣ ນັ້ນ, ດຽວ​ນີ້ ໄດ້​ຫລຸດ​ລົງມາ​ ​ເຫລືອ​ຢູ່ ປະມານ 200 ​ເຮັກຕາຣ ​ເທົ່ານັ້ນ, ​ແຜນການ​ ມີ​ອຸປສັກ ​ເປັນ​ເພາະວ່າ ມີປະຊາຊົນ ​ຫລາຍ​ຄອບຄົວ ໄດ້​ປຸກ​ບ້ານ​ເຮືອນ ​ແບບຖາວອນ ​ໃນ​ເຂດ​ນັ້ນ ​ໄປ​ຫລາຍ​ແລ້ວ ແລະ ​ຮຽກຮ້ອງ​ ໃຫ້ຣັຖບານ​ຈ່າຍ​ຄ່າ ​ຊົດ​ເຊີຍ ​ໃນຣາຄາ​ດິນທີ່ສູງ ຖ້າ​ຈະ​ມີ​ການ ​ໂຍກ​ຍ້າຍ.

ທ່ານ ສົມວັນ​ດີ ​ກ່າວ​ຢ້ຳວ່າ ​ໂຄງການ ​ຍັງ​ຈະ​ດຳ​ເນີນ ​ຕໍ່ໄປ ​ແລະ ຣັຖບານ ​ກໍ່​ຈະ​ຊອກ​ຫາ ​ພື້ນທີ່ ​ແຫ່ງ​ໃຫມ່ ​ໃນການ​ສ້າງສາ ຊຶ່ງທາງຣັຖບານ ກຳ​ລັງ ພິຈາຣະນາ ໃນ 2 ພື້ນທີ່ ​ໃນ​ເຂດນະຄອນຫລວງ​ວຽງ​ຈັນ ຢູ່ ໃນ​ເວລາ​ນີ້. ພື້ນ​ທີ່​ແຫ່ງ​ທຳ​ອິດ ກໍ່​ແມ່ນ ​ໃນ​ບໍຣິ​ເວນ ​ພື້ນ​ທີ່​ດີ​ນ ​ເຂດ​ຫລັກ​ທີ 18 ຖນົນ ​ເລກ​ທີ 13 ​ໃຕ້ ​ໃກ້​ກັບ ສນາມ​ກິລາ ​ແຫ່ງ​ຊາດ​ໃຫມ່ ​ເຂດ​ເມື​ອງ​​ໄຊທານີ ​ແລະ​ ບ່ອນ​ທີ່​ສອງ ກໍ່​ແມ່ນ ບໍຣີ​ເວນ ​ບ້ານ​ດົງ​ໂພ​ສີ ​ໃກ້​ກັບ ສະຖານ​ທີ່ ​ສ້າງສະຖານ​ນີຣົຖ​​ໄຟ ​ໃນ​ເຂດ​ເມືອງ​ຫາດຊາຍຟອງ. ທາງ​ການ​ລາວ ​ກໍ່​ໄດ້​ພັບ​ພໍ້ ​ກັບ​ປະຊາຊົນ ​ໃນ​ 2 ເຂດ ​ດັ່ງກ່າວ​ແລ້ວ ​ເພື່ອອະ​ທິ​ບາຍ ​ກ່ຽວກັບ​ ໂຄງການ​ ການພທັນາ ​ເມືອງ​ໃຫມ່ ວ່າ ​​ເປັນ​ການ​ສ້າງ​ວຽກເຮັດ​ງານ​ທຳ ​ໃຫ້​ແກ່ ​ປະຊາຊົນ​ ທ້ອງ​ຖີ່​ນ.

ເຖິງຢ່າງ​ໃດ ​ກໍ່ຕາມ, ຄວາ​ມຄິດ​ຄວາມ​ເຫັນ ຂັ້ນຕົ້ນ ໃນ​ການ​ສ້າງ​ເມືອງ​ໃຫມ່ ​ຂອງ​ນັກ​ລົງ​ທຶນຈີນ ທີ່​ບຶ​ງ ທາດຫລວງ​ນັ້ນ ຕາມ​ທີ່ ທ່ານ ສົມ​ສວາດ ເລັ່ງສວັດ ຮອງ​ນາຍົກ ຣັຖມົນຕຣີລາວ ​ໄດ້​ກ່າວ ໃນຣະຍະ ​ທີ່​ຜ່ານ​ມາວ່າ ແມ່ນເພື່ອ​ຕອບແທນ ທີ່​ບໍຣີສັດ​ຈີນ ​ມາ​ລົງ​ທຶນ ສ້າງສນາມ​ກິລາ​ແຫ່ງ​ຊາດ​ໃຫມ່​ ຂອງ​ລາວ ເພື່ອຮອງ​ຮັບ ​ກິລາ ຊິ​ເກ​ມ ທີ່​ລາວ ​ຈະ​ເປັນ​ເຈົ້າພາບ ໃນ​ປີ 2009.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org