ພະລັງງານ ເພື່ອຄົນຈົນ
ທາງການລາວ ຮ່ວມກັບໂຄງການ ພະລັງງານ ເພື່ອຄົນຈົນຫລື Power to the poor ໄດ້ຂຍາຍເຄືອຄ່າຍ ກະແສໄຟຟ້າ ໄປເຂດຊົນນະບົດ ຂອງລາວໄດ້ 60 ສ່ວນຮ້ອຍວ່າງ ປີທີ່ຜ່ານມາ ຈາກ 15 ສ່ວນຮ້ອຍຂອງປີ 1995.
-
ສິດນີ
2009-04-14 -
-
-
Your browser doesn’t support HTML5 audio
ໂຄງການໄຟຟ້າ ເພື່ອຄົນຈົນ ໃນເຂດຊາວ ຊົນນະບົດ ສ່ວນໃຫຍ່ຈະແມ່ນ ຊ່ອຍເຫລືອຄອບຄົວ ທີ່ມີຜູ້ຍີງ ເປັນຫົວຫນ້າ ໄດ້ຕິດຕັ້ງ ເຄືອຄ່າຍການໃຊ້ ໄຟຟ້າໃນເຂດ ຊົນນະບົດ ຂອງລາວມາເປັນ ເວລາຫລາຍປີ ແລະໃນປີ 2008 ໂຄງການດັ່ງກ່າວ ກໍ່ສາມາດ ຕິດຕັ້ງໄດ້ໃນ ທົ່ວປະເທດກວ່າ 60 ສ່ວນຮ້ອຍຂອງເຂດ ຊົນນະບົດ ໃນລາວ.
ທີ່ແຂວງ ຈຳປາສັກ ແຂວງດຽວມີ ປະຊາຊົນກວ່າ 119 ຄົວເຮືອນໃນເຂດ ຊົນນະບົດ ມີໄຟຟ້າໃຊ້ ແລະໃນແຂວງອື່ນໆ ກໍ່ມີການ ຕິດຕັ້ງເຫມືອນກັນ. ທາງການລາວ ຄາດການວ່າ ພາຍໃນປີ 2020 ຈະສາມາດ ຂຍາຍເຄືອຄ່າຍ ການໃຊ້ໄຟຟ້າ ໃນເຂດ ຊົນນະບົດ ຂອງລາວໃຫ້ໄດ້ 90 ສ່ວນຮ້ອຍ ຊື່ງເປັນແຜນການ ເພື່ອລຸດຜ່ອນ ສະພາບຄວາມ ທຸກຈົນໃນລາວ ທີ່ຈະເຮັດໃຫ້ ປະຊາຊົນ ຜູ້ທີ່ທຸກຈົນ ໃນເຂດ ຊົນນະບົດ ສາມາດສ້າງລາຍ ໄດ້ຈາກການໃຊ້ ໄຟຟ້າໃນການ ຜລີຕຜົລຂອງ ພວກຂະເຈົ້າ ໃນຍາມກາງຄືນ.
ທາງການລາວໄດ້ ຈັດເຂດບ້ານທີ່ ທຸກຈົນໃນລາວ ອອກເປັນ 141 ເຂດ ໃນທົ່ວປະເທດ ແຕ່ລະເຂດຕ້ອງ ມີການໂຄງການ ພັທນາອາຊີບ ແລະການຢູ່ກີນ ໃຫ້ພວກ ຂະເຈົ້າແລະ ພະລັງໄຟຟ້າ ກໍ່ເປັນແຜນການ ນື່ງທີ່ຈະພາ ໃຫ້ປະຊາຊົນ ໃນເຂດນັ້ນ ສາມາດໃຊ້ ເວລາໃຫ້ເປັນ ປໂຍດໃນການ ຍາມກາງຄືນ.
ໂຄງການດ່ັງກ່າວ ແມ່ນໄດ້ຮັບ ການຊ່ວຍເຫລືອ ຈາກທະນາຄານ ໂລກແລະອົງການ ຊ່ວຍເຫນືອຂອງ ປະເທດ ອອສເຕຣເຣັຽ ຮ່ວມກັບ ຣັຖວິສາຫະກິດ ໄຟຟ້າລາວ. ໂຄງການນີ້ ສ້າງຜົລສຳເຣັດ ໃນຫລາຍຫມູ່ ບ້ານມາແລ້ວ.