ລາວຈະຂໍໃຫ້ຈີນຊ່ວຍ ຖນົນແລະທາງຣົດໄຟ
ສປປລາວ ຈະຂໍເງິນຊ່ວຍເຫລືອ ຈາກຈີນ ເພື່ອສ້າງຖນົນຫລວງ ແລະທາງຣົດໄຟ.
-
ອະວາຣີ
2010-02-03 -
-
-
Your browser doesn’t support HTML5 audio
ບັນຫາມີຢູ່ວ່າ ນັກລົງທຶນຕ່າງປະເທດ ຈະສົນໃຈການລົງທຶນ ໃນການສ້າງທາງ ຣົດໄຟຢູ່ລາວບໍ່ ເພາະອາດຈະເປັນ ການລົງທຶນທີ່ແພງ ແລະບໍ່ຄຸ້ມຄ່າ.ການສ້າງທາງຣົດໄຟ ບາງສາຍ ເຊັ່ນວຽດນາມໄດ້ຊ່ວຍ ສຳຣວດການສ້າງ ທາງຣົດໄຟ ໃນແຂວງຄຳມ່ວນ. ປັດຈຸບັນ ບໍຣິສັດ ມາເລເຊັຍ ກຳລັງສຶກສຳຣວດ ເບິ່ງການສ້າງທາງຣົດໄຟ ຈາກແຂວງສວັນນະເຂດ ອອກໄປຕໍ່ໃສ່ທາງຣົດໄຟ ໃນວຽດນາມ.
ການສ້າງທາງຣົດໄຟ ແລະຖນົນຫລວງ ເປັນການກໍ່ສ້າງ ທີ່ໃຊ້ເງິນງົບປະມານ ມະຫາສານ ຣັຖບານລາວ ຕ້ອງອາສັຍການຊ່ວຍເຫລືອ ຫລືການລົງທຶນ ຂອງຕ່າງປະເທດ. ແຕ່ຣັຖບານລາວ ມີແຜນຈະຂໍເງິນ ຊ່ວຍເຫລືອດັ່ງກ່າວ ກັບຈີນໃນເດືອນໜ້ານີ້. ທ່ານ ອາຊົ່ງ ລາວມ່າວ ຮອງຫົວໜ້າຫ້ອງ ວ່າການກະຊວງແຜນການ ແລະການລົງທຶນ ຂອງລາວກ່າວວ່າ:
"ເຈົ້າໜ້າທີ່ທາງການລາວ ຈະປຶກສາຫາລື ກັບເຈົ້າໜ້າທີ່ຈີນ ໃນເດືອນມິນາ ຈະມາເຖິງກ່ຽວກັບ ຣັຖບານລາວຢາກ ຂໍເງິນທຶນເພື່ອສ້າງ ທາງຣົດໄຟ ແລະ ຖນົນຫົນທາງ ຕື່ມຫລາຍໆສາຍ ໃນປະເທດ".
ຣັຖບານລາວ ວາງແຜນຫ້າປີ ຈະສ້າງທາງຣົດໄຟ ແລະຖນົນຂນາດໃຫຍ່ ຫລາຍສາຍພາຍໃນ ຫ້າປີຂ້າງໜ້າ ເພື່ອເຮັດໃຫ້ລາວ ຊຶ່ງປັດຈຸບັນເປັນ ປະເທດບໍ່ມີທາງອອກ ຫລືຖືກປິດລ້ອມ ໃຫ້ກາຍເປັນປະເທດ ທີ່ມີຖນົນຫົນທາງ ເຊື່ອມຕໍ່ ກັບປະເທດເພື່ອນບ້ານ ທຸກປະເທດ. ໃນຣະຍະຜ່ານມາ ຈີນແລະວຽດນາມ ໄດ້ຊ່ວຍສຶກສາ ສຳຣວດ ຄວາມເປັນໄປໄດ້ໃນ.