ຫາກມະນຸດ ຂາດຈິດສຳນືກ ການພັທນາທີ່ວ່ອງໄວ ຈະສົ່ງຜົລຮ້າຍ ຕໍ່ຊີວິດ ການເປັນຢູ່

ນັກວິຊາການລາວ ເວົ້າວ່າ ການພັທນາ ທີ່ວ່ອງໄວໃນລາວ ສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ ໃນຫລາຍດ້ານ ຫາກມະນຸດ ຂາດຈີດສຳນືກ.

ໂຄງການພັທນາຕ່າງໆ ໃນລາວ ໄດ້ສົ່ງຜົລກະທົບ ໃຫ້ເຫັນຢ່າງຊັດເຈນ ຕໍ່ສະພາບແວດລ້ອມ, ທີ່ພາໃຫ້ເກີດ ຄວາມເຊື່ອມໂຊມ ໃນຫລາຍດ້ານ ຮ່ວມດ້ວຍການຂາດ ຈິດສຳນືກ ໃນການອະນຸຮັກ ສີ່ງແວດລ້ອມ ໃນສປປລາວ, ໃຫ້ມີຄວາມ ອຸດົມສົມບູນ ເຫມືອນແຕ່ກອ່ນ.

ນັກວີຊາການ ທ່ານນື່ງ ທີ່ມະຫາວິທຍາລັຍ ແຫ່ງຊາດລາວ ກ່າວວ່າ:

"ຄິດວ່າປັດຈຸບັນ ການພັທນາມັນ ກໍ່ກ້າວໄກ ເຊື່ອມໂຊມຫລາຍ ຍ້ອນວ່າ ມີການພັທນາ ແຕ່ຂາດ ການອະນຸຮັກ ສາເຫດມັນກໍ່ມີ ຫລາຍປັດໃຈ ອັນນື່ງກໍ່ຂື້ນ ກັບບຸກຄົນ ຂື້ນກັບຈິດສຳນືກ ຂອງແຕ່ລະຄົນ."

ທ່ານວ່າ ເຖີງແມ່ນວ່າ ຣັຖບານລາວ ຈະມີກົດຫມາຍ ປົກປ້ອງສະພາບ ແວດລ້ອມໃນລາວ ກໍ່ຕາມ, ແຕ່ກົດຫມາຍດັ່ງກ່າວ ກໍບໍ່ສາມາດ ບັງຄັບໃຊ້ໄດ້. ທ່ານກ່າວເພີ້ມ ອີກວ່າ:

"ມັນກໍ່ປະຕິບັດໄດ້ ແຕ່ບໍ່ທັງໝົດ ເພາະວ່າ ຖ້າປະຕິບັດໄດ້ ທັງຫມົດກໍຄືວ່າ ສີ່ງແວດລ້ອມ ກໍ່ບໍ່ຖືກທຳລາຍ, ມັນກໍ່ມີຫລາຍ ສາເຫດສຳຄັນ ເພາະພື້ນທີ່ ແລະເຂດບາງເຂດ ຂະເຈົ້າກໍ່ຮູ້ຢູ່ ແຕ່ກໍ່ຍັງລະເມີດ."

ໃນທີ່ສຸດ ນັກວີຊາການ ທ່ານນັ້ນບອກວ່າ ການພັທນາຕ່າງໆ ກໍ່ເປັນຜົລດີຕໍ່ລາວ ແຕ່ຖ້າການພັທນານັ້ນ ຫາກມີການປົກປ້ອງ ສະພາບແວດລ້ອມ ແລະວິຖີຊີວິດ ຂອງປະຊາຊົນ ທ້ອງຖີ່ນ ເພາະຈະສ້າງ ວຽກເຮັດງານທຳ ໃຫ້ແກ່ຄົນລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org